*//// *//// ລມຕ ກະຊວງແຜນການ ແລະ ການລົງທຶນ ໂອ້ລົມຄະນະນຳສູນສະຖິຕິແຫ່ງຊາດ – Vte9 *//// *////

ລມຕ ກະຊວງແຜນການ ແລະ ການລົງທຶນ ໂອ້ລົມຄະນະນຳສູນສະຖິຕິແຫ່ງຊາດ

ແບ່ງປັນຂ່າວນີ້

ໂອກາດທີ່ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ສູນສະຖິຕິແຫ່ງຊາດ, ຕ່າງໜ້າສູນຕ້ອນຮັບຂອງ ທ່ານນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ຍັງໄດ້ລາຍງາຍສະພາບການເຄື່ອນໄຫວວຽກງານປີ 2021 ວ່າ: ໃນເງື່ອນໄຂຄວາມຫຍຸ້ງຍາກດ້ານການລະ ບາດຂອງພະຍາດໂຄວິດ, ແຕ່ສູນສະຖິຕິ ກໍສາມາດຍາດໄດ້ຜົນສໍາເລັດຈໍານວນໜຶ່ງ ເປັນຕົ້ນແມ່ນ ສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ 3, ສຳຫຼວດສະຖິຕິກະສິກຳ ຄັ້ງທີ 3, ສະຫຼຸດຂາດຕົວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 2020 ແລະ ຄາດຄະເນ 2021, ອັດຕາເງີນເຟີ້ຂອງປະເທດ ປະຈຳເດືອນ ແລະ ປະຈຳປີ 2021, ຜົນລາຍງານສະຖິຕິພົນລະເມືອງຂອງປະເທດ, ສະພາບຄວາມທຸກຍາກ, ສະພາບການພັດທະນາແມ່ຍິງ ແລະ ເດັກນ້ອຍ, ສ້າງພື້ນລ່າງບັນຊີຕົວຊີ້ບອກເພື່ອການຕິດຕາມ, ປະເມີນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ເຫຼັ້ມ 2, ນອກນັ້ນ ຍັງໄດ້ສ້າງລະບົບຖານຂໍ້ມູນເກັບກໍາຂໍ້ມູນສະຖິຕິທາງການ, ລາຍງານການສຳຫຼວດລະດັບຊາດ ແລະ ຕົວແທນ ປັບປຸງຊຸດຂໍ້ມູນສະ ຖິຕິປະຈຳປີ ສຳລັບບໍລິການຂໍ້ມູນສະຖິຕິທາງການ ແບ່ງຕາມຂະແໜງການ, ຄຸ້ມຄອງ, ບຳລຸງຮັກສາອຸປະກອນໄອທີ ເຊີເວີ້ ແລະ ປັບປຸງເວັບໄຊ ແລະ ເວັບຖານຂໍ້ມູນ. ໃນປີ 2022 ສູນສະຖິຕິ ຍັງໄດ້ສືບຕໍ່ວຽກງານການສໍາຫຼວດ ແລະ ສຳຫຼວດຕົວແທນລະດັບຊາດເຊັ່ນ: ເກັບກຳຂໍ້ມູນຈາກບັນດາຂະແໜງການ ແລະ ຈັດຕັ້ງປະຕິບັດວຽກງານສະຖິຕິຂັ້ນບ້ານ, ການສຳຫຼວດກຳລັງແຮງງານ, ສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ 3 ປີ 2022, ສຳຫຼວດຄົວເຮືອນປະຈຳປີ 2022, ສຳຫຼວດໂພສະນາການຢູ່ 4 ແຂວງ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5 ປີ 2025 (2022-2024), ການສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ 4, ການສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ຄັ້ງທີ 7, ການສຳຫຼວດຄົວເຮືອນ ແລະ ວິສາຫະກິດປະຈຳປີ.

ພາຍຫຼັງທີ່ຮັບຟັງແລ້ວ ທ່ານ ຄໍາເຈນ ວົງໂພສີ ຍັງໄດ້ເນັ້ນບາງຈຸດໂດຍໃຫ້ສູນສະຖິຕິ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດຖະບານ, ເອົາໃຈໃສ່ປັບປຸງລະບອບແຜນວິທີການເຮັດວຽກ ແລະ ທົບທວນຄືນກ່ຽວກັບການກຳນົດໄລຍະເວລາລາຍງານ, ຄົ້ນຄວ້າສ້າງກົນໄກ ແລະ ຫຼັກການ ໃນການປະສານງານກັບບັນດາ ກະຊວງ ຂະ ແໜງການສາຍຕັ້ງກັບທ້ອງຖິ່ນ ແລະ ສາຍຂວາງກັບບັນດາກະຊວງ, ປັງປຸງວຽກງານການເຜິຍແຜ່ຂໍ້ມູນ ແລະ ສ້າງຄວາມເຊື່ອຖືໃຫ້ສັງຄົມຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ໃນເງື່ອນໄຂທີ່ປະເທດຂອງພວກເຮົາເຊື່ອມໂຍງ ແລະ ເປີດກວ້າງການຮ່ວມມືໃນຂົງເຂດພາກພື້ນ ແລະ ສາກົນ.