*//// *//// ປະທານສານປະຊາຊົນສູງສຸດ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ 10 ທີ່ກົວລາລໍາເປີ   ປະເທດມາເລເຊຍ – Vte9 *//// *////

ປະທານສານປະຊາຊົນສູງສຸດ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ 10 ທີ່ກົວລາລໍາເປີ   ປະເທດມາເລເຊຍ

ແບ່ງປັນຂ່າວນີ້

ໃນລະຫວ່າງວັນທີ 3 ຫາ 6 ພະຈິກ 2022 ຄະນະຜູ້ແທນສານປະຊາຊົນສູງສຸດ ນໍາໂດຍ ທ່ານ ສຈ.ປອ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ຈໍານວນ 7 ທ່ານ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ 10 ທີ່ກົວລາລໍາເປີ    ປະເທດມາເລເຊຍ, ຊຶ່ງມີບັນດາປະທານສານສູງສຸດ ແລະ ຄະນະຜູ້ແທນ ຈາກປະເທດ ສປປ ລາວ, ສສ ຫວຽດນາມ, ມາເລເຊຍ, ມຽນມ້າ, ຟີລິບປິນ, ສິງກະໂປ, ຣາຊາອານາຈັກໄທ, ຣາຊາອານາຈັກກໍາປູເຈຍ, ບຣູໄນ ແລະອີນໂດເນເຊຍ ພ້ອມດ້ວຍປະເທດຜູ້ສັງເກດການ ຈາກ ສປ ຈີນ, ສ ເກົາຫຼີ ແລະ ຍິ່ປຸ່ນ ເຂົ້າຮ່ວມ ຫຼາຍກວ່າ 100 ຄົນ.

ກອງປະຊຸມສະພາປະທານສານອາຊຽນໃນຄັ້ງນີ້ ເພື່ອຮັບຟັງການລາຍງານ, ປຶກສາຫາລື ແລະ ຮັບຮອງເອົາ ກຸ່ມວຽກງານຕຸລາການອາຊຽນເປັນຕົ້ນ ການສ້າງເວບໄຊ ເພື່ອນໍາເອົາຂໍ້ມູນຂ່າວສານ, ບັນດາກົດໝາຍ ແລະ ອື່ນໆ ກ່ຽວກັບວຽກງານຕຸລາການອາຊຽນເຂົ້າໃນເວບໄຊ ເພື່ອເຮັດໃຫ້ບັນດາພາກພື້ນ, ສາກົນ ແລະ ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຕຸລາການອາຊຽນເພີ່ມຂຶ້ນ; ຮ່າງລະບຽບການນຳເອົາຫຼັກຖານ ສໍາລັບການດໍາເນີນຄະດີແພ່ງ ຫຼື ບັນຫາທາງການຄ້າ ເພື່ອສາມາດນໍາເອົາຫຼັກຖານຕ່າງໆ ທີ່ມີຂໍ້ຂັດແຍ່ງຂ້າມພົມແດນມານໍາໃຊ້ໃນແຕ່ລະເທດພາຍໃນອາຊຽນໄດ້; ການນຳໃຊ້ເຕັກໂລຊີເຂົ້າໃນການບໍຫານຄະດີ (AI) ພາຍໃນອາຊຽນ; ຮ່າງລະບຽບຂໍ້ຂັດແຍ່ງຂ້າມພົມແດນກ່ຽວກັບເດັກນ້ອຍ ໂດຍສະເພາະ ແມ່ນຄວາມຮັບຜິດຊອບ ຂອງພໍ່ແມ່ຕໍ່ລູກ ແລະ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໃນກໍລະນີມີການຢ່າຮ້າງ ຫຼື ຂໍ້ຂັດແຍ່ງກ່ຽວກັບເດັກ; ວຽກງານດ້ານການສືກສາ ແລະ ການຝຶກອົບຮົມຕຸລາການ; ວຽກງານສ້າງສານດີເດັ່ນ ແລະແຜນການຮ່ວມມືໃນຕໍ່ໜ້າ ຂອງສານອາຊຽນ, ຈາກນັ້ນ ບັນດາປະທານສານອາຊຽນ ກໍໄດ້ລົງນາມຮັບຮອງເອົາຖະແຫຼງການຮ່ວມ, ພ້ອມນັ້ນສະພາປະຊົນອາຊຽນ ຍັງໄດ້ປະຊຸມບວກ 3 ຮ່ວມກັບ ສານ ສປປ ຈີນ, ສ ເກົາຫຼີ ແລະ ຍີ່ປຸ່ນ ເພື່ອປືກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການນໍາໃຊ້ເທັກໂນໂລຊີເຂົ້າໃນການດໍາເນີນຄະດີໃນຂົງເຂດອາຊຽນ.