*//// *//// ເພັດພະໄທ ຈີວເວີລີ້ ເປີດເປັນທະນາຄານຕົວແທນ MJ Sabai ຂອງທະນາຄານມາຣູຮານ – Vte9 *//// *////

ເພັດພະໄທ ຈີວເວີລີ້ ເປີດເປັນທະນາຄານຕົວແທນ MJ Sabai ຂອງທະນາຄານມາຣູຮານ

ແບ່ງປັນຂ່າວນີ້

ທະນາຄານ ມາຣູຮານ ເຈແປນລາວ ຈັບມື ເພັດພະໄທ ຈີວເວີລີ້ ເປີດທະນາຄານຕົວແທນ ເອັມເຈ ສະບາຍ MJ Sabai ເປັນຕົວແທນທີ 100.

ໃນວັນທີ 6 ພຶດສະພາ 2022 ຜ່ານມາ ຢູ່ທີ່ຮ້ານ ເພັດພະໄທ ຈີວເວີລີ້ ໄດ້ມີພິທີເຊັນສັນຍາລະຫວ່າງ ທ່ານ ແອນໂທ່ນີ ຊິນ ຜູ້ອຳນວຍການໃຫຍ່ທະນາຄານ ມາຣູຮານ ເຈແປນລາວ ແລະ ທ່ານນາງ ຈັນໂສ ຈິດຕິວົງ ອຳນວຍການຮ້ານ ເພັດພະໄທ ຈີວເວີລີ້ ໃນການເປີດທະນາຄານຕົວແທນ ເອັມເຈ ສະບາຍ MJ Sabai ຕົວແທນທີ 100 ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວຂອງທ່ານ ບຸນເຖິງ ດວງສະຫວັນຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສຸກສະຫວັດ ຈັນທະລາວົງ ຮອງຫົວຫນ້າພະແນກ ຂໍສ້າງຕັ້ງທະນາຄານແຫ່ງ ສປປ ລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງ ພະນັກງານທັງ ສອງຝ່າຍເຂົ້າຮ່ວມ.
ທາງດ້ານທ່ານ ແອນໂທ່ນີ ຊິນ ຜູ້ອຳນວຍການໃຫຍ່ທະນາຄານ ມາຣູຮານ ເຈແປນລາວ ກ່າວ່າ: ເອັມເຈ ສະບາຍ MJ Sabai ເປັນຫນຶ່ງໃນນະວັດຕະກໍາໃຫມ່ຂອງທະນາຄານ ມາຣູຮານ ເຈແປນລາວ ທີ່ສະຫນັບສະຫນູນກ່ຽວກັບວາລະແຫ່ງຊາດ ຊຶ່ງມີເປົ້າຫມາຍຫລັກ ຄື: ການເຂົ້າເຖິງແຫ່ລງທຶນສໍາລັບສັງຄົມທົ່ວໄປ, ການຊ່ວຍທຸລະກິດຂະຫນາດນ້ອຍ ແລະ ກາງ ຫລື SME ໃຫ້ເຂົ້າເຖິງແຫ່ລງທຶນ ແລະ ການຊ່ວຍໃຫ້ເຂົ້າເຖິງທຶນໄດ້ງ່າຍຂື້ນ. ຊຶ່ງທ່ານໃດສົນໃຈການບໍລິການ ເອັມເຈ ສະບາຍ MJ Sabai ກໍ່ສາມາດເຂົ້າເຖິງການບໍລິການທາງ ແອ໋ບພີເຄຊັນ ຟັງຊັນຕ່າງໆ, ອີວໍແລັດ ຫລື ຫນ່ວຍບໍລິການຂອງທະນາຄານມາຣູຮານ. ຊຶ່ງລູກຄ້າປະຈຸບັນຈະມີເວລາຈຳກັດ ສະນັ້ນ ທາງທະນາຄານ ມາຣູຮານ ເຈແປນລາວ ຈຶ່ງຂະຫຍາຍທະນາຄານຕົວແທນອອກໃຫ້ໄດ້ຫລາຍ ໂດຍທີ່ລູກຄ້າບໍ່ຈຳເປັນຕ້ອງເຂົ້າມາທະນາຄານ ພຽງແຕ່ເຂົ້າໄປໃຊ້ບໍລິການຕົວແທນ MJ Sabai ຊຶ່ງສາມາດເຮັດທຸລະກຳທາງດ້ານການເງິນ ຝາກ ຖອນ ໂອນ ຕ້ອງການບໍລິການສິນເຊື່ອ ແລະ ອື່ນໆ ທີ່ມີຢູ່ 9 ແຂວງໃນຂອບເຂດທົ່ວປະເທດ ຊຶ່ງເປັນການມອບຄວາມສະດວກສະບາຍໃຫ້ກັບລູກຄ້າ ແລະ ສັງຄົມໃນການເຂົ້າເຖິງແຫ່ລງທຶນໄດ້ກວ້າງຂວາງຂື້ນ. ຂະນະທີ່ທ່ານນາງ ຈັນໂສ ຈິດຕິວົງ ອຳນວຍການຮ້ານ ເພັດພະໄທ ຈີວເວີລີ້ ກ່າວ່າ: ໃນການຮ່ວມມືລະຫວ່າງທະນາຄານ ມາຣູຮານ ເຈແປນລາວ ແລະ ຮ້ານເພັດພະໄທ ຈີວເວີລີ້ ເພື່ອຢາກອໍານວຍຄວາມສະດວກໃຫ້ກັບລູກຄ້າຂອງເພັດພະໄທ ຈີວເວີລີ້ ລວມທັງລູກຄ້າຂອງທະນາຄານ ມາຣູຮານ ເຈແປນລາວ ໃຫ້ໄດ້ຮັບຜົນປະໂຫຍດ ບໍ່ວ່າຈະເປັນ ການຝາກ ຖອນ ຫລືວ່າ ການກູ້ຢືມເງິນເຂົ້າຫາແຫລ່ງທຶນຕ່າງໆ ໃຫ້ມີຄວາມສະດວກສະບາຍຂື້ນ ໂດຍບໍ່ຈຳເປັນຕ້ອງໄປທະນາຄານ. ພິເສດລູກຄ້າຂອງທະນາຄານ ມາຣູຮານ ມາຊື້ເພັດຈາກຮ້ານ ເພັດພະໄທ ຈີວເວີລີ້ ກໍ່ຈະໄດ້ຮັບສິດທິພິເສດ ເຊັ່ນ: ສ່ວນຫລຸດ ແລະ ການບໍລິການທີ່ຄົບວົງຈອນ.

ເອັມເຈ ສະບາຍ MJ Sabai ຖືເປັນອີກບາດກ້າວຂອງການຂະຫຍາຍຕົວຂອງທະນາຄານ ໃນການເພີ່ມຄວາມຮັບຮູ້ ແລະ ໃກ້ຊິດຢູ່ຄຽງຂ້າງກັບລູກຄ້າຂອງພວກເຮົາ ຖ້າທ່ານໃດສົນໃຈເຂົ້າມາຮ່ວມເປັນສ່ວນໜຶ່ງຮ້ານ ເພັດພະໄທ ຈີວເວີລີ້ ໃນການບໍລິການທະນາຄານຕົວແທນ ເອັມເຈ ສະບາຍ MJ Sabai ທ່ານສາມາດຕິດຕໍ່ຫາພວກເຮົາຜ່ານທາງຂໍ້ຄວາມ ຫຼື ຜ່ານທາງເບີໂທ 02092898659

ຂ່າວ: ຕະວັນ

ພາບ: ອາລຸນ