*//// *//// ກອງບັນຊາການ ປກສ ເມືອງ ວຽງໄຊ ແຂວງຫົວພັນ ຈັບຕົວຜູ້ຖືກຫາ ເສບ ແລະ ຄ້າ-ຂາຍຢາເສບຕິດ – Vte9 *//// *////

ກອງບັນຊາການ ປກສ ເມືອງ ວຽງໄຊ ແຂວງຫົວພັນ ຈັບຕົວຜູ້ຖືກຫາ ເສບ ແລະ ຄ້າ-ຂາຍຢາເສບຕິດ

ແບ່ງປັນຂ່າວນີ້

 ໂດຍປະຕິບັດຕາມການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021 ເຖິງ 2023 ດັ່ງນັ້ນ, ກອງບັນຊາການປກສ ເມືອງວຽງໄຊ ແຂວງຫົວພັນ ຈຶ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ສຸມໃສ່ແກ້ໄຂບັນຫາປາກົດການຫຍໍ້ທໍ້ ກໍຄືບັນຫາຢາເສບຕິດ ຢູ່ເມືອງວຽງໄຊ.

   ຄັ້ງວັນທີ 3 ພະຈິກ 2022 ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີບຸກຄົນບໍ່ດີເຄື່ອນໄຫວເສບ ແລະ ຄ້າ – ຂາຍຢາເສບຕິດ ປະເພດຢາບ້າຢູ່ຂອບເຂດບ້ານນາຢາງ ເມືອງວຽງໄຊ ແຂວງຫົວພັນ ຈາກນັ້ນ ກອງບັນຊາການ ປກສ ເມືອງວຽງໄຊ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວຽກງານວິຊາສະເພາະ ລົງກວດກາ, ຕິດຕາມ ພິສູດແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິ່ງແທ້ ແລະ ຕົກມາຮອດຕອນເຊົ້າ ເວລາ 10 ໂມງ ຂອງວັນທີ 4 ພະຈິກ 2022 ຈຶ່ງໄດ້ນຳກຳລັງລົງໄປສົມທົບກັບ ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຄຫາສະຖານ ເຮືອນຂອງ ນາງ ມໍຊົງ ອາຍຸ 57 ປີ ອາຊີບ ປະຊາຊົນ, ສັນຊາດລາວ, ຊົນເຜົ່າມົ້ງ ຢູ່ບ້ານນາຢາງ ເມືອງວຽງໄຊ ແຂວງຫົວພັນ; ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໄດ້ພົບເຫັນ ຂອງກາງຢາເສບຕິດ ປະເພດຢາບ້າ 559 ເມັດ ແລະ ເງິນ 1, 200,000 ກີບ ທີ່ຊຸກເຊື້ອງໄວ້ນຳຖົງເສື້ອຂອງຜູ້ກ່ຽວ ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງວຽງໄຊ ຈຶ່ງໄດ້ຢຶດຂອງກາງຢາບ້າ ພ້ອມທັງຈັບຕົວຜູ້ກ່ຽວມາສືບສວນ-ສອບສວນ.

  ຜ່ານການ ສອບສວນ ຂັ້ນເບື້ອງຕົ້ນຜູ້ກ່ຽວໄດ້ສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວແມ່ນຂອງຕົນແທ້ ເຊິ່ງໄດ້ຊື້ນຳບຸກຄົນບໍ່ຮູ້ຊື່, ຈຸດປະສົງເພື່ອນຳເອົາຢາເສບຕິດຈຳນວນດັ່ງກ່າວນັ້ນມາເສບ ແລະ ຂາຍຍ່ອຍ, ສ່ວນເປົ້າໝາຍດັ່ງກ່າວນີ້ເຈົ້າໜ້າທີ່ ປກສ ເມືອງວຽງໄຊ ຈະນຳສົ່ງໃຫ້ພະແນກສະກັດກັ້ນ – ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ເພື່ອດຳເນີນການສືບສວນ – ສອບສວນ, ສືບຕໍ່ຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.