*//// *//// ນາຍົກລັດຖະມົນຕີ ຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບບັນດາອົງກອນຂອງອາຊຽນ – Vte9 *//// *////

ນາຍົກລັດຖະມົນຕີ ຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບບັນດາອົງກອນຂອງອາຊຽນ

ແບ່ງປັນຂ່າວນີ້

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ທີ່ ພະ ນົມເປັນ(Phnom Penh). ພາຍໃນການພົບປະ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆຂອງສອງລັດຖະບານ ໃນໄລຍະທີ່ຜ່ານມາ, ເຊິ່ງເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ສໍາເລັດແລ້ວຫລາຍໂຄງການໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍາລັງສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ ໃນປີ 2022 ນີ້.

ພ້ອມນັ້ນ, ສອງຝ່າຍ ກໍໄດ້ປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ ເພື່ອສືບຕໍ່ຊຸກຍູ້ບາງໂຄງການທີ່ຍັງຄົງຄ້າງໃຫ້ສໍາເລັດໂດຍໄວ ໂດຍສະເພາະ ແມ່ນການຮ່ວມມືທາງດ້ານພະລັງງານນໍ້າມັນເຊື້ອໄຟ, ໂຄງການທ່າເຮືອຫວຸງອ່າງ, ໂຄງການບໍ່ເກືອກາລີ ຢູ່ແຂວງຄໍາມ່ວນ, ໂຄງການສະໜາມບິນໜອງຄ້າງ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄະນະກໍາມະການຮ່ວມມືສອງລັດຖະບານ ຄັ້ງທີ 45 ກໍຄື ການຢ້ຽມຢາມທາງການ ແລະ ປິດປີສາມັກຄີມິດຕະພາບ 2022 ຢູ່ ສປປ ລາວ ຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ຈະມີຂຶ້ນໃນທ້າຍເດືອນທັນວາ 2022 ນີ້. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອລັດຖະບານລາວ ໃນດ້ານຕ່າງໆຕະຫລອດມາ, ເຊິ່ງເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດຂອງສອງຊາດລາວ-ຫວຽດນາມ ໃຫ້ສືບ ຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

 ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ພ້ອມດ້ວຍບັນດາປະມຸກລັດ/ຫົວໜ້າລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10-13 ພະຈິກ2022 ທີ່ ພະນົມເປັນ, ຣາຊະອານາຈັກກໍາປູເຈຍ.

ຕອນບ່າຍ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ, ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບຜູ້ຕາງໜ້າຊາວໜຸ່ມອາຊຽນ ແລະ ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ.

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ພ້ອມທັງສະເໜີໃຫ້ ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ເອົາໃຈໃສ່ຊຸກຍູ້ການມີສ່ວນຮ່ວມຂອງປະຊາຊົນໃຫ້ຫລາຍຂຶ້ນ ແນໃສ່ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ ຈາກຂະບວນການສ້າງປະຊາຄົມອາຊຽນ ກໍຄືຄວາມພະຍາຍາມໃນການຟື້ນຟູເສດຖະກິດ-ສັງຄົມໃນທ່າມກາງສະພາບເສດຖະກິດໂລກມີຄວາມຫຍຸ້ງຍາກ, ອັດຕາເງິນເຟີ້ສູງ ແລະ ຄ່າຄອງຊີບທີ່ສູງຂຶ້ນໃນປັດຈຸບັນ.

 ໃນການພົບປະກັບຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນຢໍ້າຄືນບົດບາດສໍາຄັນຂອງຊາວໜຸ່ມ ທີ່ຈະເປັນຜູ້ສືບທອດທີ່ເຂັ້ມແຂງໃນອະນາຄົດ ແລະ ເປັນກໍາລັງແຮງທີ່ສໍາຄັນໃນການພັດທະນາເສດຖະ ກິດ-ສັງຄົມ. ສະນັ້ນ, ຊາວໜຸ່ມຈະຕ້ອງໄດ້ເພີ່ມທະວີ ພັດທະນາຂີດຄວາມສາມາດຂອງຕົນຢ່າງຮອບ ດ້ານ, ມີລະບົບ, ແບບແຜນ ແລະ ມີເປົ້າໝາຍແນ່ນອນ ໂດຍສະເພາະ ໃນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ສາມາດເຂົ້າເຖິງແຫລ່ງຂໍ້ມູນຂ່າວສານ ແລະ ກຽມພ້ອມຮັບມືກັບສິ່ງທ້າທາຍໃນຕໍ່ໜ້າ.