*//// *//// ທະນາຄານແຫ່ງ ສປປລາວ ຈັດຖະແຫຼງຂ່າວການ ກ່ຽວກັບການນຳເອົາທະນະບັດປະເພດໃບ 50.000 ແລະ ໃບ 100.000 ກີບ ລຸ້ນປີ 2022 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍະຈອນໃຫ້ສັງຄົມໄດ້ນຳໃຊ້ ໃນກາງເດືອນທັນວາ 2022 ເປັນຕົ້ນໄປ – Vte9 *//// *////

ທະນາຄານແຫ່ງ ສປປລາວ ຈັດຖະແຫຼງຂ່າວການ ກ່ຽວກັບການນຳເອົາທະນະບັດປະເພດໃບ 50.000 ແລະ ໃບ 100.000 ກີບ ລຸ້ນປີ 2022 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍະຈອນໃຫ້ສັງຄົມໄດ້ນຳໃຊ້ ໃນກາງເດືອນທັນວາ 2022 ເປັນຕົ້ນໄປ

ແບ່ງປັນຂ່າວນີ້

​ທ່ານ ຫົວໜ້າຫ້ອງການ ທຫລ ໄດ້ກ່າວວ່າ: ໂດຍອີງໃສ່ສະພາບການນຳໃຊ້ທະນະບັດປະເພດໃບ 50.000 ກີບ (ລຸ້ນ​ປີ 2004) ທີ່ໄດ້ອອກໃຫ້ສັງຄົມນໍາໃຊ້ແຕ່ປີ 2006 ເປັນຕົ້ນມາ ຮອດປະຈຸບັນ​ໄດ້ຖືກໝູນວຽນໃນຂອດຈໍລະຈອນ ມາເປັນເວລາ 16 ປີ ແລະ ໃນປີ 2011 ໄດ້ນຳເອົາທະນະບັດປະເພດໃບ 100.000 ກີບ (ລຸ້ນ​ປີ 2011) ອອກນຳໃຊ້ຈົນຮອດປະຈຸບັນ ເປັນເວລາ 11 ປີ. ​ຍ້ອນຜ່ານການຈັບຈ່າຍໃຊ້ສອຍ, ນໍາໃຊ້ຊື້ສິນຄ້າ ແລະ ບໍລິການໃນສັງຄົມ ມາເປັນເວລາຍາວນານເຮັດໃຫ້ທະນະບັດດັ່ງກ່າວເສື່ອມຄຸນນະພາບ, ເກົ່າຈີກຂາດ, ມີຮອຍຂີດຂຽນ, ຮູບພາບບໍ່ສາມາດຈຳແນກໄດ້. ສະນັ້ນ, ເພື່ອເຮັດໃຫ້ສັງຄົມໄດ້ນໍາໃຊ້ທະນະບັດໃໝ່ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ, ທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາເອົາທະນະບັດປະ​ເພດ​ໃບ50.000 ກີບ ແລະ ໃບ100.000 ກີບ ລຸ້ນ​ປີ 2020 (ຮູບ​ແບບ​ປັບ​ປຸງໃໝ່) ທີ່ໄດ້ຖືກຮັບຮອງຈາກລັດຖະບານ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນປີ 2020 ອອກໃຫ້ສັງຄົມໄດ້ນຳໃຊ້ ນັບແຕ່ເດືອນທັນວາ 2022ເປັນຕົ້ນໄປ, ຈຸດປະສົງເພື່ອຍົກ​ສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງ​ຂຶ້ນ ທຽບເທົ່າກັບ​ທະນະບັດຂອງບັນ​ດາ​ປະ​ເທດ​ອ້ອມ​ຂ້າງໃນພາກພື້ນກໍ່ຄືສາກົນ ແລະ ຍົກ​ລະ​ດັບ​ເຕັກ​ນິກຕ້ານການປອມແປງທີ່ທັນ​ສະ​ໄໝ, ມີຄຸນລັກສະນະສີສັນລວດລາຍສວຍງາມ​​​ໂດດ​ເດັ່ນ​, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ​ໃນ​ການ​ພົກ​ພາ ​ແລະ ຖື​ຄອງເງິນ​ກີບ​ ຊຶ່ງ​ເປັນ​ສະ​ກຸນ​ເງິນ​ຕາຂອງຊາດ;

ທະນະບັດທັງ 2 ປະເພດລຸ້ນປີ 2020 ທີ່ຈະອອກ​ໃຫ້ສັງຄົມໄດ້ນຳໃຊ້ໃນເດືອນ ທັນວາ 2022 ແມ່ນເປັນການປ່ຽນແທນທະນະບັດເສື່ອມຄຸນນະພາບ, ເກົ່າຈີກຂາດຢູ່ໃນຂອດຈໍລະຈອນ ແລະ ສາມາດນຳໃຊ້ຖືກ​ຕ້ອງ​ຕາມ​ກົດ​ໝາຍ,ໂດຍ​​ນຳ​ໃຊ້​​ຄຽງຄູ່ກັບທະນະບັດປະເພດໃບ 50.000 ກີບ ລຸ້ນປີ 2004 ແລະ ໃບ 100.000 ກີບ ລຸ້ນປີ 2011 ທີ່ຈໍລະຈອນໃນຈຸບັນ, ແລະ ຈະ​ບໍ່​ມີ​ຜົນ​ກະ​ທົບ​ຕໍ່​ສະ​ຖຽນລະພາບເງິນຕາແຫ່ງຊາດ. ​ໃນ​ນີ້, ທະນາຄານ​ແຫ່ງ ສປປ ລາວ ຂໍ​​ເນັ້ນ​ໃຫ້ບັນດາທ່ານ​​ໄດ້ຮັບຮູ້ ແລະ ເຂົ້າໃຈວ່າ: ທະນະບັດປະເພດໃບ 50.000 ກີບ ລຸ້ນປີ 2004 ແລະ ທະນະບັດປະເພດໃບ 100.000 ກີບ ລຸ້ນປີ 2011 ຍັງສາມາດນຳໃຊ້ເຂົ້າໃນການຊຳລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລກການນຳໃຊ້ແຕ່ຢ່າງໃດ, ໂດຍຈະ​​ນຳ​ໃຊ້​​ຄຽງຄູ່ກັບທະນະບັດປະເພດໃບ 50.000 ກີບແລະ ໃບ100.000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່)

ທະນະບັດປະເພດໃບ 50.000 ກີບ ແລະ ໃບ 100.000 ກີບ ລຸ້ນ​ປີ2020 (ຮູບ​ແບບປັບ​ປຸງໃໝ່​) ແລະ ທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ລຸ້ນປີ 2020 ທີ່ໄດ້ອອກໃຫ້ສັງຄົມໄດ້ນໍາໃຊ້ ໃນເດືອນຕຸລາ 2022 ຜ່ານມາ, ເປັນທະນະບັດທີ່ບໍ່ມີຂອບມີລວງກວ້າງ 72 ິນລີແມັດເທົ່າກັນໝົດແຕ່ມີລວງຍາວແຕກຕ່າງກັນ 3 ິນລີເແມັດ,ນັບແຕ່ໃບ100.000 ກີບ ລົງມາຮອດໃບ 10.000 ກີບ ຄື: 162 ມິນລີແມັດ, 159 ມິນລີແມັດ, 156 ມິນລີແມັດ ແລະ 153 ມິນລີແມັດ ຕາມລຳດັບ; ດ້ານໜ້າທະນະບັດ ທຸກປະເພດໃບມີຮູບແບບ, ຄຸນລັກສະນະການຈັດວາງສັນຍາລັກຕ່າງໆຢູ່ຈຸດດຽວກັນຄື: ຮູບປະທານໄກສອນພົມວິຫານ, ເຄື່ອງໝາຍຊາດ, ຄຳຂວັນປະເທດລາວ, ພຣະທາດຫຼວງ, ຕົວເລກບອກມູນຄ່າ, ເລກລຳດັບແລະ ເສັ້ນນິລະໄພ; ຮູບພາບດ້ານຫຼັງທະນະບັດປະເພດໃບ10.000 ກີບ, 20.000 ກີບ, 50.000 ກີບ ແມ່ນຍັງຮັກສາໄວ້ຄ້າຍຄືເກົ່າຕາມທະນະບັດທີ່ອອກໃນປີ 2003 ສ່ວນດ້ານຫຼັງທະນະບັດປະເພດໃບ 100.000 ກີບ ລຸ້ນປີ2020 (ຮູບແບບປັບປຸງໃໝ່) ນີ້ມີຮູບພາບເມືອງ ວຽງໄຊ ແຂວງຫົວພັນ,ຊຶ່ງເປັນຖານທີ່ໝັ້ນຂອງການປະຕິວັດແມ່ນຕົ້ນກຳເນີດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ;

​ດ້ານຄຸນລັກສະນະເຕັກນິກຕ້ານການປອມແປງ ແມ່ນໄດ້ກຳນົດໄວ້ລະອຽດຢູ່ໃນແຈ້ງການຂອງທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ (ສະບັບເລກທີ 16/ທຫລ, ລົງວັນທີ 01 ທັນວາ 2022) ແລະ ແບບພິມ Posterເພື່ອເບິ່ງຄຸນລັກສະນະຕ້ານການປອມແປງທະນະບັດ, ຊຶ່ງຈະໄດ້ແຈກຢາຍໃຫ້ບັນດາທ່ານ ສື່ມວນຊົນ ເພື່ອນໍາໄປເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ. ພ້ອມນີ້, ກໍ່ຂໍຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມ ຈົ່ງເປັນເຈົ້າການເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນກີບຊຶ່ງເປັນເງິນຕາຂອງຊາດຢ່າງຖືກວິທີ, ຫຼີກລ້ຽງການພັບ, ການໜີບ, ຂີດຂຽນ ຫຼື ດ້ວຍຮູບການອື່ນໆ ທີ່ເປັນສາເຫດເຮັດໃຫ້ທະນະບັດເສື່ອມຄຸນນະພາບ, ເກົ່າຈີກຂາດ, ກ່ອນກຳນົດເວລາ, ທັງເປັນການປະກອບສ່ວນສົ່ງເສີມການນໍາໃຊ້ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.