*//// *//// ສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ສະບັບປັບປຸງ ຈະທົດລອງໃນ 21 ເມືອງ 10 ແຂວງ. – Vte9 *//// *////

ສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ສະບັບປັບປຸງ ຈະທົດລອງໃນ 21 ເມືອງ 10 ແຂວງ.

ແບ່ງປັນຂ່າວນີ້

ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ລັດຖະບານອົດສະຕຣາລີ ຈັດກອງປະຊຸມຮັບຮອງ ສື່ການຮຽນ-ການສອນ ຂອງໂຄງການຝຶກເວົ້າພາສາລາວ ສະບັບປັບປຸງ ໂດຍຈະນຳໃຊ້ເຂົ້າໃນໂຄງການທົດລອງ ໄປຍັງ 21 ເມືອງໃນ 10 ແຂວງ ແລະ ຈະເລີ່ມຕົ້ນໃນເດືອນກັນຍາ 2023.

ກອງປະຊຸມຈັດຂຶ້ນໃນທ້າຍອາທິດຜ່ານມາ, ໂດຍການເຂົ້າຮ່ວມຂອງ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຕາງໜ້າຈາກກົມ, ຂະແໜງ, ມະຫາວິ ທະຍາໄລແຫ່ງຊາດ, ພະນັກງານວິຊາການ, ຄະນະກໍາມະການ, ຊ່ຽວຊານ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ເຂົ້າຮ່ວມ.

ປອ ອ່ອນແກ້ວ ນວນນະວົງ ໄດ້ກ່າວວ່າ: ໂຄງການຝຶກເວົ້າພາສາລາວ ທີ່ໄດ້ຖຶກທົບທວນ ຈະໄດ້ທົດລອງສອນ ໃນໂຮງຮຽນເປົ້າໝາຍ ແລະ ໂຮງຮຽນສົມທຽບໃນຂອບເຂດ 21 ເມືອງ ທີ່ໄດ້ຮັບຄັດເລືອກ ເຊັ່ນ: ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ອື່ນໆ.

ການທົດລອງຈະເລີ່ມຕົ້ນໃນເດືອນກັນຍາ 2023 ທີ່ຈະມາເຖິງນີ້, ນັກຮຽນຂັ້ນ ປ.1 ທີ່ມາຈາກພື້ນຖານການເວົ້າພາສາອື່ນ ທີ່ບໍ່ແມ່ນພາສາລາວ ເປັນຫຼັກໃນຄອບຄົວ ຈະໄດ້ຮັບການສອນພາສາລາວ ເພີ່ມຕື່ມອີກ 3-4 ຊົ່ວໂມງຕໍ່ອາທິດ ເພື່ອປັບປຸງຄວາມສາມາດໃນການເວົ້າພາສາລາວ, ການປັບປຸງທັກສະການເວົ້າ ຈະສ້າງພື້ນຖານພາສາທີ່ເຂັ້ມແຂງ, ເຊິ່ງຍັງຊ່ວຍປັບປຸງ ທັກສະການອ່ານ, ການຂຽນຂອງນັກຮຽນ, ຄູສອນທີ່ເຂົ້າຮ່ວມ ແລະ ຜູ້ເຮັດວຽກສຶກສານິເທດຂັ້ນເມືອງຈະໄດ້ຮັບປື້ມແບບຮຽນ ແລະ ຄູ່ມືຄູ ທີ່ປັບປຸງໂດຍ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ເຊີ່ງໄດ້ຮັບການສະໜັບສະໜູນຈາກແຜນງານ ບີຄວາ ແລະ ການຝຶກອົບຮົມວິທີການສອນວິຊາພາສາລາວ.