*//// *//// ພົບແລ້ວຄົນຈົມນ້ຳງື່ມ ເຂດກ້ອງຂົວປາກກະຍຸງ, ເມືອງວຽງຄຳ, ແຂວງວຽງຈັນ – Vte9 *//// *////

ພົບແລ້ວຄົນຈົມນ້ຳງື່ມ ເຂດກ້ອງຂົວປາກກະຍຸງ, ເມືອງວຽງຄຳ, ແຂວງວຽງຈັນ

ແບ່ງປັນຂ່າວນີ້

ໃນວັນທີ 24 ເມສາ 2023 ເວລາ 17:45 ນາທີ ທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດໄດ້ຮັບແຈ້ງເຫດຈາກປະຊາຊົນ ວ່າມີຄົນຈົມນ້ຳຢູ່ບໍລິເວນກ້ອງຂົວປາກກະຍຸງ (ນ້ຳງື່ມ) ບ້ານປາກກະຍຸງ, ເມືອງວຽງຄຳ, ແຂວງວຽງຈັນ ເມື່ອໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ ໄປຮອດຈຶ່ງໄດ້ຈັດທີມຄົ້ນຫາໃຕ້ນ້ຳລົງກວດສອບພື້ນທີ່ ແລະ ທຳການວ່າງແຜນເພື່ອຄົ້ນຫາຮ່າງຂອງຜູ້ເສຍຊີວິດຈົນມາຮອດວັນທີ 25 ເມສາ 2023, ທາງທີມງານກໍໄດ້ສືບຕໍ່ລົງຄົ້ນຫາຕື່ມເຊິ່ງເປັນເວລາປະມານ 1 ຊົ່ວໂມງ ຈຶ່ງພົບເຫັນຮ່າງຂອງຜູ້ເສຍຊີວິດ.

ຜ່ານການສອບຖາມລາຍລະອຽດຈາກ ໝູ່ຄູ່ຂອງຜູ້ເສຍຊີວິດທີ່ຢູ່ໃນເຫດການ ໃຫ້ຮູ້ວ່າ: ຫຼັງຈາກເລີກໂຮງຮຽນມາ ຜູ້ເສຍຊີວິດ ໄດ້ຊວນໝູ່ມາກິນໝາກສົ້ມຢູ່ເຮືອນ ແລະ ຫຼັງຈາກນັ້ນ ຜູ້ເສຍຊີວິດກໍໄດ້ຊວນໝູ່ໄປລອຍຫຼີ້ນນ້ຳຢູ່ກ້ອງຂົວເມືອງເກົ່າ-ປາກກະຍຸງ ເນື່ອງຈາກອາກາດຮ້ອນ, ຜ່ານມາ ຜູ້ກ່ຽວກໍເຄີຍລົງໄປຫຼີ້ນນ້ຳຕະຫຼອດ ເລີຍໄດ້ຊວນກັນໄປຫຼີ້ນ ໃນເວລາທີ່ພາກັນລອຍນ້ຳຢູ່ນັ້ນ ຜູ້ເສຍຊີ ວິດ ມີອາການຕະຄິວກິນຂາ ເລີຍເຮັດໃຫ້ຜູ້ເສຍຊີວິດບໍ່ສາມາດ ລອຍເຂົ້າຝັ່ງໄດ້ ຫຼັງຈາກ ທີ່ເປັນຕະຄິວຢູ່ນັ້ນຜູ້ເສຍຊີວິດໄດ້ເລີ່ມຈົມລົງໃນນ້ຳ ໝູ່ ແລະ ຄົນບໍລິເວນໃກ້ຄຽງ ບໍ່ສາມາດຊ່ວຍໄດ້ທັນ ຜູ້ເສຍຊີ ວິດຈົມຫາຍ ຫ່າງອອກຈາກຝັ່ງປະມານ 4 ແມັດ.

ດັ່ງນັ້ນ ທາງໜ່ວຍກູ້ໄພຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ທີມຄົ້ນຫາໃຕ້ນ້ຳ ນາກນ້ອຍ ໄດ້ຊາບຂ່າວແລ້ວຈຶ່ງໄດ້ວາງແຜນການຄົ້ນຫາຜູ້ສູນຫາຍໃຕ້ນ້ຳ ຫຼັງຈາກວາງແຜນແລ້ວ ທາງທີມຄົ້ນຫາ ກໍດຳເນີນການຄົ້ນຫາ ໃຊ້ເວລາປະມານ 30 ນາທີ ຈຶ່ງຄົ້ນພົບເຫັນຜູ້ເສຍຊີວິດ ຫ່າງຈາກຈຸດຈົມປະມານ 5-10 ແມັດ ຜູ້ເສຍຊີວິດ ຊື່: ທ້າວ ຕົ້ນນ້ຳ ສຸພັນນະວົງ ອາຍຸ 17ປີ ເພດຊາຍ, ອາຊີບ ປະຊາຊົນ ບ້ານປາກກະຍຸງ ເມືອວຽງຄຳ ແຂວງວຽງຈັນ. ດັ່ງນັ້ນ ທີມງານໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ ໄດ້ນຳເອົາຮ່າງຂອງຜູ້ເສຍຊີວິດຂຶ້ນມາແລ້ວນຳສົ່ງມອບໃຫ້ທາງຍາດພີ່ນ້ອງ ເພື່ອເຮັດພິທີສົ່ງດວງວິນຍານຕາມທາງສາສະໜາ ທີ່ວັດບ້ານປາກກະຍຸງ.