*//// *//// ສວນພຶກສາ ພ້ອມແລ້ວຈະເປີດໃຫ້ບໍລິການຕ້ອນຮັບນັກທ່ອງທ່ຽວ – Vte9 *//// *////

ສວນພຶກສາ ພ້ອມແລ້ວຈະເປີດໃຫ້ບໍລິການຕ້ອນຮັບນັກທ່ອງທ່ຽວ

ແບ່ງປັນຂ່າວນີ້

ສວນພຶກສາເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບວັດທະນະທຳລາວ ຊຶ່ງໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ລັດຖະບານໄດ້ສັ່ງປິດສະຖານທີ່ທ່ອງທ່ຽວ ແລະ ປິດປະເທດ ດັ່ງນັ້ນ ທາງສວນພຶກສາຈຶ່ງໄດ້ຖືເອົາໂອກາດນີ້ເປັນການປັບປຸງຮູບແບບໃໝ່ ດ້ວຍການປູກຕົ້ນໄມ້ນາໆຊະນິດໃຫ້ສວຍງາມ ພ້ອມນັ້ນ ຍັງໄດ້ສ້າງສວນນໍ້າພຸ ແລະ ສ້າງສວນພະຍານາກ ເພື່ອເພີ່ມຄວາມໂດດເດັ່ນ ແນໃສ່ເພື່ອເປີດຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ພາຍຫຼັງລັດຖະບານເປີດປະເທດ

ທ່ານ ພູວົງ ພະມີສິດ ຜູ້ລົງທຶນພັດທະນາສວນພຶກສາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ສວນພຶກສາເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ອາກາດປອດໂປ່ງ ໂດຍເໝາະແກ່ການທ່ອງທ່ຽວແບບເປັນກຸ່ມ ຫຼື ຄອບຄົວ. ໃນໄລຍະຫນຶ່ງສວນພຶກສາໄດ້ປິດໃຫ້ການບໍລິການ ຕາມລະບຽບຂອງຄະນະສະ ເພາະກິດວາງອອກ ແຕ່ປັດຈຸບັນແມ່ນໄດ້ປັບປຸງຄືນໃໝ່ໃຫ້ມີຄວາມສວຍງາມໂດດເດັ່ນເພື່ອດຶງດູດນັກທ່ອງທ່ຽວ ພ້ອມນັ້ນ ຍັງໄດ້ມີການປັບປຸງ ແລະ ພັດທະນາເປັນແຕ່ລະໂຊນ ເຊັ່ນ: ປູກດອກໄມ້ນາໆຊະນິດທີ່ມີຫຼາຍສີສັນເພີ່ມຕື່ມ ສ້າງສວນນໍ້າຕົກຕາດ, ໃນນີ້ມີຮ້ານກາເຟ ແລະ ມີຕູບທີ່ຮອງຮັບແຂກໄດ້ 300 ຄົນ, ລູກຄ້າສາມາດຈັດງານລ້ຽງ,ງານດອງ, ງານສ້າງສັນ ແລະ ຝຶກອົບຮົມ ພ້ອມນັ້ນຍັງໄດ້ສ້າງສວນພະຍານາກ ພ້ອມຫໍໄຫວ້ບູຊາ ແລະ ປູກດອກໄມ້ຫຼາຍສີສັນອ້ອມສວນດັ່ງກ່າວ ເພື່ອໃຫ້ຜູ້ມາທ່ຽວເຫັນແລ້ວມີຄວາມເບີກບານສົດຊື່ນຈິດໃຈ, ໃນບໍລິເວນນີ້ສາມາດເປັນບ່ອນນັ່ງສະມາທິປະຕິບັດທໍາ ຊຶ່ງສາມາດຮອງຮັບໄດ້ເຖິງ 10.000 ຄົນ.

ນອກນັ້ນ ຍັງມີສວນຢາພື້ນເມືອງ ແມ່ນໄດ້ປູກພືດທີ່ສາມາດປິ່ນປົວຫຼາຍພະຍາດ ອັນພົ້ນເດັ່ນແມ່ນລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ທັງນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມຢາພື້ນເມືອງລາວໃຫ້ມີຄວາມຍືນຍົງ, ພ້ອມນັ້ນຍັງໄດ້ພັດທະນາຣີສອດໃຫ້ມີຄວາມສົມບູນແບບ ແລະ ພັດທະນາຫໍວາງສະແດງຊົນເຜົ່າຕ່າງໆ ໂດຍສະເພາະເຜົ່າມົ້ງ, ກຶມມຸ,ບຣູ ແລະ ເຜົ່າລາວ. ປັດຈຸບັນການພັດທະນາພາຍໃນສວນແມ່ນໄດ້ສໍາເລັດໂດຍພື້ນຖານ ຢ່າງໃດກໍດີ ເຊື່ອວ່າທຸກສິ່ງຢ່າງທີ່ສ້າງຂຶ້ນຈະເປັນຈຸດດຶງດູດນັກທ່ອງທ່ຽວເພາະຕ່າງປະເທດທີ່ມາປະເທດເຮົາ ຈຸດຫຼັກໆແມ່ນພວກເຂົາຢາກສຶກສາຮິດຄອງປະເພນີ ແລະ ວິຖີຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ພວກເຂົາຢາກຢູ່ກັບທຳມະຊາດທີ່ສະອາດ ແລະ ອື່ນໆ. ປັດຈຸບັນ ພາຍຫຼັງທີ່ລັດຖະບານໄດ້ແຈ້ງການເປີດປະເທດຢ່າງເປັນທາງການເມື່ອວັນທີ 9 ພຶດສະພາ 2022 ຜ່ານມາ ສວນພຶກສາໄດ້ກັບມາເປີດໃຫ້ບໍລິການນັກທ່ອງທ່ຽວເປັນປົກກະຕິແລ້ວ.
ບກ ກວດຂ່າວ

ຂ່າວ: ກິແກ້ວ