*//// *//// ພະແນກ ອຄ ແຂວງຄຳມ່ວນກວດກາສິນຄ້າຫມົດອາຍຸໃນງານບຸນພະທາດສີໂຄດຕະບອງ – Vte9 *//// *////

ພະແນກ ອຄ ແຂວງຄຳມ່ວນກວດກາສິນຄ້າຫມົດອາຍຸໃນງານບຸນພະທາດສີໂຄດຕະບອງ

ແບ່ງປັນຂ່າວນີ້

ວັນທີ 14 ກຸມພາ ຜ່ານມານີ້ ເຈົ້າຫນ້າທີ່ກວດກາການຄ້າ ພະແນກ ອຄ ແຂວງຄໍາມ່ວນ ຮ່ວມກັບຂະແຫນງອາຫານ ແລະ ຢາ ພະແນກ ສາທາລະນະສຸກ ແຂວງ ຫ້ອງການ ອຄ ເມືອງທ່າແຂກ ເຊີ່ງນຳພາໂດຍ ທ່ານ ວຽງທອງ ພິມມະສອນ ຫົວຫນ້າຂະແຫນງການຄ້າພາຍໃນ ພະແນກ ອຄ ແຂວງຄໍາມ່ວນ ພ້ອມດ້ວຍເຈົ້າຫນ້າທີ່ກວດກາການຄ້າ ແລະ ພາກສ່ວນກ່ຽວຂ້ອງ ໄດ້ພ້ອມກັນລົງກວດກາສິນຄ້າຫມົດອາຍຸ ສິນຄ້າລອກຮຽນແບບ ສິນຄ້າປອມແປງ ແລະ ກວດກາຫາສານປົນເປື້ອນທີ່ມີສານເຄມີ ໃນອາຫານທະເລ ພ້ອມດ້ວຍສິນຄ້າຫມົດອາຍຸ ໃນການອຸປະໂພກ ບໍລິໂພກ ເປັນຕົ້ນ ເຄື່ອງດື່ມ ນໍ້າຫວານ ກາເຟ ນໍ້າອັດລົມ ແລະ ຂະຫນົມ ທີ່ນຳມາວາງຂາຍພາຍໃນງານບຸນ ເພື່ອເຮັດໃຫ້ຜູ້ທີ່ເຂົ້າມາທ່ຽວງານບຸນ ນະມັດສະການພະທາດສີໂຄດຕະບອງໃນປີນີ້ ໄດ້ນຳໃຊ້ເຄື່ອງທີ່ມີຄວາມສະອາດປອດໄພ ແລະ ດີຕໍ່ສຸຂະພາບ ພ້ອມທັງສ້າງຄວາມຫມັ່ນໃຈໃຫ້ແກ່ຜູ້ທີ່ໄປທ່ຽວໃນງານ.

ຜ່ານການກວດກາຕົວຈິງທັງຫມົດ 76 ຮ້ານ ໃນນີ້ກວດພົບສິນຄ້າຫມົດອາຍຸ 4 ຮ້ານ ໃນຈຳນວນ 4 ລາຍການລວມມູນຄ່າ 6 ແສນກ່ວາກີບ ພ້ອມທັງເຮັດບົດບັນທຶກຕັກເຕືອນເຈົ້າຂອງຮ້ານ ແລະ ທຳລາຍສິນຄ້າກັບທີ່.  ເຊີ່ງງານບຸນນະມັດສະການພະທາດສີໂຄດຕະບອງໃນປີນີ້ ມີສິນຄ້າ ຫນື່ງເມືອງ ຫນື່ງຜະລິດຕະພັນ ຈາກ 10 ຕົວເມືອງ ມີເຕັ້ນຂາຍເຄື່ອງທົ່ວໄປເຊັ່ນ ຮ້ານຂາຍເຂົ້າຫລາມ ປີ້ງໄກ່ ແລະ ຮ້ານອື່ນໆອີກຈຳນວນຫນື່ງ.