*//// *//// ປກສ ນະຄອນໄກສອນ ສຶກສາອົບຮົມ ເປົ້າໝາຍມົ້ວສຸມ ແລະ ເສບຢາເສບຕິດ   – Vte9 *//// *////

ປກສ ນະຄອນໄກສອນ ສຶກສາອົບຮົມ ເປົ້າໝາຍມົ້ວສຸມ ແລະ ເສບຢາເສບຕິດ  

ແບ່ງປັນຂ່າວນີ້


       ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ສົມທົບກັບ ອໍາ ນາດການປົກຄອງບ້ານ ບ້ານໂພນສະຫວັນ, ບ້ານໄຊຍະມຸງຄຸນ ແລະ ບ້ານສອນໄຊ ໄດ້ສຶກສາອົບຮົມເປົ້າໝາຍມົ້ວສຸມ ແລະ ເສບຢາເສບຕິດ ຈໍານວນ 11 ຄົນ ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມມີ ພັຕ ລັດສະໝີ ແກ້ວອ່ອນຫຼ້າ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ມີຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງໜ່ວຍງານ, ພາກສ່ວນທີ່ກ່ຽວຂ້ອງ, ພໍ່-ແມ່ຜູ້ປົກຄອງ, ຜູ້ຖືກສຶກສາອົບຮົມ ເຂົ້າຮ່ວມ.

 ພັຕ ລັດສະໝີ ແກ້ວອ່ອນຫຼ້າ ກ່າວວ່າ: ການສຶກສາອົບຮົມຄັ້ງນີ້ ເພື່ອເຮັດໃຫ້ກຸ່ມເປົ້າໝາຍດັ່ງກ່າວຮັບຮູ້, ເຂົ້າໃຈເຖິງໄພອັນຕະລາຍ ແລະຜົນຮ້າຍຂອງຢາເສບຕິດ, ທັງເປັນການຍົກສູງຄວາມຮູ້, ເຂົ້າໃຈເປັນເອກະພາບຄວາມຮັບຜິດຊອບຕໍ່ຜູ້ປົກຄອງ ເພື່ອເຮັດໃຫ້ຫ່າງໄກ, ບໍ່ຕົກເປັນທາດຂອງຢາເສບຕິດ ແລະ ກັບກາຍມາເປັນພົນລະເມືອງດີຂອງສັງຄົມ.

ທິບພະຈັນ  ຮຽບຮຽງ