*//// *//// ເມືອງສົບເບົາ ແຂວງຫົວພັນ ຈັດພິທີທຳລາຍ ອາວຸດລ່າເນື້ອ ແລະ ທາດລະເບີດ ແລະ ວັດຖຸອື່ນໆທີ່ຜິດກົດໝາຍ – Vte9 *//// *////

ເມືອງສົບເບົາ ແຂວງຫົວພັນ ຈັດພິທີທຳລາຍ ອາວຸດລ່າເນື້ອ ແລະ ທາດລະເບີດ ແລະ ວັດຖຸອື່ນໆທີ່ຜິດກົດໝາຍ

ແບ່ງປັນຂ່າວນີ້

    ເມືອງສົບເບົາ ແຂວງຫົວພັນ ຈັດພິທີທຳລາຍ ອາວຸດລ່າເນື້ອ ແລະ ທາດລະເບີດ ແລະ ວັດຖຸອື່ນໆທີ່ຜິດກົດໝາຍໃນວັນທີ 4 ພະຈິກ2022, ໂດຍມີທ່ານ ເພີດມາປັນຍາ ຮອງເລຂາພັກແຂວງ, ທ່ານ ໄຊຍະແສງ ຊົງຢົງຢາ ເຈົ້້າເມືອງສົບເບົາ ພ້ອມດ້ວຍບັນດາທ່ານການນຳເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.
    ອາວຸດລ່າເນື້ອ, ທາດລະເບີດ ແລະ ວັດຖຸອື່ນໆທີ່ກົດໝາຍ ຫ້າມຄອບຄອງ ທີ່ນຳມາທຳລາຍຖິ້ມໃນຄັ້ງນີ້ແມ່ນຢຶດມາໄດ້ນຳບຸກຄົນທີ່ຄອບຄອງບໍ່ຖືກຕ້ອງ ໃນທົ່ວເມືອງສົບເບົາ ລວມມີ: ອາວຸດລ່າເນື້ອ ຈຳນວນ 187 ກະບອກ, ກັບເຫຼັກໃຫຍ່ 1 ອັນ, ລະເບີດ 2 ໜ່ວຍ, ຢາຂ້າຫຍ້າ 80 ປ່ອງ, ລູກຫວ່ານ 100 ກວ່າກິໂລກຼາມ, ຈັກສະຕິນ 13 ເຄື່ອງ ແລະ ໝູປ່າ 1 ໂຕ ນ້ຳໜັກ 85 ກິໂລກຼາມ.
     ການທຳລາຍອາວຸດລ່າເນື້ອດັ່ງນີ້ ກໍເພື່ອແນໃສ່ ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ເປັນໄປຕາມແຜນການທີ່ວາງໄວ້ ແລະ ໃຫ້ສອດຄ່ອງກັບລະບຽບຫຼັກການ ເພື່ອຫຼີກລ່ຽງ ບໍ່ໃຫ້ເກີດອັນຕະລາຍຕໍ່ຊີວິດ ແລະ ຊັບສິນ.