*//// *//// ລນລ ອອກແຈ້ງການສາເຫດນ້ຳມັນຂາດປ້ຳ ບໍ່ມີຈຳໜ່າຍໃຫ້ຕົວແທນພຽງພໍ – Vte9 *//// *////

ລນລ ອອກແຈ້ງການສາເຫດນ້ຳມັນຂາດປ້ຳ ບໍ່ມີຈຳໜ່າຍໃຫ້ຕົວແທນພຽງພໍ

ແບ່ງປັນຂ່າວນີ້

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ອອກແຈ້ງການເຖິງຕົວແທນທົ່ວປະເທດຕໍ່ກັບການສະໜອງນ້ຳມັນໃຫ້ບໍ່ພຽງພໍເຫດໜຶ່ງ ບໍລິສັດນຳເຂົ້ານ້ຳມັນ ບໍ່ສາມາດແລກປ່ຽນເງິນຢູ່ທະນາຄານຂອງລັດ ຕາມອັດຕາລັດຖະບານກຳນົດໃຫ້ເພື່ອໄປຈ່າຍຊື້ນ້ຳມັນຈາກຕ່າງປະເທດ ມາບໍລິການໃຫ້ແກ່ສັງຄົມ

ທ່ານ ສີສັງຄົມ ໂຄດໂຍທາ ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ (ລນລ) ໄດ້ອອກແຈ້ງການເຖິງບັນດາປ້ຳຕົວແທນຈໍາໜ່າຍນໍ້າມັນເຊື້ອໄຟຂອງ ລນລ ທົ່ວປະເທດ ກ່ຽວກັບ ການສະ    ໜອງນ້ຳມັນເຊື້ອໄຟບໍ່ພຽງພໍຂອງລູກຄ້າ ບອກວ່າ ໃນໄລຍະນີ້ທາງບໍລິສັດ ບໍ່ມີຄວາມສາມາດຕອບສະໜອງນ້ຳມັນໃຫ້ແກ່ລູກຄ້າໄດ້ຕາມຄວາມຕ້ອງການ.

ເຫດຜົນຍ້ອນສະພາບລວມຂອງພະຍາດໂຄວິດ ບວກກັບ ສົງຄາມຢູ່ ອູແກນ ແລະ ສະເພາະພາຍໃນປະເທດ ແມ່ນບໍ່ສາມາດແລກປ່ຽນເງິນຢູ່ທະນາຄານຂອງລັດ ຕາມອັດຕາລັດຖະບານກຳນົດໃຫ້ເພື່ອໄປຈ່າຍຊື້ນ້ຳມັນຈາກຕ່າງປະເທດ ມາບໍລິການໃຫ້ແກ່ສັງຄົມ, ຈຶ່ງເກີດຂໍ້ຍຸ້ງຍາກຄືທີ່ພົບພໍ້ໃນປັດຈຸບັນ, ທາງ ລນລ ຈະຊອກຫາທຸກວິທີທາງພະຍາຍາມຫາທາງອອກໃຫ້ໄດ້ໄວເທົ່າທີ່ຈະໄວໄດ້.