ອົງການອະນາໄມໂລກ ກຳລັງປຸກລະດົມ ແລະ ກະຕຸ້ນໃຫ້ລັດຖະບານແຕ່ປະເທດ ຢຸດຕິການປູກຢາສູບ ແລະ ສົ່ງເສີມໃຫ້ຊາວສວນ ຫັນໄປປູກພຶດຊະນິດອື່ນທີ່ຍືນຍົງ ມີຄວາມປອດໄພ ພາຍໃຕ້ຄຳຂວັນ “ປູກພຶດທີ່ກິນໄດ້ ແທນການປູກຢາສູບ”.
ອົງການອະນາໄມໂລກ ໄດ້ໃຫ້ຮູ້ວ່າ: ການປູກຢາສູບ ສົ່ງຜົນກະທົບຕໍ່ສຸຂະພາບຂອງເຮົາ ລວມທັງຊາວສວນຢາ ສູບ ແລະ ສະພາບແວດລ້ອມຂອງໂລກ ການທີ່ອຸດສາຫະກຳຢາສູບສົ່ງເສີມໃຫ້ຊາວສວນປູກຢາສູບ ແທນການປູກພືດທີ່ກິນໄດ້ນັ້ນ ເຮັດໃຫ້ຄົນໃນໂລກນີ້ ຍັງຂາດແຄນອາຫານ, ດິນ ແລະ ນ້ຳທີ່ມີຈຳກັດ ຖືກນຳໃຊ້ໃນການປູກຢາສູບ ໂດຍປ່າໄມ້ຫຼາຍພັນເຮັກຕາ ໄດ້ຖືກທຳລາຍ ເພື່ອສ້າງພື້ນທີ່ສຳລັບການຜະລິດຢາສູບ ແລະ ເປັນເຊື້ອໄຟໃນການບົ່ມໃບຢາສູບ ແຜ່ນດິນທີ່ອຸດົມສົມບູນຖືກທຳລາຍ ແລະ ບໍ່ສາມາດໃຊ້ປູກພືດ ເພື່ອເປັນອາຫານໄດ້ເທົ່າທີ່ຕ້ອງການ, ການປຸກລະດົມໃນປີນີ້ ຈຶ່ງກະຕຸ້ນໃຫ້ລັດຖະບານແຕ່ລະປະເທດ ຢຸດຕິການປູກຢາສູບ ແລະ ສົ່ງເສີມຊາວສວນໃນການປູກພືດຊະ ນິດອື່ນໆ ທີ່ຍືນຍົງ ມີຄວາມປອດໄພທາງດ້ານອາຫານ ແລະ ສານອາຫານຫຼາຍກວ່າ ພາຍໃຕ້ຄຳຂວັນ” ປູກພືດທີ່ກິນໄດ້ ແທນການປູກຢາສູບ” ເຊິ່ງເປັນຄຳຂວັນ ວັນງົດສູບຢາໂລກປີ 2023 ຂອງອົງການອະນາໄມໂລກ.
ຂໍ້ມູນຍັງໃຫ້ຮູ້ອີກວ່າ: ໃນອາຊີຕາເວັນອອກສ່ຽງໃຕ້ ຢາສູບກາຍເປັນສິນຄ້າທີ່ຊື້ໄດ້ງ່າຍໃນໄລຍະ 20 ປີ ທີ່ຜ່ານມາ, ເຮັດໃຫ້ຄົນທີ່ມີລາຍຮັບທີ່ຈໍາກັດ ກໍຍັງສາມາດຊື້ ແລະ ຊົມໃຊ້ຢາສູບໄດ້, ວົງຈອນການເສບຕິດຢາສູບແມ່ນຖາ ວອນ ແລະ ເຮັດໃຫ້ສຸຂະພາບຂອງປະຊາຊົນຊຸດໂຊມ. ການຂຶ້ນອາກອນຢາສູບ ເຮັດໃຫ້ລາຄາຢາສູບແພງຂຶ້ນ ແລະ ຄວາມສາມາດຊື້ຢາສູບຫຼຸດລົງ ເຊິ່ງເປັນມາດຕະການຄວບຄຸມຢາສູບ ທີ່ມີປະສິດທິພາບສູງສຸດ ໃນການຫຼຸດການບໍລິ ໂພກຢາສູບ.
ການຂຶ້ນອາກອນຢາສູບ ສາມາດສ້າງລາຍຮັບໃຫ້ແກ່ລັດຖະບານ ແລະ ເມື່ອນຳໃຊ້ໃນວຽກງານຄວບຄຸມຢາສູບ ແລະ ມາດຕະຖານອື່ນໆ ທີ່ເປັນປະໂຫຍດແກ່ຄົນທຸກຍາກ ເຊັ່ນວ່າ: ໂຄງການຄວາມໝັ້ນຄົງທາງອາຫານ ແລະ ນະໂຍບາຍດ້ານສາທາລະນະສຸກ ຈະສົ່ງຜົນໃຫ້ມີການພັດທະນາທີ່ຍືນຍົງແກ່ປະຊາຊົນ. ຫາກທຽບໃສ່ການຫັນມາປູກພືດທີ່ກິນໄດ້ ແທນການປູກຢາສູບແລ້ວ ສຳລັບ ຄ່າໃຊ້ຈ່າຍ 1 ປີ ຂອງການຊື້ຢາສູບ ໜຶ່ງຊອງຕໍ່ມື້ໃນ ສປປ ລາວ ຕົກຢູ່ທີ 190 ໂດລາ, ທຽບເທົ່າກັບ ເຂົ້າສານ 253 ກິໂລ, ເຂົ້າຈີ່ ເທົ່າກັບ 96 ກ້ອນ, ໄຂ່ ເທົ່າກັບ 235 ໂຫຼ ແລະ ໄກ່ ເທົ່າກັບ 44 ກິໂລ, ຖ້າເຮົາຫັນມາປູກພືດທີ່ກິນໄດ້ ແມ່ນສາມາດສ້າງລາຍຮັບສູງກວ່າການປູກຢາສູບ ການສຶກສາ ຂອງທະ ນາຄານໂລກໃນອິນໂດເນເຊຍ ພົບວ່າ: ການປູກຢາສູບບໍ່ມີກຳໄລສຳລັບຊາວສວນສ່ວນໃຫຍ່ ແລະ ຄົວເຮືອນໃຊ້ຈ່າຍເງິນໄປກັບຕົ້ນທຶນຂອງການປູກຢາສູບສູງກວ່າລາຍຮັບທີ່ໄດ້ ແຕ່ກົງກັນຂ້າມ ຊາວສວນທີ່ເຄີຍປູກຢາສູບທີ່ຫັນປ່ຽນໄປປູກພືດຊະນິດອື່ນ ເຊັ່ນ: ສາລີ, ມັນດ້າງ ແລະ ຜັກຊະນິດຕ່າງໆ ມີການເປັນຢູ່ທີ່ດີຂຶ້ນ ເປັນຕົ້ນ ຊາວສວນໃນເຂດ ເຈມເບີ ທີ່ເຄີຍປູກຢາສູບ ແຕ່ປ່ຽນມາປູກ ແລະ ຂາຍສາລີ, ໝາກເຜັດ ໃນລະດູແລ້ງ ເຮັດໃຫ້ມີລາຍຮັບສູງກວ່າ.
ນອກນີ້, ໃນປະເທດຟີລິບປິນ ປີ 2020-2021 ໄດ້ມີການປູກຢາສູບ 26 ພັນເຮັກຕາ ໂດຍມີຊາວສວນ 39 ພັນຄົນ ຜະລິດຢາສູບໄດ້ 46 ລ້ານກິໂລ ໂດຍມີລາຄາທີ່ແຕກຕ່າງກັນຂຶ້ນຢູ່ກັບຄຸນນະພາບ. ໃນໄລຍະການລະບາດຂອງພະຍາດໂຄວິດ-19 ຊາວສວນປູກຢາສູບບາງກຸ່ມໄດ້ຮັບເມັດພືດ ທີ່ຊ່ວຍໃຫ້ພວກເຂົາສາມາດຜະລິດອາຫານ ແລະ ສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ ເຊິ່ງລາຄາຂອງຜັກ ແລະ ໝາກໄມ້ນັ້ນ ກໍມີລາຄາສູງກວ່າຢາສູບ.
ຮຽບຮຽງ: ເຂັມອັກສອນ