*//// *//// ພິທີສະຫຼອງພັດທະສິມມາ ວັດໂພໄຊຍະຣາມ ບ້ານ ໂຄກສະອາດ – Vte9 *//// *////

ພິທີສະຫຼອງພັດທະສິມມາ ວັດໂພໄຊຍະຣາມ ບ້ານ ໂຄກສະອາດ

ແບ່ງປັນຂ່າວນີ້

ຫຼາຍພາກສ່ວນຮ່ວມສະຫຼອງພັດທະສິມມາ ວັດໂພໄຊຍະຣາມ ບ້ານໂຄກສະອາດ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ ພາຍຫຼັງກໍ່ສ້າງສໍາເລັດ 100%

ານສະຫຼອງພັດທະສິມມາ ດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນວັນທີ 9-10 ເມສາ 2022, ພ້ອມພະເຖລານຸເຖລະ ນໍາໂດຍ ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານອົງການພຸດທະສາສະໜາສໍາພັນ ແຫ່ງ ສປປລາວ ມີຄອບຄົວການນໍາຂັ້ນສູງ ນໍາໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ, ຄອບຄົວທ່ານ ມົນຕີ ຊົມສະໝຸດ+ທ່ານ ນາງ ອິນແປງ ຊາມຸນຕີ ປະທານບໍລິສັດ ປາກຊ່ອງພັດທະນາຂາອອກ-ຂາເຂົ້າ ຈໍາກັດ ຕະຫຼອດຮອດອົງການປົກຄອງບ້ານ ແລະ ຊາວພຸດທາສາສະນິກະຊົນອ້ອມຂ້າງເຂົ້າຮ່ວມ.
ພະອາຈານ ບົວໄລ ພົງສົມພອນ ຜູ້ນໍາພາກໍ່ສ້າງພັດທະສິມມາ ວັດໂພໄຊຍະຣາມ ບ້ານໂຄກສະອາດ ໃຫ້ສໍາພາດວ່າ: ພັດທະສິມມາ ວັດໂພໄຊຍາຣາມ ບ້ານໂຄກສະອາດ ເລີ່ມດໍາເນີນການກໍ່ສ້າງມາໄດ້ຫຼາຍປີແຕ່ບໍ່ທັນສໍາເລັດ ເພື່ອສືບຕໍ່ການກໍ່ສ້າງພັດທະສິມມາ ໃຫ້ສົມບູນແບບໃນການສັງຄະກໍາຄະນະສົງ ແລະ ໄດ້ຈັດພິທີກໍາທາງສາສະໜາ, ດັ່ງນັ້ນ ໃນປີ 2018 ຈຶ່ງໄດ້ນໍາພາອອກຕົນຍາດໂຍມ ແລະ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາສ້າງພັດທະສິມມາແຫ່ງນີ້ ເພື່ອລະນຶກເຖິງຄຸນງາມຄວາມດີຂອງພະພຸດທະສາສະໜາ ທັງເປັນການເຮັດໃຫ້ວັດວາອາຮາມ ພຸດທະສາສະໜາ ມີຄວາມຈະເລີນຮຸ່ງເຮືອງໃນຊາວພຸດ ໂດຍມີທ່ານນາງ ສາຄອນ ຄໍາພັກດີ ແລະ ນາງ ອາໂນລັກ ຫຼວງລາດ, ທ່ານນາງ ໄພເພັດ ນາຣິດາ ລວມເຖິງຊາວພຸດທັງພາຍໃນ ແລະ ຕ່າງປະເທດໄດ້ສົມທົບທຶນ ວັດຖຸມາຊ່ວຍສ້າງພັດທະສິມມາແຫ່ງນີ້ ຈົນສໍາເລັດ ດ້ວຍມູນຄ່າ 2,3 ຕື້ກີບ, ພາຍຫຼັງ ສ້າງສໍາເລັດກໍ່ໄດ້ຈັດພິທີສະຫຼອງ ນັບແຕ່ວັນທີ 2 ເມສາ ເປັນຕົ້ນມາ ໄດ້ເປີດໃຫ້ມວນຊົນເຂົ້າມາບ່ອນບີສິມ ຈົນຮອດວັນທີ 9 ເມສາ ໄດ້ສູດຂອດບີສິມ ຕັດລູກນິມິດ ເພື່ອໃຫ້ພັດທະສິມມາສົມບູນແບບໃນການສັງຄະກໍາຄະນະສົງ.

https://youtu.be/YyGMLCH0ZEg

ທ່ານນາງ ສາຄອນ ຄໍາພັກດີ ປະຊາຊົນບ້ານວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ການສົມທົບທຶນສ້າງພັດທະສິມມາ ເປັນການປະກອບສ່ວນໜຶ່ງທີ່ສືບທອດພະພຸດທະສາສະໜາໃຫ້ດໍາລົງຢູ່ຕະຫຼອດເຖິງ 5 ພັນປະຫວັດສາດ ທີ່ເປັນບ່ອນສັງຄະກໍາຂອງສົງໃຫ້ມີຄວາມໝັ້ນຄົງ ການໄດ້ປະກອບສ່ວນວັດຖຸກໍ່ສ້າງຕາມທີ່ທາງວັດມີຄວາມຕ້ອງການ ເພື່ອໃຫ້ການສ້າງພັດທະສິມມາສໍາເລັດ ແນໃສ່ໃຫ້ວັດໂພໄຊຍະຣາມ ບ້ານໂຄກສະອາດ ເປັນວັດທີ່ມີຄວາມສົມບູນແບບ ກາຍເປັນບ່ອນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນ.
ຈາກນັ້ນ ພາຍໃນງານຍັງໄດ້ມີພິທີບວດນາກ 25 ອົງ ແລະ ສູດສູດສົມໂພດພະພຸດທະຮູບຕະຫຼອດຄືນ ໃນຕອນເຊົ້າວັນທີ 10 ເມສາ ມີພິທີຕັກບາດຖວາຍທານ ພ້ອມທັງແຫ່ກອງເຖລາພິເສກ (ຫົດສົງພຣະອາຈານ 4 ອົງ) ແລະ ຍົກຍອດຊໍ່ຟ້າໃສ່ກຸດຕິວັດຕື່ມອີກ.

ຂ່າວ: ເດດອຸດົມ

ພາບ: ວິໄລສັກ