*//// *//// ນຳສະເຫນີລົດ SHACMAN”X5000 – Vte9 *//// *////

ນຳສະເຫນີລົດ SHACMAN”X5000

ແບ່ງປັນຂ່າວນີ້

ເພື່ອເປັນການຕອບສະຫນອງຕະຫລາດລົດໃນ ສປປ ລາວ ນຳໃຊ້ເຂົ້າໃນໂຄງການຕ່າງໆ ໃຫ້ມີປະສິດທິພາບສູງ ສະນັ້ນ ບໍລິສັດ ໂຊກຈະເລີນຊັບ ນຳເຂົ້າ ແລະ ສົ່ງອອກ ຈຳກັດຜູ້ດຽວ ຕົວແທນຈໍາໜ່າຍລົດແຊັກແມນ ໃນ ສປປ ລາວ ຈຶ່ງໄດ້ນຳສະເຫນີ ລົດ SHACMAN”X5000 ພ້ອມທັງມອບ-ຮັບໃຫ້ກັບລູກຄ້ານຳໄປຊົມໃຊ້

ໃນຕົ້ນເດືອນ ເມສາ 2022 ບໍລິສັດ ໂຊກຈະເລີນຊັບ ຈັດພິທີເປີດໂຕ ແລະ ມອບຮັບລົດ ຢີຫໍ້ ແຊກແມນ ລຸ້ນx5000 ທີ ໂຮງແຮມຟູມາໂຫລ ໂດຍການເຂົ້າຮ່ວມຂອງທ່ານ ວິໄລພັນ ໄຊຍະວົງ, ຮອງຫົວກນ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ລີຈ່ຽນ ຮອງອຳນວຍການບໍລິສັດ ຊ່າງຊີກົນຈັກ ອໍໂຕໂມບາຍ ຂາເຂົ້າ-ຂາອອກ ຈຳກັດ ເຂດພູມີພາກອາຊີ (SHAANXI HEAVY DUTY AUTOMOBILE IMPORT & EXPORT CO., LTD). ທ່ານ ເຜິງສ້ຽວຫວິນ ຜູ້ອຳນວຍການ ບໍລິສັດ ໂຊກຈະເລີນຊັບ ນຳເຂົ້າ ແລະ ສົ່ງອອກ ຈຳກັດຜູ້ດຽວ ຕົວແທນຈຳໜ່າຍລົດແຊັກແມນ, ທ່ານ ແອັດ ພົມວິໄລ ປະທານບໍລິສັດ ອີພີແອວ ຈໍາກັດຜູ້ດຽວ ພ້ອມແຂກຖືກເຊີນເຂົາຮ່ວມ.
ລົດ SHACMAN”X5000 ພາຍໃນຕົກແຕ່ງໃໝ່ພື້ນທີ່ເບາະຫຼັກ ເບາະສຳຮອງແຍກສ່ວນຊັດເຈນ, ສ້າງພື້ນທີ່ຫ້ອງຂັບແບບອິສະລະ, ສໍາຜັດໄດ້ຄວາມງຽບສະບາຍ, ໃຫ້ຜູ້ຂັບຂີ່ໃຊ້ງານງ່າຍສະດວກ ງ່າຍຕໍ່ການຄວບຄຸມ, ຊ່ອງສຽບເມົາຕິມີເດຍຫຼາຍແບບ, ສໍາຜັດລູກຫຼິ້ນຄວາມບັນເທິງແບບຫຼາກຫຼາຍ, ແຜງໜ້າປັດແບບພາສຕິກໃສມີຄຸນສົມບັດການມອງເຫັນທີ່ຊັດເຈນຫຍິ່ງຂຶ້ນ.
ລົດ SHACMAN”X5000 ຈະນຳວິໃສທັດອັນໃໝ່ ຄວາມຮູ້ສຶກໃໝ່ ປະສົບການໃໝ່ ຫ້ອງຂັບແບບໃໝ່ ຄຸນະພາບໃໝ່ ແລະ ນະວັດຕະກຳອື່ນໆອີກຫລາຍຢ່າງ ເພີ່ມສານເຕີມແຕ່ງສີປະກາຍມຸກ, ເປັນສີເຄືອບສອງຊັ້ນຄຸນະພາບສູງທີ່ເປັນມິດກັບສິ່ງແວດລ້ອມ. ປັບປຸງຮູບລັກພາຍນອກ, ທົນທານກັບການເຊື່ອມສະພາບ, ສີລ້ວນ (ເຊັ່ນສີແດງເຊີລີ້) ເວລາເຊື່ອມ 800h, ຖ້າສີແດງຊ້ໍາ, ສີຟ້າ, ສີສົ້ມ ເວລາເຊື່ອມສູງເຖິງ 2000 h. ຈາກການປັບຮູບລັກ, ສີສັນ, ປັບປຸງຄນຸະພາບສີທັງສາມດ້ານຢ່າງລົງຕົວຫຍິ່ງເຮັດໃຫ້ເດັ່ນໃນສາຍຕາຫຍິ່ງຂຶ້ນ.
ໄຟຕາໜ້າໃຫຍ່ LED, ໄຟຕາລ້ຽວຂ້າງ, ໄຟຕາທ້າຍ, ໃຊ້ພະລັງງານພຽງ 30%-40% ຂອງແບບເດີມ ທັງປະຢັດພະລັງານ ເປັນມິດຕໍ່ສິ່ງແວດລ້ອມ; ເພີ່ມຄວາມກວ້າງໄຟລຳແສງສັ້ນຂຶ້ນ 40%, ໄລຍະລຳແສງເພີ່ມຂຶ້ນ 1ເທົ່າ, ເພີ່ມຄວາມກ້ວາງລຳແສງໄຟຕັດໝອກ ຂຶ້ນ 1ເທົ່າ, ຄວາມສະໝໍ່າສະເໝີຂອງລຳແສງເດັ່ນຊັດຂຶ້ນ; ອາຍຸໃຊ້ງານຫຼອດໄຟສູງເຖິງ 20000h, ມີອາຍຸໃຊ້ງານນານກວ່າຫຼອດໄຟແບບເດີມເຖິງ 10ເທົ່າ; ຝາຄອບດ້ານເທິງແຜງໜ້າປັດນຽນລຽບ ສຳຜັດນຸ້ມນວນ, ແຜງກາງເປັນສີດິບເງົາ, ຕົກແຕ່ງຄືລົດເກັ໋ງ. ຮາວວາງພັກແຂນຫຸ້ມດ້ວຍໜັງ, ເບາະນັ່ງຫຸ້ມດ້ວຍຜ້າໜຸ້ມທັງຊຸດ ໃຫ້ທ່ານຮູ້ສຶກສະບາຍເໝືອນຢູ່ໃນເຮືອນ.
ພວງມະໄລເມົາຕິຟັ່ງຊັ້ນ ແບບລວມສູນ, ເພີ່ມປະສິດທິພາບການຄວບຄຸມ ການຕັ້ງຄ່າ ໃຊ້ງານງ່າຍ, ສະບາຍຂຶ້ນ. ອອກແບບບໍລິເວນທີ່ພັກສີຄີມສະເໝືອນເຮືອນ, ທີ່ນອນມີຄວາມກວ້າງເຖິງ 890 mm, ກ້າວລ້ຳນຳໜ້າກວ່າ. ຂັ້ນຢຽບຂຶ້ນແບບສະປິງ, ພັບເກັບໄດ້, ຂຶ້ນເບາະນອນສະດວກ, ໂຄມໄຟ LED, ໄຟສ່ອງສະຫວ່າງ, ຊ່ອງເກັບເຄື່ອງ, ເໝາະສົມໃຊ້ງານສະດວກ. ເສີມຮູປັກເຊື່ອມຕໍ່ USB, ໃຊ້ໄຟສະດວກ, ແບ່ງໃຊ້ໄດ້ຫຼາຍຄົນ, ເຊິ່ງຈະເຮັດໃຫ້ທ່ານມີໄຟເຕັມຕະຫຼອດເວລາ.

ຕົວຢຶດການສັ່ນສະເທືອນຄຸນະສົມບັດພິເສດ, ປັບປຸງປະສິດທິພາບ NVH ອຸປະກອນເສີມຂອງລະບົບສົ່ງກຳລັງໄດ້ດີຫຍິ່ງຂຶ້ນ. ຕົວຢຶດຖານເປັນເຫຼັກຫຼໍ່, ເຊິ່ງມີແຮງດຶງເພີ່ມຂຶ້ນ 26.7%, ເພີ່ມຄວາມແຂ່ງແກ່ນ, ທົນຕໍ່ແຮງດັນສູງ, ທົນຕໍ່ອຸ່ນະພູມສູງ. ໃຊ້ຢາງກັນສະເທືອນສະເພາະ, ໂດຍໃຊ້ຫຼັກການລັອກກົນໄກເຄື່ອງຈັກ, ປັບປຸງລະບົບສັ່ນສະເທືອນໃຫ້ດີຫຍິ່ງຂຶ້ນ.
ອອກແບບຊຸດສາຍໄຟເຄື່ອງຈັກແບບບູລະນາການ: ອອກແບບໂດຍຮ່ວມມືກັບຜູ້ສະໜອງເຄື່ອງຈັກ, ລວມຟັ່ງຊັ້ນໄຟຟ້າທັງໝົດ, ຊຸດສາຍໄຟເຊື່ອມກັບເຄື່ອງຈັກຜ່ານພອດເຊື່ມຕໍ່, ເຊິ່ງມີຄວາມປອດໄພສູງ, ລົດຄວາມສ່ຽງການເກີດຕິດໄຟ, ເຊິ່ງມີຈຸດເດັ່ນຄືຊິ້ນສ່ວນມີໜ້ອຍ. ເທັກໂນໂລຊີ 22 ລາຍການທີ່ບໍ່ຕ້ອງບຳລຸງຮັກສາ, ຊຸດປະກອບຫຼັກກວ່າ 120 ຊະນິດຕາມມາດຕະຖານ ເອີລົບ, ຜູ້ຈັດຈຳໜ່າຍແບລນດັງລະດັບນາໆຊາດ, ຮັບປະກັນການນໍາໃຊ້ພະຫານະໄດ້ມີປະສິດທິພາບສູງຂຶ້ນ.
ບໍລິສັດ ໂຊກຈະເລີນຊັບ ນຳເຂົ້າ ແລະ ສົ່ງອອກ ຈຳກັດຜ້ດຽວ ສູນບໍລິການ ຕັ້ງຢູ່ບ້ານ ໜອງບຶກເໜືອ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂທ: 020 22211170, 020 96783999

ຂ່າວ: ຕະວັນ

ພາບ: ອາລຸນ