*//// *//// UNDP ລົງຊຸກຍູ້ການປັບປຸງແຫຼ່ງທ່ອງທ່ຽວ 3 ແຫ່ງ ໃນເມືອງວັງວຽງ – Vte9 *//// *////

UNDP ລົງຊຸກຍູ້ການປັບປຸງແຫຼ່ງທ່ອງທ່ຽວ 3 ແຫ່ງ ໃນເມືອງວັງວຽງ

ແບ່ງປັນຂ່າວນີ້

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ລົງຕິດຕາມຊຸກຍູ້ 3 ຈຸດປັບປຸງໃນສະຖານທີ່ທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ.

ອົງການສະຫະປະຊາຊາດ ເພື່ອການພັດທະນາ ຫຼື UNDP ໄດ້ລົງຕິດຕາມຊຸກຍູ້ຈຸດສະຖານທີ່ປັບປຸງ ແຫຼ່ງທ່ອງທ່ຽວຖ້ຳປູຄຳ ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 20 ພຶດສະພາ ຜ່ານມາ ໂດຍການນໍາພາຂອງທ່ານ ໂອເງິນ ປັນຍານຸວົງ ຮອງຫົວຫນ້າກົມພັດທະນາການທ່ອງທ່ຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບໂຄງການຂັ້ນເມືອງເຂົ້າຮ່ວມ.
ການລະບາດຂອງພະຍາດໂຄວິດ-19 ເລີ່ມແຕ່ປີ 2020 ເປັນຕົ້ນມາ ເປັນເຫດການທີ່ບໍ່ມີປະເທດໃດໃນໂລກຄາດຄະເນ ແລະ ກະກຽມຮັບມືມາກ່ອນ ແລະ ໜຶ່ງໃນຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ແມ່ນການທ່ອງ ທ່ຽວ, ທົ່ວລະບົບຕ່ອງໂສ້ຂອງການທ່ອງທ່ຽວ ແມ່ນໄດ້ຮັບຜົນກະທົບ ເປັນຕົ້ນ ການຂົນສົ່ງ, ສະຖານທີ່ພັກແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ພະນັກງານນໍາທ່ຽວ, ຮ້ານຂາຍເຄື່ອງທີ່ລະນຶກ, ຕະຫຼອດຮອດເຄືອຄ່າຍຜູ້ຜະລິດ, ສະຖິຕິນັກທ່ອງທ່ຽວສາກົນເຂົ້າມາທ່ຽວຫຼຸດລົງ 74%, ຂາດລາຍຮັບ 70-80%, ແຮງງານໃນຂະແໜງ ການທ່ອງທ່ຽວ ກໍໄດ້ຮັບຜົນກະທົບ ຄື: ບໍ່ໄດ້ຮັບຄ່າແຮງງງານ, ຖືກພັກວຽກ, ບັນຫາດັ່ງກ່າວ ໄດ້ສົ່ງຜົນໃຫ້ສະພາບເສດ ຖະກິດຂອງຄອບຄົວຕົກຢູ່ໃນສະພາບທີ່ຫຍຸ້ງຍາກ ບັນຫາໜີ້ສິນເພີ່ມຂຶ້ນ ຍິ່ງໄປກວ່ານັ້ນ, ໃນປີ 2021 ທີ່່ຜ່ານມາ ລາວເຮົາ ບໍ່ມີນັກທ່ອງທ່ຽວສາກົນເຂົ້າມາເລີຍ. ຈາກຜົນກະທົບດັ່ງກ່າວ ທາງອົງການສະຫະປະຊາຊາດເພື່ອການພັດທະນາUNDP ໄດ້ເຫັນຄວາມສຳຄັນໃນຂະແໜງທ່ອງທ່ຽວ ຈື່ງໄດ້ໃຫ້ການສະໜັບສະໜູນໃນການສ້າງແຜນແນວທາງການຟື້ນຟູການທ່ອງທ່ຽວຂອງລາວ ຈາກການລະບາດຂອງພະຍາດໂຄວິດ.
ສຳລັບ ແຜນການຟື້ນຟູ 2021-2025 ໃຫ້ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈັດຕັ້ງປະຕິບັດໄລຍະທີ 1 ນັບແຕ່ວັນທີ 11 ທັນວາ 2020 ແລະ ໄດ້ຮັບຮອງຈາກກະຊວງ ຖວທ ໃນວັນທີ 21 ກໍລະກົດ 2021 ເພື່ອສືບຕໍ່ຜັນຂະຫຍາຍແຜນແນວທາງການຟື້ນຟູການທ່ອງທ່ຽວ, ອົງການສະຫະປະຊາຊາດເພື່ອການພັດທະນາ ຈຶ່ງໄດ້ໃຫ້ ການສະໜັບສະໜູນໄລຍະທີ 2 ຕື່ມ ເພື່ອປັບປຸງສິ່ງອຳນວຍຄວາມສະດວກ ໃນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ, ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ຈຶ່ງໄດ້ສົມ ທົບກັບກົມພັດທະນາການທ່ອງທ່ຽວ ຈັດຕັ້ງປະຕິບັດກິດຈະກຳ ລົງສຳຫຼວດ ແລະ ກຳນົດຈຸດສະຖານທີ່ທ່ອງທ່ຽວໃນການປັບປຸງ, ສະເພາະ ເມືອງວັງວຽງ ໄດ້ຄັດເລືອກການປັງປຸງຢູ່ສະຖານທີ່ທ່ອງທ່ຽວ 3 ຈຸດ.

ຜ່ານການລົງຕິດຕາມຊຸກຍູ້ບັນດາກິດຈະກຳໃນຄັ້ງນີ້ ເຫັນວ່າ ບັນດາໜ້າວຽກຂອງໂຄງການທີ່ຈັດຕັ້ງປະຕິບັດຢູ່3 ແຫຼ່ງທ່ອງທ່ຽວຄື: ປັບປຸງບ່ອນຈອດລົດຢູ່ແຫຼ່ງທ່ອງທ່ຽວຖ້ຳປູຄຳ, ປັບປຸງເສັ້ນທາງຍ່າງປ່າ ສຳເລັດ 70%, ຈຸດຊົມວິວຜາເງິນໃຫຍ່ ບ້ານໂພນເງິນ, ປັບປຸງເສັ້ນທາງຍ່າງປ່າຄືບໜ້າແລ້ວ 50% ແລະ ຈຸດຊົມວິວຖ້ຳນອນ ໄດ້ 40%.