*//// *//// ຖວທ ນະຄອນຫຼວງ ແຈ້ງປັບຄ່າເຂົ້າຊົມແຫຼ່ງທ່ອງທ່ຽວມໍລະດົກແຫ່ງຊາດ ເລີ່ມ 1 ມິຖຸນານີ້ – Vte9 *//// *////

ຖວທ ນະຄອນຫຼວງ ແຈ້ງປັບຄ່າເຂົ້າຊົມແຫຼ່ງທ່ອງທ່ຽວມໍລະດົກແຫ່ງຊາດ ເລີ່ມ 1 ມິຖຸນານີ້

ແບ່ງປັນຂ່າວນີ້

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ອອກແຈ້ງການ ປັບຄ່າເຂົ້າຊົມແຫຼ່ງທ່ອງທ່ຽວ ມໍລະດົກແຫ່ງຊາດ, ເຊິ່ງລາຄາໃໝ່ ຈະເລີ່ມປະຕິບັດນັບແຕ່ວັນທີ 1 ມິຖຸນາ ທີ່ຈະມາເຖິງນີ້

ເພື່ອເປັນການແຈ້ງຂ່າວໃຫ້ທຸກພາກສ່ວນໃນສັງຄົມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນກ່ຽວກັບການປັບຂຶ້ນຄ່າເຂົ້າຊົມສະຖານທີ່ທ່ອງທ່ຽວມໍລະດົກແຫ່ງຊາດ ເປັນຕົ້ນແມ່ນ ຫໍພຣະແກ້ວ, ວັດສີ ສະເກດ ແລະ ພະທາດຫຼວງວຽງຈັນ, ດັ່ງນັ້ນ ພະແນກ ຖະແຫຼງຂ່າວ ວັັດທະນະທຳ ແລະ ທ່ອງທ່ຽວ ນວ ສະບັບເລກທີ 565/ຖວທ ລົງວັນທີ 6 ພຶດສະພາ 2022 ວ່າດ້ວຍ ການປັບ, ເກັບຄ່າເຂົ້າຊົມແຫຼ່ງທ່ອງທ່ຽວມໍລະດົກແຫ່ງຊາດ ສະບັບໃໝ່ ແລະ ຈະໄດ້ເກັບຄ່າເຂົ້າຊົມໃນລາຄາໃໝ່ ຕາມໝວດທີ 3 ມາດຕາ 39 ຂອງລັດຖະບັນຍັດປະທານປະເທດ 002/ປທທ, ລົງວັນທີ 17 ມິຖຸນາ 2021 ລະບຸວ່າ ນັບແຕ່ວັນທີ 1 ມິຖຸນາ 2022 ເປັນຕົ້ນໄປ ແມ່ນຈະໄດ້ເກັບປີ້ເຂົ້າຊົມຄົນລາວຈາກ 3.000 ກີບ ມາເປັນ 5.000 ກີບຕໍ່ຄົນ ແລະ ຄົນຕ່າງປະເທດ ລາຄາເກົ່າແມ່ນ 10.000 ກີບເປັນ 30.000 ກີບຕໍ່ຄົນ.

ດັ່ງນັ້ນ, ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງອອກແຈ້ງການສະບັບນີ້ມາຍັງບັນດາບໍລິສັດນຳທ່ຽວ, ຫົວໜ່ວຍທຸລະກິດການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ບຸກຄົນ, ນິຕິບຸກຄົນ, ພໍ່ແມ່ປະຊາຊົນ, ທະຫານ, ຕຳຫຼວດ ລວມທັງພໍ່ຄ້າຊາວຂາຍ ແລະ ອົງການຈັດຕັ້ງສາກົນປະຈຳລາວ ໄດ້ຮັບຮູ້ຕື່ມ

ຂ່າວ-ພາບ: ເບັງ