*//// *//// 1 ປີ​ຜ່ານ​ມາ ທະ​ຫານ​ເມືອງ​ຫາດ​ຊາຍ​ຟອງ ສ້າງ​ລາຍ​ຮັບ​ໃຫ້ກົມ​ກອງ​ ໄດ້​ເຖິງ 100 ກວ່າ​ລ້ານ​ກີບ ນອກນີ້ຍັງຢຶດຢາບ້າໄດ້ 10ເປົາ ແລະ ກັກຕົວຄົນຮ້າຍໄດ້ 100 ກວ່າຄົນ – Vte9 *//// *////

1 ປີ​ຜ່ານ​ມາ ທະ​ຫານ​ເມືອງ​ຫາດ​ຊາຍ​ຟອງ ສ້າງ​ລາຍ​ຮັບ​ໃຫ້ກົມ​ກອງ​ ໄດ້​ເຖິງ 100 ກວ່າ​ລ້ານ​ກີບ ນອກນີ້ຍັງຢຶດຢາບ້າໄດ້ 10ເປົາ ແລະ ກັກຕົວຄົນຮ້າຍໄດ້ 100 ກວ່າຄົນ

ແບ່ງປັນຂ່າວນີ້

ກອງ​ບັນ​ຊາ​ການ​ທະ​ຫານ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນ​ຫຼວງວຽງ​ຈັນ ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບວຽກ​ງານ​ຮອບ​​ດ້ານປະ​ຈໍາ​ປີ 2021 ເຊິ່ງສາມາດຢຶດ​ຢາ​ບ້າ​ໄດ້ 10 ເປົາ ຢາ​ໄອ້ 9 ຖົງ ກັບ 1 ຫຼອດ ນອກນັ້ນ​ຍັງ​ກັກ​ຕົວ​ຄົນ​ຮ້າຍ​ໄດ້ 189 ຄົນ​ມາ​ສຶກ​ສາ​ອົບ​ຮົມ ໄດ້​ນຳ​ພາ​ກຳ​ລັງ​ລົງ​ປະ​ຕິ​ບັດ​ວຽກ​ງານ​ຊ່ວຍ​ຕ້ານ​ການ​ລະ​ບາດ​ພະ​ຍາດ​ໂຄວິດ​ເປັນ​ຈຳ​ນວນ​ຫຼາຍ​ຄັ້ງ ສະ​ພາບ​ຕາມ​ຊາຍ​ແດນ ມີ​ຄວາມ​ສະ​ຫງົບ​ດີ ແຕ່​ກໍ່​ຍັງ​ມີ​​ຄົນ​ຈຳ​ນວນ​ໜື່ງ​ລັກ​ລອບ​ຂ້າມ​ໄປ​ມາ​ແບບ​ຊະ​ຊາຍ​ບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​​ກົດ​ໝາຍ ນອກນີ້ໄດ້​ເຮັດ​ໜ້າ​ທີ່​ເອົາ​ໃຈ​ໃສ່​ຮັບ​ປະ​ກັນ​ພະ​ລະ​ທິ​ການ-ເຕັກ​ນິກ ແຜນ​ງານ​ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ສະ​ບຽງ​ອາ​ຫານ​ພາຍ​ໃນ​ກົມ​ກອງ ຕາມ​ທິດ 4 ປູກ 4 ລ້ຽງ​ຂອງ​ກົມ​ໃຫຍ່​ພະ​ລາ​ທິ​ການ​ວາງ​ອອກ ໃນ​ນັ້ນ​ໄດ້​ປູກ​ເຂົ້າ​ທັງ​ນາ​ປີ ນາ​ແຊງ ປູກ​ພືດ​ລົ້ມ​ລຸກ ສັງ​ລວມ​ລາຍ​ຮັບໄດ້ 37 ລ້ານກວ່າກີບ ໄດ້​ລ້ຽງ​ສັດ​ໃຫຍ່ ລ້ຽງ​ປາ ລ້ຽງ​ສັດ​ປີກ​ເພື່ອ​ຕອບ​ສະ​ໜອງ​ເຂົ້າ​ເຮືອນ​ຄົວ​ລວມ ສ້າງ​ລາຍ​ຮັບ​ໄດ້ເກືອບ 23 ລ້ານກີບ ລວມ​ລາຍ​ຮັບ​ທັງ​ໝົດ 100ລ້ານກວ່າກີບ.

ກອງປະຊຸມຄັ້ງນີ້ໂດຍການ ເປັນ​ປະ​ທານ​ຂອງ ທ່ານ ພັ​ນໂທ ວຽງ​ວິ​ໄລ ແກ້ວບຸນ​ມີ ຫົວ​ໜ້າ​ການ​ທະ​ຫານ ກອງ​ບັນ​ຊາ​ການ​ທະຫານ ເມືອງ​ຫາ​ຊາຍ​ຟອງ  ເຂົ້າ​ຮ່ວມ​ມີ ທ່ານ ບຸນ​ເພັງ ສີ​ນ​ະ​ວົງ​ພອນ ເຈົ້າ​ເມືອງ​ຫາດຊາຍ​ຟອງ.

ໃນພິທີທ່ານ ພັ​ນໂທ ຫຼອນ​ຫຼ້າ ບາ​ສີ​ວົງ ຫົວ​ໜ້າ​ພະ​ແນກ​ການ​ເມືອງ ກອງ​ບັນ​ຊາ​ການ​ທະ​ຫານ​ເມືອງຫາດຊາຍຟອງ ໄດ້​​ລາຍ​ງານ​ບົດ​ສະ​ຫຼຸບ ແລະ ​ຕີ​ລາຄາ​ຄືນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 4 ໜ້າ​ທີ່​ໃຫຍ່ 26 ແຜນ​ງານ  ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ 7 ລະ​ບອບ 18 ວຽກ ຂອງກອງ​ບັນ​ຊາ​ການ​ທະ​ຫານ​ເມືອງ​ຫາດ​ຊາຍ​ຟອງ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນ ແລະ ສີ່ງ​ທ້າ​ທາຍ​ທົດ​ສອບ​ນາໆ​ປະ​ການຂອງ​ໂລກ​ທີ່​ກຳ​ລັງ​ກະ​ທົບ ຕໍ່ທາງ​ດ້ານ​ການ​ທະ​ຫານ ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ ແຕ່​ເຖີງ​ຢາງ​ໃດ​ກໍ່​ຕາມ​ເມືອງ​ຫາດ​ຊາຍ​ຟອງ ກໍ່​ຖື​ວ່າ​ສະ​ພາບ​ການ​ທາງ​ດ້ານ​ເມືອງ​ຍັງ​ຮັກ​ສາ​ໄດ້​ດີ ມີ​ຄວາມສະ​ຫງົບ ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ ແຕ່​ກໍ່​ປາ​ສະ​ຈາກ​ບໍ່​ໄດ້ ຕໍ່​ບັນ​ຫາ​ກາ​ນປຸ້ນ​ຈີ້​ຊີງ​ຊັບ ສີ່ງ​ເສບ​ຕິດ ອຸ​ບັດເຫດ ອັກ​ຄີ​ໄພ ​ເຊີ່ງ ເກີດ​ຂື້ນ​ລວມ​ມີ 271 ເລື່ອງ ຜົນ​ເສຍ​ຫາຍ 1 ຕື້ກວ່າກີບ ນອກນີ້ໄດ້​ເຮັດ​ໜ້າ​ທີ່​ຮັກ​ສາ​​ຄວາມ​ສະ​ຫງົບ ຢູ່​ຮາກ​ຖານ​ການ​ເມືອງ​ ໄດ້​ແຮກ​ສ່ຽວ​ກັບ​ອົງ​ການ​ປົກ​ຄອງ 3 ບ້ານ ຄື ທ່າ​ເດື່ອ ດົງ​ໂພນ​ແຮ່ ແລະ ຄຳ​ຈະ​ເລີນ ສ່ວນການ​ກຽມ​ພ້ອມ​ສູ້​ຮົບ ກອບ​ກູ້​ໄພ​ພິ​ບັດ ແລະ ນຳ​ໃຊ້​ກຳ​ລັງ​​ໄດ້ກຽມ​ພ້ອມ​ຕະ​ຫຼອດ 24 ຊົ່ວ​ໂມງ ນອກນັ້ນ​ຄະ​ນະ​ພັກ​ຄະ​ນະ​ບັນ​ຊາ​ຍັງ​ໄດ້ຖື​ສຳ​ຄັນ​ຕໍ່​ວຽກ​ງານ​ສຶກ​ສາ​ອົບ​ຮົມ-ນຳ​ພາ​ການ​ເມືອງ​ແນວ​ຄິດ​ໃຫ້​ກຳ​ລັງ​ພົນ ແລະ ນາຍ​ທະ​ຫານ​ກຳ​ແໜ້ນ​​ຕໍ່​ແນວ​ທາງ​ນະ​ໂຍ​ບາຍ ເອົາ​ໃຈ​ໃສ່​ໃກ້​ສິດ​ກຳ​ລັງ​ກອງ​ຫຼອນ​ບ້ານ​ເພື່ອ​ຮັກ​ສາ​ຄວາມ​ສະ​ຫງົບ ຕອນ​ທ້າຍກອງ​ຊຸມ​​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງໄດ້ຊີ້ນຳໃຫ້​​ຍົກ​ສູງ​ບົດ​ບາດ​ສຶກ​ສາ​ອົບ​ຮົມ​ການ​ເມືອງ ແນວ​ທາງ​ຂອງ​ພັກ​ໃຫ້​ກຳ​ລັງ​ພົນ​ແລະເພີ່ມ​ທະ​ວີ​ການ​ຮັກ​ສາ​ຄວາມ​ສະ​ຫງົບ ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ຍົກ​ລະ​ດັບ​ຕົນ​ເອງ​ໃຫ້​ມີ​ຄຸ​ນະ​ພາບ​ທີ່​ດີ​ຂື້ນກວ່າ​ເກົ່າ.