ໃນວັນທີ 20 ເມສານີ້ ທີ່ສະໂມສອນເມືອງຊຽງເງິນ ແຂວງຫຼວງພະບາງ ໄດ້ເປີດຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ກັບຄູຝຶກຂອງໂຮງຮຽນຊາວນາໃນການອະນຸລັກ, ພັດທະນາ ແລະ ການນຳໃຊ້ແນວພັນພືດ
ທ່ານນາງ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນນະບົດ, ຜູ້ປະສານງານໂຄງການ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອອະນຸລັກ ພັດທະນາ ແລະ ຜະລິດແນວພັນພືດ ໃຫ້ແກ່ຊາວນາ-ຊາວສວນໄດ້ເຂົ້າເຖິງ ແລະ ນຳໃຊ້ແນວພັນພືດ ເພື່ອນຳມາຜະລິດຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ພາຍໃຕ້ເງື່ອນໄຂທີ່ມີການປ່ຽນແປງທາງດ້ານດິນຟ້າອາກາດ ແລະ ວິຖີຊີວິດທີ່ຍືນຍົງ ຊຶ່ງນອນໃນ 4 ອົງປະກອບໃຫຍ່ ເຊັ່ນ: ໂຄງການເສີມຂະຫຍາຍຕົວແບບໃນການຄຸ້ມຄອງຊີວະນາໆພັນ ເພື່ອປັບຕົວກັບການປ່ຽນແປງດິນຟ້າອາກາດ ທີ່ຈັດຕັ້ງປະຕິບັດປັດ ຈຸບັນ, ທຸລະກິດຜະລິດເມັດພັນ, ການສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນໃນການນຳໃຊ້ພືດພັນພື້ນ ເມືອງເພື່ອການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ, ວຽກງານການຜັນຂະຫຍາຍນິຕິກຳ ແລະ ນະໂຍບາຍກ່ຽວກັບການຄຸ້ມຄອງເມັດພັນພືດ.
ການຝຶກອົບຮົມໃນຫົວຂໍ້ທັງໝົດນັ້ນ ແມ່ນມີຄວາມສຳຄັນຫຼາຍ ແລະ ເປັນການສ້າງຄວາມເຂັ້ມ ແຂງ ແກ່ພະນັກງານແຂວງ, ເມືອງ ແລະ ຊາວນາ ໃນວຽກງານການພັດທະນາຊົນນະບົດ ແລະ ກໍແມ່ນເປົ້າໝາຍໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້.
ທີ່ມາ: ໜັງສືພິມປະຊາຊົນ