*//// *//// ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫລັກແຫລ່ງ ແຂວງສະຫວັນນະເຂດ – Vte9 *//// *////

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫລັກແຫລ່ງ ແຂວງສະຫວັນນະເຂດ

ແບ່ງປັນຂ່າວນີ້

ໃນລະຫວ່າງວັນທີ 8-9 ພະຈິກ 2022 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກຫລັກແຫລ່ງ ແຂວງສະຫວັນນະເຂດໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງ, ແຂວງສະຫວັນນະເຂດພ້ອມຄະນະ. ພ້ອມທັງໄດ້ລາຍງານຫຍໍ້ ສະພາບການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກແຂວງ ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ປີ 2022, ຊຶ່ງເສດຖະກິດຂອງແຂວງ ຂະຫຍາຍຕົວຢູ່ໃນລະດັບສະເລ່ຍ 6,05% ຂອງແຜນປີກວມເອົາ 15% ຂອງ GDP ແຫ່ງຊາດ, ຄິດເປັນມູນຄ່າ 13.568,15 ຕື້ກີບ ສະເລ່ຍຕໍ່ຫົວຄົນບັນລຸໄດ້ 937 ໂດລາ/ຄົນ.

ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະພັກ, ຄະນະນໍາຂອງແຂວງທີ່ຍາດໄດ້ຜົນສໍາເລັດຫລາຍດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຕໍ່ເນື່ອງ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງແຂວງ, ເມືອງ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເອົາໃຈໃສ່ຕໍ່ວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີສະຕິເຄົາລົບຕໍ່ລະບຽບກົດໝາຍ; ເອົາໃຈໃສ່ປະກອບສ່ວນໃນການແກ້ໄຂຢ່າງຕັ້ງໜ້າຕໍ່ບັນຫາຄວາມຫຍຸ້ງຍາກທາງເສດຖະກິດການເງິນ ເປັນຕົ້ນ ໄພເງິນເຟີ້, ການຄຸ້ມຄອງເງິນຕາຕ່າງປະເທດ, ຮ້ານແລກປ່ຽນເງິນຕາ, ບັນຫາຄ່າຄອງຊີບສູງຂື້ນ ແລະ ບັນຫາລາຄານ້ຳແພງ; ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ ເຂົ້າໃນການອອກແຮງງານການຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ, ມີການແຂ່ງຂັນກັນຢ່າງເປັນຂະບວນການຟົດຟື້ນ ແລະ ມີສ່ວນແຮໄວ້ ໂດຍສະເພາະແມ່ນການຄໍ້າປະກັນສະບຽງອາຫານ ເພື່ອທົດແທນການນໍາເຂົ້າ ດ້ວຍການເພີ່ມທະວີການຜະລິດສິນຄ້າກະສີກຳເພື່ອສົ່ງອອກ ຕາມທ່າແຮງບົ່ມຊ້ອນຂອງແຂວງ ກໍຄືເມືອງ ໃນສະເພາະໜ້າ ແລະ ໄລຍະຍາວ, ພ້ອມທັງປົກປັກຮັກສາສິ່ງແວດລ້ອມ; ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການສ້າງງານສາຂາອາຊີບໃຫ້ຊາວໜຸ່ມ-ເຍົາວະຊົນ ໃຫ້ມີວຽກເຮັດງານທຳ ແລະເອົາໃຈໃສ່ຕໍ່ບັນຫາຢາເສບຕິດ ເດັດຂາດບໍ່ໃຫ້ຕົກເປັນທາດ; ພ້ອມນັ້ນໃຫ້ຍົກຄຸນນະພາບການສຶກສາໃຫ້ສູງຂຶ້ນ ໂດຍເອົາໃຈໃສ່ຂົງເຂດທີ່ຢູ່ຫ່າງໄກສອກຫລີກ, ຊຸກຍູ້ສົ່ງເສີມໃຫ້ລູກຫລານໄດ້ຮັບການສຶກສາ ບໍ່ໃຫ້ປະລະການຮ່ຳຮຽນ; ເອົາໃຈໃສ່ໃນການ ປິ່ນປົວໄດ້ດ້ວຍການບໍລິການສຸຂະພາບ ແລະ ໂພຊະນາການ ເພື່ອຫລຸດອັດຕາການເສຍຊີວິດຂອງແມ່ ແລະ ເດັກເກີດ  ໃໝ່ ດ້ວຍການປະຕິບັດຕາມຫລັກການຕ່າງໆຂອງກະຊວງສາທາລະສຸກວາງອອກ.