*//// *//// ບັນຍາກາດ ຄົນເຂົ້າ-ອອກເມືອງ ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 – Vte9 *//// *////

ບັນຍາກາດ ຄົນເຂົ້າ-ອອກເມືອງ ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1

ແບ່ງປັນຂ່າວນີ້

ວັນທີ 9 ພຶດສະພາ 2022 ເປັນມື້ທຳອິດຂອງການເປີດປະເທດແບບເຕັມຮູບແບບ, ຈະເຫັນວ່າ ຫຼາຍດ່ານສາກົນ ແລະ ດ່ານທ້ອງຖິ່ນທົ່ວປະເທດ ແມ່ນໄດ້ກັບມາເປີດໃຫ້ບໍລິການຄືນໃໝ່ ຫຼັງປິດໄປ ເກືອບ 3 ປີ

ແລະ ທີ່ເຫັນຢູ່ນີ້ກໍແມ່ນ ພາບບັນຍາກາດຂອງການໃຫ້ບໍລິການຄົນເຂົ້າ-ອອກເມືອງ ຢູ່ດ່ານສາ ກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນ.ວ ຫາ ໜອງຄາຍ ພາຍຫຼັງ ເລີ່ມເປີດໃຫ້ບໍລິການ ຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທີ່ໄດ້ອະນຸຍາດໃຫ້ເປີດປະເທດແບບເຕັມຮູບແບບ ໂດຍບໍ່ຕ້ອງຈຳກັດບໍລິເວນ ແລະ ຍົກເລິກມາດຕະການຂັ້ນຕອນຕ່າງໆ ເພື່ອຄວາມສະດວກໃນການເດີນທາງ ຈະເຫັນວ່າ ມີນັກທ່ອງທ່ຽວຄົນໄທ ເລີ່ມຖະຍອຍເດີນທາງເຂົ້າມາເທື່ອໜ້ອຍ ຜ່ານດ່ານດັ່ງກ່າວ ຕັ້ງແຕ່ຕອນເຊົ້າເປັນຕົ້້ນມາ ແຕ່ກໍຍັງບໍ່ຫຼາຍ ເນື່ອງຈາກເປັນມື້ທຳອິດຂອງການເປີດດ່ານ ແລະ ສ່ວນໜຶ່ງແມ່ນອາດຈະຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈກ່ຽວກັບຂັ້ນຕອນການເດີນທາງເຂົ້າປະເທດ, ທີ່ເຂົ້າມາມື້ນີ້ ສ່ວນຫຼາຍເປັນນັກທ່ອງທ່ຽວຜ່ານກຸ່ມບໍລິສັດທົວ ເພື່ອເບີ່ງຄວາມພ້ອມຂອງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານໃນລາວ ຕົ້ນຕໍ ເຂດທ່ອງທ່ຽວຕາມແລວສາຍທາງລົດໄຟລາວ-ຈີນ ແລະ ການເປີດປະເທດ ຈະເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດ ສາມາດເດີນທາງເຂົ້າມາສະດວກຂຶ້ນ.

ສຳລັບ ບັນດາປະເທດທີ່ບໍ່ມີສັນຍາຍົກເວັ້ນວີຊ່າກັບລາວ ແມ່ນຕ້ອງຂໍວີຊ່າຈາກສະຖານທູດ, ສະ ຖານກົງສູນແຫ່ງ ສປປລາວ ທີ່ປະຈຳຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-visa ແລະ ຂໍຢູ່ດ່ານສາກົນທີ່ມີຫນ່ວຍງານບໍລິການວີຊ່າ ຢູ່ກັບດ່ານ ແລະ ຜູ້ທີ່ບໍ່ມີໃບຢັ້ງຢືນການຊັກວັກຊິນຄົບໂດສ ແຕ່ອາຍຸ 12 ປີຂຶ້ນໄປ ແມ່ນຕ້ອງໃຫ້ມີຜົນກວດຫາເຊື້ອໂຄວິດ ດ້ວຍເຄື່ອງກວດແບບໄວ ATK ພາຍໃນ 48 ຊົ່ວໂມງ ກ່ອນອອກເດີນທາງ ຈາກປະເທດຕົ້ນທາງເມື່ອເດີນທາງຮອດລາວແລ້ວ ແມ່ນຈະບໍ່ມີການກວດອີກ ສ່ວນຜູ້ທີ່ມີໃບຢັ້ງຢືນການຊັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າປະເທດໄດ້ປົກກະຕິ ໂດຍບໍ່ຕ້ອງກວດຫາເຊື້ອໂຄວິດ-19.