*//// *//// ໂຄງການທ່ອງທ່ຽວສີຂຽວ ໄລຍະທີ 2 ຈະເລີ່ມເດືອນພຶດສະພາ ທີ່ຈະມາເຖິງນີ້ – Vte9 *//// *////

ໂຄງການທ່ອງທ່ຽວສີຂຽວ ໄລຍະທີ 2 ຈະເລີ່ມເດືອນພຶດສະພາ ທີ່ຈະມາເຖິງນີ້

ແບ່ງປັນຂ່າວນີ້

ເພື່ອເປັນຟື້ນຟູເສດຖະກິດພາຍໃນປະເທດໃຫ້ກັບມາສູ່ສະພາບປົກກະຕິໂດຍໄວ, ລັດຖະບານ ຈຶ່ງໄດ້ເປີດໂຄງການທ່ອງທ່ຽວສີຂຽວຜ່ານໄປ 1 ໄລຍະ ແລະ ຄາດວ່າຈະເລີ່ມສືບຕໍ່ໄລຍະທີ 2 ໃນຕົ້ນເດືອນພຶດສະພານີ້, ພ້ອມທັງຈະຂະຫຍາຍຈາກ 3 ແຂວງ ເພີ່ມເປັນ 9 ແຂວງ.

ສຳລັບ ໂຄງການທ່ອງທ່ຽວສີຂຽວ ໄດ້ເລີ່ມເປີດຮັບນັກທ່ອງທ່ຽວໄລຍະທຳອິດໃນຕົ້ນເດືອນມັງ ກອນ ມາຈົນເຖິງວັນທີ 31 ມີນາ 2022, ເຊິ່ງກໍເຫັນວ່າ ນັກທ່ອງທ່ຽວ ຫຼາຍກວ່າ 5 ຮ້ອຍເທື່ອຄົນແມ່ນໃຫ້ຄວາມສົນໃຈເຂົ້າມາທ່ຽວຕາມເສັ້ນທາງທີ່ລັດຖະບານເປີດຮັບ ແລະ ສະເພາະ ນະຄອນຫຼວງວຽງຈັນ ກໍເປັນແຂວງໜຶ່ງໃນ 3 ແຂວງທີ່ເປີດຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ຽວໄລຍະທຳອິດ ແລະ ເປັນແຂວງທາງຜ່ານໄປສູ່ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ຕໍ່ກັບການກະກຽມໃນການເປີດຮັບນັກທ່ອງທ່ຽວຜ່ານໂຄງການດັ່ງກ່າວ ໃນໄລຍະທີ 2 ນີ້, ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຍັງໄດ້ໃຫ້ສຳພາດກັບທີມຂ່າວຂອງພວກເຮົາເມື່ອບໍ່ດົນມານີ້ວ່າ: ສຳລັບການເປີດຮັບນັກທ່ອງທ່ຽວສີຂຽວ ໄລຍະ 2 ແມ່ນຄາດວ່າຈະໃນເດືອນພຶດສະພານີ້, ເຊິ່ງເບື້ອງຕົ້ນ ຫຼື ຕາມແຜນທີ່ວາງໄວ້ນັ້ນ ແມ່ນຈະເລີ່ມໃນເດືອນເມສາ, ແຕ່ພາຍຫຼັງການຈັດຕັ້ງປະຕິບັດໃນໄລຍະທີ 1 ຜ່ານມາ ແລະ ກໍໄດ້ມີການປະເມີນຄືນຢ່າງຮອບດ້ານ ຈຶ່ງເຮັດໃຫ້ແຜນໃນການເປີດໂຄງການໄລຍະ 2 ເລື່ອນເປັນເດືອນພຶດສະພາແທນ.

ທ່ານນາງ ວິໄລວອນ ຈັນທະລາຕີ ຍັງໃຫ້ຮູ້ອີກວ່າ: ສະເພາະ ນະຄອນຫຼວງ ແມ່ນໄດ້ມີການກຽມພ້ອມຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ມີການຂະຫຍາຍສະຖານທີ່ພັກ, ໂຮງແຮມ, ຮ້ານອາຫານ, ຈາກປັດຈຸບັນ ທີ່ມີໂຮງແຮມຮອງຮັບນັກທ່ອງທ່ຽວແລ້ວ ຍັງມີໂຮງແຮມທີ່ເປັນບ່ອນຈຳກັດບໍລິເວນ ຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ແລະ ແນ່ນອນວ່າ ບັນດາບົດຮຽນ, ບັນຫາທີ່ພົບໃນການທົດລອງຮັບນັກທ່ອງທ່ຽວໄລຍະທີ 1 ຜ່ານມາ ຫາກມີການແກ້ໄຂ ຕົ້ນຕໍແມ່ນ ລັດຖະບານ ຫຼຸດຜ່ອນຂອດຂັ້ນນີ້ລົງ, ເຊື່ອແນ່ວ່າ ຕົວເລກນັກທ່ອງທ່ຽວກໍຈະເພີ່ມຂຶ້ນ, ເພາະ ໄລຍະທີ 2 ນີ້ ແມ່ນໄດ້ເປີດກວ້າງກວ່າໄລຍະຜ່ານມາ ຈາກ 3 ເພີ່ມເປັນ 9 ແຂວງ ແລະ ສາມາດເຂົ້າໄດ້ເຖິງ 9 ດ່ານດ້ວຍກັນ.

ພາບນຳ: ໂລເບີດ