*//// *//// ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຄອບ ແຂວງໄຊຍະບູລີ ມອບລົດຈັກຄືນໃຫ້ເຈົ້າຂອງເດີມ – Vte9 *//// *////

ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຄອບ ແຂວງໄຊຍະບູລີ ມອບລົດຈັກຄືນໃຫ້ເຈົ້າຂອງເດີມ

ແບ່ງປັນຂ່າວນີ້


ໃນຕອນບ່າຍ ຂອງວັນທີ 11 ພະຈິກ 2022 ນີ້ ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຄອບ ແຂວງໄຊຍະບູລີ ໄດ້ມອບລົດຈັກທີ່ຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ, ເຊິ່ງກ່າວມອບໂດຍທ່ານ ພັຕ ຄໍາເສນ ແກ້ວມະນີ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ຕາງໜ້າກ່າວຮັບໂດຍທ່ານ ນາງ ອີງ ຍາດພີ່ນ້ອງເຈົ້າຂອງເດີມ, ມີເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ລົດຈັກທີ່ນໍາມາມອບໃນຄັ້ງນີ້ ແມ່ນລົດຈັກຍີ່ຫໍ້ ຮອນດ້າ ( HONDA ) ເວບ 110 ໄອ ຈໍານວນ 2 ຄັນ ສີດໍາແດງ ອອກຊື່ ນາງ ໄກ່ ແລະ ນາງຟ້າ ອາຊີບ ນັກສຶກສາ ປັດຈຸບັນແມ່ນຢູ່ນະຄອນລວງພະບາງ ແຂວງຫຼວງພະບາງ. ພາຍຫຼັງເກັບກູ້ຄືນມາກໍໃຫ້ນໍາເອົາເອກະສານມາຢັ້ງຢືນເອົານໍາເຈົ້າໜ້າທີ່ຢ່າງຖືກຕ້ອງ.

ທ່ານ ພັຕ ຄໍາເສນ ແກ້ວມະນີ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ກ່າວວ່າ: ລົດຈັກທັງສອງຄັນ ແມ່ນຖືກຄົນຮ້າຍລັກໄປຄື ທ້າວ ເລັງເລົາ ອາຍຸ 23 ປີ ອາຊີບປະຊາຊົນ, ເຜົ່າມົ້ງ ຢູ່ບ້ານ ຫ້ວຍແສນຄໍາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ແລະ ທ້າວສົມຈິດ ຫາ ອາຍຸ 21 ປີ ອາຊີບປະຊາຊົນ, ເຜົ່າມົ້ງ ຢູ່ບ້ານນາແວນ ເມືອງພຽງ ແຂວງໄຊຍະບູລີ ທັງສອງແມ່ນໄດ້ພາກັນລັກເອົາຢູ່ຄອກລົດຂອງເຮືອນພັກທະວີຊັບ ບ້ານພູເຫຼັກຈະເລີນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ. ມາຮອດວັນທີ 11 ກັນຍາ 2022 ຈຶ່ງໄດ້ມີພົນລະເມືອງດີມາແຈ້ງວ່າ  ທັງສອງໄດ້ຂັບຂີ່ລົດມາເລາະຂາຍໃຫ້ປະຊາຊົນຢູ່ບ້ານ ປາງມອນ ເມືອງຄອບ ແຂວງໄຊຍະບູລີ ຫຼັງຈາກນັ້ນເຈົ້າໜ້າທີ່ ປກສ ເມືອງຄອບ ຈຶ່ງກວດກາພົບເຫັນຂອງກາງພ້ອມທັງກັກຕົວ ທ້າວ ສົມຈິດ ຫາ ແລະ ທ້າວ ເລັງເລົາ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ພ້ອມທັງນໍາເອົາລົດດັ່ງກ່າວມາເກັບຮັກສາໄວ້ ແລ້ວແຈ້ງຫາເຈົ້າຂອງລົດນໍາເອົາເອກະສານມາຢັ້ງຢືນເອົາ. ຜ່ານການກວດກາຂອງເຈົ້າໜ້າທີ່ເຫັນວ່າ ລົດຈັກຍີ່ຮໍ້ ຮອນດ້າ ເວບ 110 ໄອ ຈໍານວນ 2 ຄັນ ສີດໍາແດງ ແມ່ນຖືກຕ້ອງຕາມເອກະສານຢັ້ງຢືນ, ດັ່ງນັ້ນເຈົ້າໜ້າທີ່ ປກສ ເມືອງຄອບ ຈຶ່ງເຫັນດີມອບຄືນໃຫ້ເຈົ້າຂອງເດີມ.