*//// *//// Vte9 *//// *////
ແບ່ງປັນຂ່າວນີ້

ພິທີປິດຝຶກອົບຮົມຫຼັກສູດ Non Degree ລຸ້ນທີ II ຫົວຂໍ້: “Introduction Data Science

    ພິທີປິດຝຶກອົບຮົມຫຼັກສູດ Non Degree ລຸ້ນທີ II ຫົວຂໍ້: “Introduction Data Science.
    ໃນວັນທີ 27 ກັນຍາ 2023 ທີ່ຫ້ອງປະຊຸມໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີປິດຝຶກອົບຮົມ ແລະ ມອບໃບຢັ້ງຢືນຫຼັກສູດ Non Degree ລຸ້ນທີ II ຫົວຂໍ້: “Introduction Data Science” ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ ລາວ ໂທລະຄົມ ທັງເປັນຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະ ຫາຊົນ ພ້ອມຄະນະ ເຂົ້າຮ່ວມ.
    ທ່ານ ສຸພົນ ຈັນທະວີໄຊ ໄດ້ກ່າວວ່າ: ການພັດທະນາບຸກຄະລາກອນ ແມ່ນມີຄວາມສຳຄັນຫຼາຍ, ບໍ່ວ່າຈະເປັນໄລຍະຜ່ານມາຈົນເຖິງອະນາຄົດ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງກອນຂອງ ລາວ ໂທລະຄົມ ແລະ ລວມເຖິງຄູ່ຮ່ວມທຸລະກິດ ຜ່ານການສົມທົບຄວາມຮ່ວມມືກັບ ມະຫາວິທະຍາໄລ ຂອນແກ່ນ ໂດຍການຄັດເລືອກເອົາຫຼັກສູດສຳຄັນທີ່ ເໝາະສົມກັບສະພາບຕົວຈິງ ໃນປັດຈຸບັນ ລາວໂທລະຄົມ ກໍຈັດຕັ້ງແຜນນະໂນບາຍການຫັນເປັນດິຈິຕອນ. ຈາກນັ້ນ, ທ່ານ ພານຸພົງ ວັນຈັນທຶກ ຜູ້ຊ່ວຍຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລ ຂອນແກ່ນ ກໍໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ຈຳນວນ 34 ທ່ານ ທີ່ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງການເງິນ, ອົງການປະກັນສັງຄົມແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ ແລະ ລາວ ໂທລະຄົມ.
    ໃນໂອກາດນີ້ ທ່ານ ອາລຸນນະເດດ ບານຈິດ ຄະນະປະຈຳພັກຮາກຖານ, ຮອງຜູ້ອຳນວຍການ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຂຶ້ນກ່າວປິດພິທີ ໂດຍທ່ານກ່າວວ່າ: ການຝຶກອົບຮົມຄັ້ງນີ້ ກໍເປັນອີກຫົວຂໍ້ໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ໃນການຮຽນຮູ້ ແລະ ຕໍ່ຍອດ ເພື່ອການພັດທະນາຄວາມຮູ້ ຄວາມສາມາດ ຂອງບັນດາທ່ານ ເພື່ອເປັນແນວທາງກ້າວໄປສູ່ການເປັນຜູ້ຊໍານານການ ຫຼື ຊ່ຽວຊານທາງດ້ານວຽກງານຂອງຕົນຮັບຜິດຊອບ ແລະ ວຽກງານ Data Science ຖືເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດ ເພາະວ່າເປັນການນຳເອົາຂໍ້ມູນໄປປະກອບເຂົ້າໃນການວາງແຜນຍຸດທະສາດ, ການວິໄຈ ແລະ ທີ່ສຳຄັນແມ່ນໃຊ້ປະກອບສ່ວນເຂົ້າໃນການຕັດສິນໃຈ, ການປະຕິບັດວຽກໃຫ້ຖືກເປົ້າໝາຍ ແລະ ງ່າຍຂຶ້ນ, ນອກນັ້ນ ຍັງເປັນການເສີມສ້າງສາຍສຳພັນກັບບັນດາຄູ່ຮ່ວມທຸລະກິດ ຂອງ ລລທ ໂດຍຜ່ານການພັດທະນາທັກສະ ຄວາມຮູ້-ຄວາມສາມາດໃນດ້ານ Data Science ຂອງພະນັກງານຮ່ວມກັນ ເພື່ອນຳເອົາຄວາມຮູ້ ໄປພັດທະນາ ແລະ ເພີ່ມທັກສະໃຫ້ຕົນເອງ, ສາມາດທັນກັບສະພາບການ ແລະ ຍຸກສະໄໝ ທີ່ມີການປ່ຽນແປງ ຕະຫຼອດເວລາ.

    LaoTelecom