*//// *//// ນັກທ່ອງທ່ຽວໄທ ເລີ່ມທະຍອຍເຂົ້າມາທ່ຽວ ຫຼັງຈາກທີ່ລາວເປີດປະເທດເຕັມຮູບແບບມື້ທຳອິດ – Vte9 *//// *////

ນັກທ່ອງທ່ຽວໄທ ເລີ່ມທະຍອຍເຂົ້າມາທ່ຽວ ຫຼັງຈາກທີ່ລາວເປີດປະເທດເຕັມຮູບແບບມື້ທຳອິດ

ແບ່ງປັນຂ່າວນີ້

ນັກທ່ອງທ່ຽວເລີ່ມທະຍອຍເຂົ້າມາທ່ຽວ ພາຍຫຼັງທີ່ລາວເຮົາ ເປີດດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ມື້ທຳອິດ ຕາມແຈ້ງການຂອງລັດຖະບານ ທີ່ອະນຸຍາດໃຫ້ເປີດປະເທດເຕັມຮູບແບບ ເລີ່ມວັນທີ 9 ພຶດສະພາເປັນຕົ້ນໄປ ເຊີ່ງວ່າບັນຍາກາດຈະເປັນແນວໃດ ແລະ ມີນັກທ່ອງທ່ຽວເດີນທາງມາຫຼາຍຊ່ຳໃດ ໄປຕິດຕາມໄດ້ກັບ ສົມສະນິດ ສີຄຳ ລົງພື້ນທີ່ລາຍງານ.

ບັນຍາກາດຂອງການໃຫ້ບໍລິການ ຄົນເຂົ້າ-ອອກເມືອງ ຢູ່ດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນ.ວ ຫາໜອງຄາຍ ພາຍຫຼັງ ເລີ່ມເປີດໃຫ້ບໍລິການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທີ່ໄດ້ອະ ນຸຍາດໃຫ້ເປີດປະເທດແບບເຕັມຮູບແບບ ໂດຍບໍ່ຕ້ອງຈຳກັດບໍລິເວນ ແລະ ຍົກເລິກມາດຕະການຂັ້ນຕອນຕ່າງໆ ເພື່ອຄວາມສະດວກໃນການເດີນທາງນັ້ນ ກໍເຫັນວ່າ ມີນັກທອ່ງທ່ຽວຊາວໄທ ເລີ່ມໄດ້ຖະຍອຍເດີນທາງເຂົ້າມາເທື່ອໜ້ອຍ ຜ່ານດ່ານດັ່ງກ່າວ ຕັ້ງແຕ່ຕອນເຊົ້າ ເປັນຕົ້້ນມາ ແຕ່ຈຳນວນນັກທ່ອງທ່ຽວ ແມ່ນຍັງບໍ່ຫລາຍເທົ່າທີ່ຄວນ ເນື່ອງຈາກເປັນມື້ທຳອິດຂອງການເປີດດ່ານ, ອັນນີ້ກໍເນື່ອງມາຈາກຫລາຍຄົນອາດຈະຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈກ່ຽວກັບຂັ້ນຕອນການເດີນທາງເຂົ້າປະເທດເທື່ອ ແລະ ທີ່ຂົ້າມາມື້ນີ້ສ່ວນຫຼາຍນັກທ່ອງທ່ຽວທີ່ເດີ່ນທາງເຂົ້າມາເປັນກຸ່ມຈາກບໍລິສັດທົວ ໃນແຕ່ລະແຂວງຂອງປະເທດໄທ ທີ່ເດີ່ນທາງເຂົ້າມາເພື່ອເບີ່ງຄວາມພ້ອມຂອງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາ ຫານ ແລະ ອື່ນໆ ໂດຍສະເພາະ ເຂດທ່ອງທ່ຽວ ທີ່ເດີນທາງຕາມສາຍທາງລົດໄຟລາວ-ຈີນ ເພື່ອຈະນຳໄປປະເມີນ ແລະ ຈັດທົວໃຫ້ນັກທ່ອງທ່ຽວຊາວໄທ ທີ່ຕ້ອງການຢາກຈະເຂົ້າມາທ່ຽວລາວ ໃນໄລຍະທີ່ລາວເປີດປະເທດເຕັມຮູບແບບນີ້ ແລະ ການເປີດປະເທດ ຈະເຮັດໃຫ້ນັກທ່ອງທ່ຽວ ຫຼື ຊາວຕ່າງຊາດ ສາມາດເດີນທາງເຂົ້າມາສະດວກຂຶ້ນ ໂດຍບໍ່ຕ້ອງຈຳ ກັດບໍລິເວນຄືກັນກັບ ກ່ອນບໍ່ມີການລະບາດຂອງພະຍາດໂຄວີດ-19 ແລະ ສຳລັບ ພົນລະເມືອງຈາກບັນດາປະເທດ ທີ່ມີສັນຍາຍົກເວັ້ນວີຊ່າ ກັບ ສປປລາວ ແບບສອງຝ່າຍ ຫລື ຝ່າຍດຽວ ສ່ວນບັນດາປະເທດທີ່ບໍ່ມີສັນຍາຍົກເວັ້ນວີຊ່າກັບລາວ ແມ່ນຕ້ອງຂໍວີຊ່າຈາກສະຖານທູດ, ສະຖານກົງສູນແຫ່ງ ສປປລາວ ທີ່ປະຈຳຢູ່ຕ່າງປະເທດ ຫລື ຜ່ານລະບົບ E- visa ແລະ ຂໍຢູ່ດ່ານສາກົນທີ່ມີຫນ່ວຍງານບໍລິການວີຊ່າ ຢູ່ກັບດ່ານ ແລະ ຜູ້ທີ່ບໍ່ມີໃບຢັ້ງຢືນການຊັກວັກຊິນຄົບໂດສ ແຕ່ອາຍຸ 12 ປີຂຶ້ນໄປ ແມ່ນຕ້ອງໃຫ້ມີຜົນກວດຫາເຊື້ອໂຄວິດ ດ້ວຍເຄື່ອງກວດແບບໄວ ATK ພາຍໃນ 48 ຊົ່ວ ໂມງ ກ່ອນອອກເດີນທາງ ຈາກປະເທດຕົ້ນທາງ ເມື່ອເດີນທາງຮອດລາວແລ້ວແມ່ນຈະບໍ່ມີການກວດອີກ ສ່ວນຜູ້ທີ່ມີໃບຢັ້ງ ຢືນການຊັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າປະເທດໄດ້ປົກກະຕິ ໂດຍບໍ່ຕ້ອງກວດຫາເຊື້ອໂຄວິດ-19.

ສ່ວນພົນລະເມືອງລາວ ທີ່ເດີນທາງໄປປະເທດໄທ ໃນວັນທີ 9 ພຶດສະພານີ້ ແມ່ນຍັງມີຈຳນວນຫນ້ອຍ ຕາມການສອບຖາມຜູ້ທີ່ເດີນທາງໄປໄດ້ໃຫ້ຂໍ້ມູນວ່າ ປະເທດເຂົາເຈົ້າຍັງບໍ່ທັນເປີດປະເທດເຕັມຮູບແບບ ສຳລັບ ຊາວຕ່າງຊາດ ຄືກັນກັບປະເທດເຮົາ, ດັ່ງນັ້ນ ການເຂົ້າປະເທດໄທ ຈື່ງຍັງມີຫລາຍຂັ້ນຕອນ ຕົ້ນຕໍແມ່ນ ຕ້ອງໄດ້ກຽມຫນັງສື ຜ່ານແດນ. ລົງທະບຽນຜ່ານໂຄງການໄທແລນພາສ ແລະ ກະກຽມເອກະສານອື່ນໆ ຕາມຄຳແນະນຳ ຈື່ງສາມາດໄປໄດ້.