*//// *//// ຫວຽດນາມ ອາດຈະສ້າງສະຖິຕິໃໝ່ ຍອດການນຳເຂົ້າ-ສົ່ງອອກ ໄຕມາດທຳອິດ ບັນລຸ 176 ຕື້ໂດລາ – Vte9 *//// *////

ຫວຽດນາມ ອາດຈະສ້າງສະຖິຕິໃໝ່ ຍອດການນຳເຂົ້າ-ສົ່ງອອກ ໄຕມາດທຳອິດ ບັນລຸ 176 ຕື້ໂດລາ

ແບ່ງປັນຂ່າວນີ້

ໃນໄຕມາດທຳອິດຂອງ ປີ 2022, ຫວຽດນາມ ມີຍອດວົງເງິນສົ່ງອອກ-ນຳເຂົ້າ ບັນລຸ 176 ຕື້ໂດລາ, ອັດຕາການເຕີບໂຕ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ແຫຼ່ງຂ່າວຈາກຫວຽດນາມ ລາຍງານວ່າ: ທ່ານ ເຈິ່ນແທັງຫາຍ ຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ, ກະຊວງອຸດສາຫະກໍາແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ໃນໄຕມາດທີ 1 ປີ 2022, ຫວຽດ ນາມ ມີຍອດວົງເງິນສົ່ງອອກ-ນຳເຂົ້າ ບັນລຸ 176 ຕື້ໂດລາ, ອັດຕາການເຕີບໂຕ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ນີ້ຖືເປັນອັດຕາການເຕີບໂຕທີ່ສູງທີ່ສຸດ, ສະເພາະ ການສົ່ງອອກບັນລຸເກືອບ 13%, ໃນນີ້ ບັນດາໝວດຜະລິດຕະພັນກະເສດ ເຕີບໂຕ ປະມານ 18%-19%, ສ່ວນໝວດສິນຄ້າພິເສດຄື: ກາເຟ, ເຂົ້າສານ, ສິນໃນນ້ຳໄດ້ບັນລຸລະດັບການເຕີບໂຕເພີ່ມຂຶ້ນພຽງ 38% ຫາ ເກືອບ 50%. ເຊິ່ງນັ້ນ ເປັນສັນຍານທີ່ດີໃຫ້ແກ່ການເຄື່ອນໄຫວນຳເຂົ້າ-ສົ່ງອອກ, ເມື່ອປຽບທຽບໃສ່ການເຕີບໂຕຂອງການສົ່ງອອກໃນໄລຍະທີ່ຈະມາເຖິງນີ້, ທ່ານຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ ເວົ້າອີກວ່າ ຖືເປັນກາລະໂອກາດໃຫຍ່ຫຼວງທີ່ສຸດແມ່ນມາຈາກບັນດາສັນຍາການຄ້າເສລີ (FTA).

ໃນປີ 2022, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ວາງເປົ້າໝາຍການສົ່ງອອກເພີ່ມຂຶ້ນແຕ່ 6-8% ເມື່ອທຽບໃສ່ປີ 2021, ບັນລຸປະມານ 363 ຕື້ໂດລາ ແລະ ຮັກສາດຸນການຄ້າໃຫ້ຢູ່ໃນລະດັບສົ່ງອອກເກີນດຸນ

ຂໍ້ມູນ: ໜັງສືພິມປະຊາຊົນ