*//// *//// ດ່ານພາສີສາກົນ ຂົວມິດຕະພາບ II ເກັບລາຍຮັບໃນງວດ I ປີ 2023 ໄດ້ລື່ນແຜນການ – Vte9 *//// *////

ດ່ານພາສີສາກົນ ຂົວມິດຕະພາບ II ເກັບລາຍຮັບໃນງວດ I ປີ 2023 ໄດ້ລື່ນແຜນການ

ແບ່ງປັນຂ່າວນີ້

ໃນງວດ I ປີ 2023 ດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ ໄດ້ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະດວກວ່ອງໄວ, ສຳເລັດຕາມລະດັບຄາດໝາຍ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນກາ

ທ່ານ ຂວັນໄຊຊະນະ ຟອງສະໝຸດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ II ໃຫ້ຮູ້ວ່າ: ໃນປີ 2023 ດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ, ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 890 ຕື້ກີບ ແລະ ໃນງວດ I ປີ ຂອງປີ ແມ່ນໄດ້ແບ່ງຕົວເລກຈັດເກັບລາຍຮັບທັງໝົດ 267 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນງວດ I ສາມາດເກັບລາຍຮັບໄດ້ 307 ຕື້ກີບ, ເທົ່າກັບ 115,06% ຂອງແຜນການງວດ, ເພີ່ມຂຶ້ນ 15,05% ເທົ່າກັບ 40 ຕື້ກວ່າກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 75,51% ຄິດເປັນເງິນປະມານ 132 ຕື້ກວ່າກີບ, ຖ້າທຽບໃສ່ແຜນ ການປີ ເທົ່າກັບ 34,51%. ສ່ວນສາເຫດທີ່ພາໃຫ້ການຈັດເກັບລາຍຮັບໃນງວດ I ໄດ້ເກີນແຜນການງວດ ຍ້ອນວ່າ ລາຍຮັບສ່ວນໃຫຍ່ ແມ່ນໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ, ການນໍາເຂົ້າພາຫະ ນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫຼ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກ, ຄ່າທຳນຽມ ແລະ ສິນຄ້າປະ ເພດອື່ນ.

ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນງວດ II ປີ 2023 ຄະນະດ່ານພາສີສາກົນຂົວມິດຕະພາບ II, ຈະສຸມໃສ່ຫຼາຍມາດຕະການ, ພ້ອມທັງເອົາໃຈໃສ່ທາງດ້ານການເມືອ-ແນວຄິດໃນຖັນແຖວພະນັກງານສະມາຊິກພັກ, ເຂັ້ມງວດການປະຕິບັດໜ້າທີ່ວິຊາສະເພາະຕາມລະບຽບກົດໝາຍ, ຄຸ້ມຄອງການຈັດເກັບລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ທັນຕາມກໍານົດເວລາ, ປຸກລະດົມຊຸກຍູ້ບັນດາຜູ້ປະກອບການແຈ້ງຂໍ້ມູນລະອຽດ ເພື່ອໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ຫຼຸດຜ່ອນບັນດາຂັ້ນຕອນທີ່ບໍ່ຈໍາເປັນ, ອໍານວຍຄວາມສະດວກໃຫ່ແກ່ການນໍາເຂົ້າສົ່ງອອກສິນຄ້າ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະຢ່າງມີປະສິດທິຜົນ.