*//// *//// ພິພິທະພັນ ສະຖານບູຮານຫໍພະແກ້ວ ກຽມປັບຂຶ້ນລາຄາຄ່າເຂົ້າຊົມຄືນໃໝ່ ເລີ່ມເດືອນມິຖຸນານີ້ – Vte9 *//// *////

ພິພິທະພັນ ສະຖານບູຮານຫໍພະແກ້ວ ກຽມປັບຂຶ້ນລາຄາຄ່າເຂົ້າຊົມຄືນໃໝ່ ເລີ່ມເດືອນມິຖຸນານີ້

ແບ່ງປັນຂ່າວນີ້

ພາຍຫຼັງ ທີ່ລັດຖະບານ ອະນຸຍາດໃຫ້ເປີດປະເທດເຕັມຮູບແບບ ໃນວັນທີ 9 ພຶດສະພາ ທີ່ຜ່ານມາ, ທາງພິພິທະພັນສະຖານບູຮານຫໍພະແກ້ວ, ກໍໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນ ຮັບນັກທ່ອງທ່ຽວ ແລະ ຄາດວ່າຈະມີນັກທ່ອງທ່ຽວມາທ່ຽວຊົມຄຶກຄື້້ນຄືແຕ່ກ່ອນ.

ຕາມການໃຫ້ສໍາພາດຂອງທ່ານ ພູວຽງ ໂພທິສານ ຜູ້ອໍານວຍການພິພິທະພັນສະຖານບູຮານຫໍ ພະແກ້ວ ທີ່ບອກຕໍ່ທີມຂ່າວວ່າ: ເພື່ອເປັນການຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ພິພິທະພັນສະຖານບູຮານຫໍພະແກ້ວ ໄດ້ກະກຽມຄວາມພ້ອມຮອບດ້ານ, ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ກັບແຂກຄົນທີ່ມາທ່ຽວຊົມ ເປັນຕົ້ນແມ່ນ ໄດ້ຈັດລະບຽບຄືນໃໝ່, ປັບປຸງພື້ນທີ່, ຕັດຕົ້ນໄມ້ອະ ນາໄມໃຫ້ສະອາດ, ທາສີສະຖານທີ່ຄືນໃໝ່, ກຽມປ້າຍແນະນໍາແຂກຄືນໃໝ່, ປັບປຸງ ແລະ ປ່ຽນຕູ້ວາງ ສະແດງວັດຖຸພັນໃໝ່ທັງໝົດ ແລະ ຂຽນຄໍາອະທິບາຍວັດຖຸພັນໃໝ່ໃຫ້ລະອຽດ, ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນຄວາມສໍາຄັນຂອງວັດຖຸພັນ, ວັດຖຸບູຮານທີ່ຍັງຄົງມີຢູ່ ພ້ອມອໍານວຍຄວາມສະດວກໃນການເຂົ້າຊົມຂຶ້ນກວ່າເກົ່າ.

ທ່ານ ພູວຽງ ໂພທິສານ ຍັງກ່າວອີກວ່າ: ໂດຍອີງໃສ່ລະບຽບຫຼັກການ ແລະ ແຈ້ງການຂອງຫຼາຍພາກສ່ວນ ເປັນຕົ້ນແມ່ນ ຂະແໜງການທ່ອງທ່ຽວຂອງ ກະຊວງ ຖວທ ເຊິ່ງນັບແຕ່ວັນທີ 1 ມິຖຸນາ 2022 ເປັນຕົ້ນໄປ ແມ່ນຈະໄດ້ປັບຂຶ້ນລາຄາການເຂົ້າຊົມສະຖານທີ່ທ່ອງທ່ຽວ ແລະ ຢູ່ສະຖານບູຮານຫໍພະແກ້ວ, ພິພິທະພັນວັດສີສະເກດ ແລະ ພຣະທາດຫຼວງວຽງຈັນ ຈາກຄົນລາວ 3.000 ກີບ ປັບຂຶ້ນເປັນ 5.000 ກີບ, ສ່ວນຄົນຕ່າງປະເທດຈາກ 10.000 ກີບ ເປັນ 30.000 ກີບ. ທັງນີ້ ກໍເພື່ອໃຫ້ປວງຊົນລາວໄດ້ເຫັນຄຸນຄ່າ ແລະ ຊ່ວຍກັນຮັກສາມໍລະດົກຂອງຊາດໄວ້ຕໍ່ໄປ.

ຂ່າວ: ຈັນດອນ

ພາບ: ວິໄລສັັກ