*//// *//// ສ້ອຍສຸດາ ອິນເມືອງໄຊ ສົມທົບທຶນຫຼໍ່ພຣະ-ສ້າງໂຮງຮຽນສົງ ຫຼັງໃໝ່ຫຼາຍກວ່າ 442 ລ້ານກີບ – Vte9 *//// *////

ສ້ອຍສຸດາ ອິນເມືອງໄຊ ສົມທົບທຶນຫຼໍ່ພຣະ-ສ້າງໂຮງຮຽນສົງ ຫຼັງໃໝ່ຫຼາຍກວ່າ 442 ລ້ານກີບ

ແບ່ງປັນຂ່າວນີ້

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງຫາດຊາຍຟອງ ທັງເປັນໜຶ່ງໃນນັກທຸລະກິດແມ່ຍິງລາວ ທີ່ມີຄວາມເຫຼື້ອມໃສສັດທາໃນພະພຸດທະສາສະໜາ, ຮັກໃນການສົ່ງເສີມວັດທະນະທຳລາວ ຈຶ່ງໄດ້ສົມທົບທຶນຫຼໍ່ພຣະພຸດທະຮູບ ແລະ ສ້າງໂຮງ ຮຽນສົງຫຼັງໃໝ່ ຢູ່ບ້ານນາໄຫ ມູນຄ່າຫຼາຍກວ່າ 442 ລ້ານກີບ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງຫາດຊາຍຟອງ, ຜູ້ອຳນວຍການບໍລິສັດ ສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍໍ່ນັກຂ່າວໂທລະພາບນະຄອນຫຼວງວຽງຈັນ ກ່ຽວກັບການສົມທົບທຶນຫຼໍ່ພະ ແລະ ສ້າງໂຮງຮຽນສົງຫຼັງໃໝ່ ຢູ່ບ້ານນາໄຫ ຄັ້ງນີ້ວ່າ: ເພື່ອເປັນການສືບຕໍ່ຍູ້ແຮງໃຫ້ບັນລຸຕາມເປົ້າໝາຍຂອງ ອພສ ເມືອງຫາດຊາຍຟອງ ປັດຈຸບັນ ຫຼາຍພາກສ່ວນກໍໄດ້ໂມທະນາທານ ສົມທົບທຶນກໍ່ສ້າງໂຮງຮຽນສົງແຫ່ງດັ່ງກ່າວ ແລະ ນັບແຕ່ເລີ່ມມີການກໍ່ສ້າງ ຈົນມາເຖິງດຽວນີ້ ໜຶ່ງໃນນັ້ນ ກໍມີຕົນເອງ ແລະ ຄອບ ຄົວ ທີ່ໄດ້ສົມທົບທຶນໃນການກໍ່ສ້າງ 250 ລ້ານກວ່າກີບ, ພ້ອມທັງ ໄດ້ສົມທົບທຶນ 5 ແສນບາດ ຫຼື ປະ ມານ 192 ລ້ານກວ່າກີບ ເຂົ້າໃນການຫຼໍ່ພຣະພຸດທະຮູບອົງຢືນ ຊຶ່ງເປັນອົງພຣະປະຕິມະກອນ ປາງລີລາ ເນື້ອທອງແດງ ໂດຍມີຄວາມສູງ 1,85 ແມັດ, ເພື່ອປະດິດສະຖານໄວ້ ທີ່ໜ້າອາຄານໂຮງຮຽນສົງ ໃຫ້ເປັນທີ່ສະກະລະ ກາບໄຫວ້ ຂອງສໍາມະເນນ ນັກສຶກສາສົງ, ການປະກອບສ່ວນສົມທົບທຶນໃນເທື່ອນີ້ ສ່ວນໜຶ່ງກໍຍ້ອນເຫັນໄດ້ເຖິງຄວາມສໍາຄັນຂອງການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມກ້າວໜ້າ ແລະ ຍົກລະ ດັບຄວາມຮູ້ຄວາມສາມາດຂອງໄວໜຸ່ມ ກໍຄື ການສຶກສາສົງ ໃຫ້ມີບາດກ້າວດີຂຶ້ນ.

ຢ່າງໃດກໍດີ ເພື່ອໃຫ້ທ່ວງທັນຕາມວາລະຂອງແຜນການ ອພສ ເມືອງຫາດຊາຍຟອງ ໃນການກໍ່ ສ້າງໂຮງຮຽນສົງແຫ່ງນີ້ ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຍັງຈະໄດ້ສືບຕໍ່ສົມທົບທຶນເພື່ອດໍາເນີນການກໍ່ສ້າງໃຫ້ສໍາເລັດ, ພ້ອມທັງ ເຊີນຊວນສັງຄົມທັງພາຍໃນ ແລະຕ່າງປະເທດ ຈາກຫຼາກຫຼາຍພາກສ່ວນ ຈົ່ງໄດ້ຮ່ວມກັນບໍລິຈາກກຳລັງຊັບ ຕາມສັດທາໃຜລາວ ເພື່ອກໍ່ສ້າງໂຮງຮຽນສົ່ງແຫ່ງນີ້, ປັດຈຸບັນ ສຳ ເລັດແລ້ວປະມານ 70 ສ່ວນຮ້ອຍ ແລະ ເຊື່ອແນ່ວ່າ ພາຍຫຼັງສໍາເລັດທຸກໜ້າວຽກ ໂຮງຮຽນສົງຈະເພີ່ມຄວາມສວຍງາມຍິ່ງຂຶ້ນ ແລະ ພ້ອມມີສິ່ງອໍານວຍຄວາມສະດວກສະບາຍ ການສຶກສາຂອງພຣະສົງພາຍໃນເມືອງຫາດຊາຍຟອງ ກໍຈະເປັນລະບົບລະບຽບຂຶ້ນຕື່ມ.

ຂ່າວ: ເດດ

ພາບ: ວີໄລສັກ