*//// *//// ປີ 2022 ຜ່ານມາ, ທົ່ວປະເທດ ອະໄພຍະໃຫ້ນັກໂທດ ທັງໝົດ 1.881 ຄົນ – Vte9 *//// *////

ປີ 2022 ຜ່ານມາ, ທົ່ວປະເທດ ອະໄພຍະໃຫ້ນັກໂທດ ທັງໝົດ 1.881 ຄົນ

ແບ່ງປັນຂ່າວນີ້

ຄະນະກໍາມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມສະຫຼຸບວຽກງານອະໄພຍະໂທດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຂຶ້ນຢ່າງເປັນທາງການ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ.

ກອງປະຊຸມຈັດຂຶ້ນໃນວັນທີ 26 ເມສາ 2023 ທີ່ອົງການໄອຍະການປະຊາຊົນສູງສຸດ, ໂດຍການເປັນປະທານຂອງ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ມີ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ (ຜູ້ປະຈໍາການ), ມີບັນດາຄະນະກໍາມະການທີ່ມາຈາກຫ້ອງວ່າ ການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງທີ່ກ່ຽວຂ້ອງ, ສານປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ຮອງເຈົ້າແຂວງ-ນະຄອນຫຼວງ, ພ້ອມດ້ວຍກອງເລຂາຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ຜ່ານບົດສະຫຼຸບລາຍງານວຽກງານອະໄພຍະໂທດ ປະຈໍາປີ 2022 ແລະ ທິດທາງວຽກງານຈຸດສຸມ ປະຈຳປີ 2023 ໂດຍໄດ້ຍົກໃຫ້ເຫັນດ້ານດີ, ຜົນສໍາເລັດ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ໃຫ້ມີຜົນສໍາເລັດ, ຮັບປະກັນໄດ້ຄວາມຖືກຕ້ອງ, ສອດຄ່ອງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ການໃຫ້ອະໄພຍະໂທດ, ເຊິ່ງສະແດງອອກ ນັກໂທດ ທີ່ໄດ້ຮັບການໃຫ້ອະໄພຍະໂທດ ຕາມລັດຖະດຳລັດຂອງປະທານປະເທດ ປະຈໍາປີ 2022 ມີທັງໝົດ 1.881 ຄົນ ຍິງ 264 ຄົນ, ຕ່າງປະເທດ 23 ຄົນ ຍິງ 6 ຄົນ.

ພ້ອມນັ້ນ ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ໃຫ້ກັບພະແນກຍຸຕິທຳຂອບເຂດທົ່ວປະເທດ ໃນການເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊຳລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈຳປີ 2022 ມີຄ່າເສຍຫາຍທາງແພ່ງ 472 ລ້ານກວ່າກີບ; ເງິນຕາຕ່າງປະເທດ 6 ພັນບາດ, 2.500 ໂດລາ; ຄ່າປັບໃໝທາງອາຍາ 3 ຕື້ກວ່າກີບ; ຍົກໃຫ້ເຫັນດ້ານອ່ອນຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ຕົກໄປ ໃນປີ 2023 ນີ້.

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນຄົ້ນ ຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນ ໄຫວວຽກງານໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ສຶກສາອົບຮົມນັກໂທດ ໃຫ້ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງເປັນທໍາຂອງລັດ ແຫ່ງ ສປປ ລາວ, ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ ສ້າງເງື່ອນໄຂໃຫ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໃນໂອກາດດັ່ງກ່າວ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະກຳມະການອະໄພຍະໂທດແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ທັນຕາມກໍານົດເວລາ, ເຫັນໄດ້ເຖິງຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດໃຫ້ແກ່ນັກໂທດ; ເອົາໃຈໃສ່ຄົ້ນ ຄວ້າກໍາແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນາ ນັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ຕ້ອງຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸ ຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະທານປະເທດ.

ຮຽບຮຽງ: ທິບພະຈັນ