*//// *//// ງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2022 ຈໍານວນ 5 ວັນຜ່ານມາ, ພາຍໃນງານມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ສາມາດແກ້ໄຂໄດ້ 1 ເລື່ອງ. – Vte9 *//// *////

ງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2022 ຈໍານວນ 5 ວັນຜ່ານມາ, ພາຍໃນງານມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ສາມາດແກ້ໄຂໄດ້ 1 ເລື່ອງ.

ແບ່ງປັນຂ່າວນີ້

    ເຈົ້າໜ້າທີ່ ອະນຸກໍາມະການປ້ອງກັນ ໃຫ້ວ່າ: ງານບຸນປີນີ້ ນັບແຕ່ວັນທີ 4-8 ພະຈິກ ເຫັນວ່າ ມວນຊົນໄປທ່ຽວຊົມໃນແຕ່ລະວັນມີຈໍານວນຫຼວງຫຼາຍ ເຮັດໃຫ້ສະຖານທີ່ທ່ຽວຊົມພາຍໃນງານຄັບຄາໜາແໜ້ນ ເຊິ່ງມີທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫຼັ່ງໄຫຼເຂົ້າມາທ່ຽວຊົມ ແລະ ກາບໄຫວ້ອົງພຣະທາດຫຼວງ, ເມື່ອຜູ້ຄົນມີຈໍານວນຫຼວງຫຼາຍ ເຈົ້າໜ້າທີ່ປ້ອງກັນງານບຸນດັ່ງກ່າວຈຶ່ງເຂັ້ມງວດກວດກາ ແລະປ້ອງກັນຢ່າງເຕັມທີ່ ແຕ່ກໍປະສະຈາກບໍ່ໄດ້ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນງານດັ່ງກ່າວຈໍານວນ 5 ວັນມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ໃນນີ້, ແຫກກະເປົາ 2 ເລື່ອງ, ລ່ວງກະເປົາ 1 ເລື່ອງ.

ເລື່ອງທີ 1 ເກີດຂຶ້ນໃນມີທີ 4 ຂອງວັນທີ 7 ພະຈິກ ເວລາ 20:50 ໂມງ ຜູ້ເສຍເປັນເພດຍິງ ຢູ່ບ້ານຈອມເພັດ ເມືອງສີສັດຕະນາກນະຄອນຫຼວງວຽງຈັນ ໄດ້ມາທ່ຽວຊົມງານບຸນໂດຍຍ່າງທ່ຽວຊົມຢູ່ບໍລິເວນຈຸດຂາຍລົດໃຫຍ່ ຖືກຄົນຮ້າຍແຫກຖົງພາຍ, ລວມມູນຄ່າເສຍຫາຍເປັນເງິນ 435.000 ກີບ, ທະບຽນລົດຮຸ່ນໄດ ກສ 6389 ແລະ ເອກະສານຈໍານວນໜຶ່ງ; ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ ຈັບຄົນຮ້າຍໄດ້ 1 ຄົນສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງນຳຕົວໄປດຳເນີນຄະດີ.

ເລື່ອງທີ 2 ເກີດຂຶ້ນໃນເວລາ 8:00 ໂມງຂອງວັນທີ 8 ພະຈິກ ເກີດເຫດຄົນຮ້າຍລ່ວງກະເປົາ ຂອງຜູ້ເສຍຫາຍ ເປັນເພດຍິງ ອາຊີບຄ້າຂາຍຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຍ່າງມາໃສ່ບາດຢູ່ເດີ່ນພຣະທາດຫຼວງ ພໍຮອດບໍລິເວນເຮືອນຊົງລາວຈຶ່ງຮູ້ໂຕວ່າຖືກລ່ວງກະເປົາ ລວມມູນຄ່າເສຍຫາຍເປັນເງິນ 2.500.000 ກີບ, 2.000 ບາດ, ບັດເອທີເອັມ 1 ບັດ ແລະ ເອກະສານອື່ນໆ.

ເລື່ອງທີ 3 ເກີດຂຶ້ນໃນເວລາ 20:32 ໂມງ ຂອງວັນທີ 8 ພະຈິກ ຜູ້ເສຍຫາຍເປັນເພດຊາຍ ຢູ່ບ້ານໜອງພະຍາ ເມືອງ ໄຊທານີນະຄອນຫຼວງວຽງຈັນ ຖືກຄົນຮ້າຍແຫກກະເປົາຢູ່ພາຍໃນງານບຸນ ເຮັດໃຫ້ປື້ມບັນຊີເງິນຝາກທະນາຄານ ຈໍານວນ 2 ຫົວ, ບັດເອທີເອັມ 1 ບັດ, ບັດປະຈໍາຕົວ 1 ບັດ ແລະ ເງິນກີບຈໍານວນ 300.000 ກີບ ເສຍຫາຍ.