*//// *//// ການປະດັບປະດາໃນນະຄອນຫຼວງຮ່າໂນ້ຍ ກຽມພ້ອມເປີດງານຊີເກມ ຄັ້ງທີ 31 – Vte9 *//// *////

ການປະດັບປະດາໃນນະຄອນຫຼວງຮ່າໂນ້ຍ ກຽມພ້ອມເປີດງານຊີເກມ ຄັ້ງທີ 31

ແບ່ງປັນຂ່າວນີ້

ຍັບມໍ່ເຂົ້າມາແລ້ວ ສຳລັບ ງານມະຫາກຳກີລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 ຫຼື ຊີເກມ ຄັ້ງທີ 31 ທີ່ນະຄອນຫຼວງຮ່າໂນ້ຍ, ສິ່ງໜຶ່ງທີ່ບົ່ງບອກເຖິງຄວາມພາກພູມໃຈ ແລະ ໄມຕີຈິດມິດຕະ ພາບໃນການຕ້ອນຮັບແຂກບ້ານແຂກເມືອງ ແມ່ນການປະດັບປະດາ ແລະ ປ້າຍຄຳຂວັນຕ່າງໆ

ຕາມຂ່າວຂອງຫວຽດນາມ ລາຍງານວ່າ: ງານມະຫະກຳກີລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 ຫຼື ຊີ ເກມ ຄັ້ງທີ 31 ຈະເປີດຂຶ້ນຢູ່ສະໜາມກີລາແຫ່ງຊາດ ມີດິ່ງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດ ນາມ ໃນວັນທີ 12 ພຶດສະພາ 2022 ນີ້, ດັ່ງນັ້ນ ໃນເສັ້ນທາງທຸກສາຍ, ປະຕູເຂົ້າ-ອອກຂອງນະ ຄອນຫຼວງຮ່າໂນ້ຍ ແມ່ນໄດ້ເລີ່ມມີການປະດັບປະດາດ້ວຍທຸງ, ດອກໄມ້, ກະຕູນນໍາໂຊກ, ປ້າຍຄຳຂວັນ, ປ້າຍໂຄສະນາຂະໜາດໃຫຍ່ ເພື່ອໂຄສະນາ, ລະດົມກຳລັງໃຈໃຫ້ແກ່ຊີເກມ ຄັ້ງທີ 31, ມາແຕ່ວັນທີ 30 ເມສາ ເປັນຕົ້ນມາ.

ຂໍ້ມູນຍັງໃຫ້ຮູ້ອີກວ່າ: ໃນຊີເກມຄັ້ງນີ້, ຮ່າໂນ້ຍ ໄດ້ສ້າງຕັ້ງ 4 ອະນຸກຳມະການ, ຄະນະຈັດຕັ້ງຊີເກມ ຄັ້ງທີ 31 ນະຄອນຫຼວງຮ່າໂນ້ຍ ແມ່ນໄດ້ສົມທົບກັບບັນດາໜ່ວຍງານລະດົມຜູ້ຄົນ 3.000 ຄົນ ທີ່ມາຈາກບັນດາອົງການຂັ້ນສູນກາງ ເພື່ອຝຶກແອບຮັບໃຊ້ ໃຫ້ແກ່ພິທີເປີດ ແລະ ປິດຊີເກມ ຄັ້ງທີ 31. ມາຮອດປັດຈຸບັນ ບັນດາວຽກງານແມ່ນໄດ້ສຳເລັດແລ້ວ.