*//// *//// ການນຳແຂວງສາລະວັນ ລົງຢ້ຽມຢາມຄອບຄົວຜູ້ທີ່ຖືກໄຟໄໝ້ເຮືອນ ແລະ ລົມພະຍຸ – Vte9 *//// *////

ການນຳແຂວງສາລະວັນ ລົງຢ້ຽມຢາມຄອບຄົວຜູ້ທີ່ຖືກໄຟໄໝ້ເຮືອນ ແລະ ລົມພະຍຸ

ແບ່ງປັນຂ່າວນີ້

ທ່ານຮອງເລຂາພັກແຂວງສາລະວັນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມ, ຢ້ຽມຢາມຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ເຮືອນ ແລະ ລົມພະຍຸພັດເຮືອນຂອງປະຊາຊົນຢູ່ ບ້ານປັດຊຸມ ເມືອງຄົງເຊໂດນ.

ໃນວັນທີ 25 ເມສາ ຜ່ານມາ, ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງໆສາລະວັນ ພ້ອມດ້ວຍພະແນກການ, ອົງການຈັດຕັ້ງຕ່າງໆຂອງແຂວງ ແລະ ອໍານາດການປົກຄອງເມືອງ ໄດ້ລົງເຄື່ອນໄຫວຢ້ຽມຢາມຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ ແລະ ລົມພະຍຸພັດເຮືອນຂອງປະຊາ ຊົນຢູ່ ບ້ານປັດຊຸມ ເມືອງຄົງເຊໂດນ ແຂວງສາລະວັນ.

ທ່ານ ສີພອນ ວິໄລພອນ ນາຍບ້ານໆປັດຊຸມ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 15 ເມສາ 2023 ເວລາ 16 ໂມງ 30 ນາທີ ໄດ້ເກີດເຫດລົມພະຍຸພັດຜ່ານບ້ານເຮືອນພໍ່ແມ່ປະຊາຊົນ, ເຮັດໃຫ້ ມີເຮືອນໄດ້ຮັບຄວາມເສຍຫາຍທັງໝົດ 7 ຫຼັງ, ໃນນັ້ນ ຫຼັງຄາເລີກມີ 5 ຫຼັງ ແລະ 2 ຫຼັງເຮືອນແມ່ນເສຍຫາຍໝົດຫຼັງ ແລະ ຕໍ່ມາໃນວັນທີ 23 ເມສາ 2023 ເວລາປະມານ 10:30 ໂມງ ກໍໄດ້ເກີດມີໄຟໄໝ້ເຮືອນຈໍານວນ 2 ຫຼັງ, ເຊິ່ງເຮືອນຈໍານວນສອງຫຼັງນີ້ ຫຼັງໜຶ່ງແມ່ນເປັນເຮືອນທີ່ແອ້ມແປ້ນ ມຸງສັງກະສີ ແລະ ອີກຫຼັງໜຶ່ງແມ່ນເປັນເຮືອນສອງຊັ້ນ ກໍ່ພື້ນທາງເທິງແອ້ມແປ້ນ ມຸງສັງກະສີ.

ສ່ວນມູນຄ່າການເສຍຫາຍແມ່ນຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນ, ຕໍ່ກັບສະພາບການທີ່ເກີດຂຶ້ນນັ້ນທາງອໍານາດການປົກຄອງບ້ານ ແລະ ອົງການຈັດຕັ້ງຕ່າງໆ ໄດ້ຊ່ວຍເຫຼືອທັນທີ, ພ້ອມທັງລະດົມທຶນຄອບຄົວລະ 50 ພັນກີບ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອໃຫ້ແກ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ, ບ້ານປັດຊຸມ ມີຈໍານວນພົນທັງໝົດ 1 ພັນກວ່າຄົນ, ຍິງ 500 ກວ່າຄົນ, ມີ 180 ກວ່າຫຼັງຄາເຮືອນ ແລະ 250 ກວ່າຄອບຄົວ.

ຈາກນັ້ນ ທ່ານຮອງເລຂາພັກແຂວງ ໃນນາມຕ່າງໜ້າອົງການປົກຄອງແຂວງ ກໍໄດ້ມອບເງິນຈໍານວນໜຶ່ງທີ່ໄດ້ຈາກການປະກອບສ່ວນຂອງບັນດາພະແນກການ, ອົງການຈັດຕັ້ງຕ່າງໆ ແລະ ເຄື່ອງອຸປະ ໂພກ-ບໍລິໂພກ ໃຫ້ກັບຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ເພື່ອເປັນການແກ້ໄຂບັນເທົາທຸກໃນເບື້ອງຕົ້ນ ລວມມູນຄ່າທັງໝົດ 20 ລ້ານກີບ.

ຂ່າວ: ສາລະວັນ ຮຽບຮຽງ: ຂັນໄຊ