*//// *//// ເຈົ້າໜ້າທີ່ ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງປາກຊັນ ລົງກວດກາສິນຄ້າໝົດອາຍຸການບໍລິໂພກ – Vte9 *//// *////

ເຈົ້າໜ້າທີ່ ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງປາກຊັນ ລົງກວດກາສິນຄ້າໝົດອາຍຸການບໍລິໂພກ

ແບ່ງປັນຂ່າວນີ້

ເຈົ້າໜ້າທີ່ ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງປາກຊັນ ນຳໂດຍ ທ່ານ ວັດທະນາ ສຸກສາຄອນ ຫົວໜ້າໜ່ວຍງານການຄ້າພາຍໃນ, ສົມທົບກັບເຈົ້າໜ້າພະແນກການຄ້າແຂວງ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວກວດກາສິນຄ້າອຸປະໂພກ, ບໍລິໂພກ ທີ່ໝົດອາຍຸການບໍລິໂພກ, ກວດກາການຕິດສະແຕັມປ້າຍລາຄາສິນຄ້າ, ແລະ ຊີງຊັງໃຫ້ໄດ້ມາດຕະຖານ ເຊິ່ງໄດ້ລົງເຄື່ອນໄຫວການກວດກາສິນຄ້າ   ຢູ່ຕະຫຼາດປາກຊັນໃໝ່, ຕະຫຼາດປາກຊັນເກົ່າ, ຕະຫຼາດນ້ອຍຢູ່ເຂດບ້ານ, ຮ້ານສະດວກຊື້ແລະ ຮ້ານຄ້າຂາຍເຄື່ອງຍ່ອຍທົ່ວໄປພາຍໃນເມືອງປາກຊັນ ທີ່ບັນດາພໍ່ຄ້າ, ແມ່ຄ້າຊາວຂາຍ ທີ່ໄດ້ນຳເຂົ້າມາຈຳໜ່າຍ ເພື່ອຮັບປະກັນ ແລະ ປົກປ້ອງຜູ້ຊົມໃຊ້ ໃນການຊື້ສິນຄ້າອຸປະໂພກ, ບໍລິໂພກຕ່າງໆ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ, ກັກຕຸນສິ້ນຄ້າ ລະຫວ່າງຜູ້ຊື້ແລະ ຜູ້ຂາຍ ທີ່ມີການເອົາລັດເອົາປຽບ. ຜ່ານການຈັດ​ຕັ້ງ​ປະຕິບັດ​ຂອງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງສາມາດກວດ​ພົບ​ເຫັນ​ສິນຄ້າ​ໝົດ​ອາຍຸ​ການ​ບໍລິ​ໂພກ​, ອາຫານທີ່ມີສານປົນເປື້ອນ ແລະ ຜະລິດຕະພັນຕ້ອງຫ້າມ ເຊັ່ນ : ສິນຄ້າໝົດອາຍຸ, ອາຫານທະເລທີ່ມີສານປົນເປື້ອນ, ໄກ່ປອກ, ສິ້ນສ່ວນສັດທີ່ຫ້າມນໍາເຂົ້າ ແລະ ຜະລິດຕະພັນອື່ນໆ ຢູ່ຕາມຫ້າງຮ້ານຂາຍເຄື່ອງຍ່ອຍທົ່ວໄປ ເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ຍຶດເອົາສິນຄ້າສິນຄ້າໝົດອາຍຸບໍລິໂພກ, ອຸປະໂພກ ພ້ອມ​ທັງໄດ້​ສຶກສາ​ອົບຮົມ, ກ່າວ​ເຕື່ອນ, ສ້າງບົດບັນທຶກ ກັບຜູ້ປະກອບການ, ພໍ່ຄ້າຊາວຂາຍ ​ແລະ ​ໃຊ້​ມາດ​ຕະການ​ປັບ​ໃໝ​ຕາມ​ລະບຽບ​ກົດໝາຍ​ຂອງ​ພາກສ່ວນ​ກ່ຽວຂ້ອງວາງ​ອອກຢ່າງ​ເຂັ້ມ​ງວດ. ສ່ວນສິ້ນຄ້າທີ່ໄດ້ຍຶດມານັ້ນ ພາກສ່ວນກ່ຽວຂ້ອງແມ່ນຈະໄດ້ເອົາໄປທໍາລາຍຖີ້ມພາຍຫຼັງກວດກາສິນຄ້າໃນທົ່ວເມືອງສຳເລັດ