*//// *//// ໄຟໄຫມ້ ເຮືອນຮອງນາຍບ້ານ ທົ່ງສ້າງນາງ ເສຍຫາຍຫນັກ.  – Vte9 *//// *////

ໄຟໄຫມ້ ເຮືອນຮອງນາຍບ້ານ ທົ່ງສ້າງນາງ ເສຍຫາຍຫນັກ. 

ແບ່ງປັນຂ່າວນີ້

       ໃນເວລາ 00 ໂມງ 30 ນາທີ ຂອງວັນທີ 21 ເມສາ 2022, ພະແນກຕຳຫຼວດຈະກີດກັ້ນ ແລະ ຕ້ານ

ອີກຄີໄພ ນະຄອນຫຼວງວຽງຈັນ, ໄດ້ຮັບແຈ້ງທາງ ໂທລະສັບ ເກີດເຫດການໄຟໄໝ້ ເຮືອນ ຕັ້ງຢູ່ບ້ານ ທົ່ງສ້າງນາງ ໜ່ວຍ 25 ເມືອງ ຈັນທະບູລີນະຄອນຫຼວງວຽງຈັນ.

     ເຈົ້າຫນ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ  ໃຫ້ຂໍ້ມູນວ່າ: ເມື່ອໄດ້ຮັບແຈ້ງພະແນກ ສະກັດກັ້ນ ອລະ ຕ້ານອັກຄີໄພ ໄດ້ກຽມພ້ອມພາຫະນະ ແລະກຳລັງພົນອອກໄປຫາຈຸດເກີດເຫດໂດຍໃຊ້ລົດມອດໄຟ ຈໍານວນ 2 ຄັນ ພະນັກງານອ້າຍນ້ອງ 12 ຄົນ, ເມື່ອມາເຖິງເກີດເຫດ ເຈົ້າໜ້າທີ່ວິຊາສະເພາະ ກໍໄດ້ເຂົ້າມອດໄຟໄຫນ້ ໃຊ້ເວລາມອດ 2 ຊົ່ວໂມງ ໄຟດັບມອດລົງ, ເຊິ່ງເຮືອນຫຼັງດັ່ງກ່າວ ເປັນເຮືອນ ຂອງ ນາງ ຕາລີ ສີສົມຫວັງ ອາຍຸ 60 ປີ,  ຮອງນາຍບ້ານ ບ້ານ ທົ່ງສາງນາງ, ເຮືອນມີລັກສະນະ ເປັນເຮືອນສອງຊັ້ນ ຊັ້ນລຸ່ມກໍ່ດ້ວຍຊີມັງ, ຊັ້ນສອງແຄມວຍໄມ້ແປ້ນ ມຸງດ້ວຍສັງກະສີ ຂະໜາດຂະໜາດ 12 1 x 18 m ຖືກໄໝ້ໝົດ ລົດໃຫຍ່ 3 ຄົນ, ລົດຮຸນໄດ ກັນ ລົດກງ 2 ຄັນ, ລົດຈັກ ສະກຸບປີ້ 1 ກັນ, ລົດຈັກ ເວບ100 ຈຳນວນ 1ຄັນ ຖືກໄໝ້ໝົດ ມູນຄ່າເສຍຫາຍ ຍັງຢູ່ໃນການປະເມີນ.

 ສາເຫດທີ່ພາໃຫ້ເກີດອັກຄີໄຟໃນຄັ້ງນີ້ ຍ້ອນເກີດຈາກໄຟຟ້າລັດວົງຈອນ(ໄຟຟ້າຊ໋ອດ) ຢູ່ເທິງເພດານຊັ້ນສອງຈຶ່ງເປັນສາເຫດຂອງການໄໝ້ໃນຄັ້ງນີ້.

ຮຽບຮຽງ: ທິບພະຈັນ