*//// *//// ພະແນກ ກະສິກຳ ແລະ ປ່າໄມ້ ນວ ດຳເນີນຊິວິດການເມືອງ ປະຈຳປີ2021 – Vte9 *//// *////

ພະແນກ ກະສິກຳ ແລະ ປ່າໄມ້ ນວ ດຳເນີນຊິວິດການເມືອງ ປະຈຳປີ2021

ແບ່ງປັນຂ່າວນີ້

ກອງປະຊຸມດໍາເນີນຊີວິດການເມືອງ ຂອງຄະນະພັກຮາກຖານ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ປະຈຳປີ2021 ໄດ້ຈັດ ຂຶ້ນໃນວັນທີ 21 ມັງກອນ ຢູ່ພະແນກດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະພັກ ນວ ປະທານສະພາປະຊາຊົນ ນະຄອນຫຼວງ ມີສະຫາຍ ຫຼ້າສາຍ ນວນທາສິງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນວ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງ ການຜ່ານບົດສະຫຼຸບການຈັດຕັ້ງວຽກງານຊີ້ນໍາ-ນໍາພາຮອບດ້ານ ຂອງຄະນະພັກຮາກຖານ ພະແນກ ກະສິກຳ ແລະ ປ່າໄມ້ ນວ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022   ໂອກາດນີ້ ສະຫາຍ ອານຸພາບ ຕຸນາລົມ ໄດ້ມີຄຳເຫັນຕໍ່ພິທີວ່າ: ຂ້າພະເຈົ້າຂໍຕີລາຄາສູງຕໍ່ໝາກຜົນແຫ່ງການຊີ້ນໍາ-ນໍາພາ ແລະ ຈິດໃຈບຸກບືນສູ້ຊົນຂອງບັນດາສະຫາຍຄະນະພັກຮາກຖານ ໜ່ວຍພັກ ອົງການຈັດ ຕັ້ງມະຫາຊົນ.ບົດສະຫຼຸບການຊີ້ນໍາ-ນໍາພາຮອບດ້ານ ປະຈໍາປີ 2021 ຂອງພວກສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ ເຊິ່ງເປັນໜ້າພາກພູມໃຈ ທີ່ຄະນະພັກຮາກຖານ ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈໍານວນ 12 ໜ່ວຍພັກ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກຮາກຖານ ໄດ້ນໍາພາສຶກສາ-ອົບຮົມການເມືອງແນວຄິດ ເຮັດໃຫ້ສະຊິກພັກ-ພະນັກງານ ມີຄວາມສະຫງົບໂດຍພື້ນຖານ ມີຄວາມໜັກແໜ້ນທາງດ້ານການເມືອງ ການນໍາພາດ້ານວຽກງານເສດຖະກິດ-ສັງຄົມ ມີຄອບຄົວສ້າງເສດຖະກິດດ້ານການບໍລິການ ດ້ານການປູກຝັງ ການລ້ຽງສັດ-ການປະມົງ ແລະ ອື່ນໆ ສ່ວນວຽກງານວິຊາສະເພາະ ສາມາດຜະລິດເຂົ້າ ພືດຜັກ ໝາກໄມ້ ຊີ້ນ ປາ ສະໜອງໄດ້ໂດຍພື້ນຖານ ການຜະລິດກະສິກໍາ ແລະ ປ່າໄມ້ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ປະກອບສ່ວນໃຫ້ GDP ຂອງ ນວ ຂະຫຍາຍຕົວ ໂດຍສະເພາະການປະຕິບັດແຜນງານດ້ານການຄ້ໍາປະກັນສະບຽງອາຫານ ເຊັ່ນ:ການຜະລິດເຂົ້ານາປີ ສາມາດປະຕິບັດໄດ້ 99,1ສ່ວນຮ້ອຍ ຂອງແຜນການ ພືດຜັກ ແລະ ການປູກພືດອຸດສາຫະກໍາ ແມ່ນສາມາດຈັດຕັ້ງປະຕິບັດໄດ້ລື່ນຄາດໝາຍ ຖ້າທຽບໃສ່ແຜນການທີ່ວາງໄວ້ ນອກຈາກນີ້ ກໍຍັງມີການລ້ຽງສັດ ງົວ ໝູ ໄກ່ ປາ ແລະ ການນໍາພາການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າ ເຊິ່ງໄດ້ປະຕິບັດ ຕາມ 8 ໂຄງການທີ່ວາງໄວ້.

ການປົກຫຸ້ມສີຂຽວໃຫ້ໄດ້ 70ສ່ວນຮ້ອຍ ຮອດປີ 2025 ປັດຈຸບັນ ມີເນື້ອທີ່ສີຂຽວປົກຫຸ້ມ 57,7ສ່ວນຮ້ອຍ ແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ສໍາເລັດຜົນການເກັບກໍາຂໍ້ມູນວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຜົນສໍາເລັດທີ່ພວກສະຫາຍຍາດມາໄດ້ ມີລັກສະນະຮອບດ້ານ ມັນແມ່ນໝາກຜົນຂອງການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ ມັນແມ່ນການປະກອບສ່ວນອັນສໍາຄັນຂອງສະມາຊິກພັກ ພະນັກງານ ເຂົ້າໃນຜົນງານລວມຂອງຊາດ ແລະ ເປັນ ພື້ນຖານໜັກແໜ້ນກ້າວໄປໃນຊຸມປີຕໍ່ໜ້າ.