*//// *//// ມື້ດຽວມີຜູ້ເດີນທາງເຂົ້າ-ອອກ ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ 1 ຈຳນວນ 3 ຮ້ອຍກວ່າຄົນ – Vte9 *//// *////

ມື້ດຽວມີຜູ້ເດີນທາງເຂົ້າ-ອອກ ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ 1 ຈຳນວນ 3 ຮ້ອຍກວ່າຄົນ

ແບ່ງປັນຂ່າວນີ້

ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ເຜີຍໃຫ້ຮູ້ວ່າ: ພາຍຫຼັງທີ່ ລັດຖະບານ ອະນຸຍາດໃຫ້ເປີດດ່ານສາກົນທຸກແຫ່ງນັບເເຕ່ວັນທີ 9 ພຶດສະພາ ເປັນຕົ້ນໄປ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ເປັນມື້ທຳອິດທີ່ເປີດໃຫ້ບໍລິການ ສະເພາະດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຜູ້ຄົນເດີນທາງເຂົ້າ-ອອກ 3 ຮ້ອຍກວ່າຄົນ.

ພັນເອກ ສາຍສະໝີງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ໃນວັນທີ 9 ພຶດສະພາ ຜ່ານມານີ້ວ່າ: ປະຕິບັດຕາມທິດຊີ້ນໍາຂອງລັດຖະບານ ກ່ຽວກັບ ມາດຕະການເຂົ້າ-ອອກລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ສະບັບໃໝ່ ທີ່ມີການຖະເເຫຼງຂ່າວຜ່ານມາ, ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດການເປີດດ່ານສາກົນທົ່ວປະເທດ 32 ເເຫ່ງ ໃນນີ້ ສະເພາະດ່ານສາກົນຂົວມິດຕະພາບລາວ-ໄທ ເເຫ່ງທີ 1 ເເລະ ສະຫນາມບິນສາກົນວັດໄຕພາຍຫຼັງມີການເປີດດ່ານຢ່າງເປັນທາງການ ໃນວັນທີ 9 ພຶດສະພານີ້ ເຫັນວ່າ ບັນຍາກາດໂດຍລວມຍັງບໍ່ຄຶກຄື້ນພໍເທົ່າໃດ ເນື່ອງຈາກເປັນມື້ທໍາອິດ ຂອງປະຊາຊົນທັງພາຍໃນ ເເລະ ຕ່າງປະເທດ ມາຮອດເວລາ 16:00 ໂມງມີທັງໝົດ 376 ຄົນ, ໃນນີ້ ຂາເຂົ້າ 159 ຄົນ ແລະຂາອອກ 217 ຄົນ. ສ່ວນດ່ານສະໜາມບິນສາກົນວັດໄຕ ແມ່ນບໍ່ມີຖ້ຽວບິນ ແຕ່ເລີ່ມແຕ່ວັນທີ 10 ພຶດສະພາເປັນຕົ້ນໄປ ຈະມີຖ້ຽວບິນຂາ-ອອກ ແລະ ຂາເຂົ້າເປັນປົກກະຕິ, ເເຕ່ໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານເເມ່ນມີຄວາມພ້ອມຮ້ອຍສ່ວນຮ້ອຍ ທີ່ຈະໃຫ້ບໍລິການປະຊາຊົນໂດຍນໍາໃຊ້ເຕັກນິກທີ່ທັນສະໄໝ ລວມທັງ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ.

ສໍາລັບ ປະຊາຊົນທັງພາຍໃນ ເເລະ ຕ່າງປະເທດ ທີ່ມີຈຸດປະສົງເດີນທາງໄປຕ່າງປະເທດ ຫຼື ເດີນ ທາງກັບຄືນປະເທດ ໃຫ້ປະຕິບັດຕາມການເເນະນໍາຂອງເຈົ້າຫນ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານສາກົນເເຕ່ລະເເຫ່ງ ສີ່ງສໍາຄັນຕ້ອງກວດກາເອກະສານທີ່ຈໍາເປັນໃຫ້ຄົບຖ້ວນ ຕົ້ນຕໍ ໜັງສືເດີນທາງ, ໃບຢັ້ງຢືນການສັກວັກຊີນ ແລະ ເອກະສານກ່ຽວຂ້ອງຕ່າງໆທີ່ມີຢູ່ໃນເເຈ້ງການຂອງລັດຖະບານ ກ່ຽວກັບ ມາດຕະ ການຜ່ອນຜັນສະບັບໃໝ່ ພ້ອມທັງ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດຕາມການເເນະນໍາຂອງເຈົ້າໜ້າທີ່.