*//// *//// ປະເພນີການນຸ່ງຖື ໃນມື້ສົງນໍ້າພຣະ ໄລຍະບຸນປີໃໝ່ລາວ – Vte9 *//// *////

ປະເພນີການນຸ່ງຖື ໃນມື້ສົງນໍ້າພຣະ ໄລຍະບຸນປີໃໝ່ລາວ

ແບ່ງປັນຂ່າວນີ້

ປີໃໝ່ລາວ ພສ 2565 ທີ່ຈະມາເຖີງນີ້້້ ຍັງຢູ່ໃນທ່າມກາງ ການລະບາດຂອງພະຍາດໂຄວິດ-19, ສະນັ້ນ ການຫຼີ້ນບຸນປີນີ້, ຫຼາຍວັດແມ່ນເນັ້ນແບບອຸນະຮັກຮີດຄອງປະເພນີ ແລະ ການເຂົ້າວັດ ເພື່ອໄປສົງນໍ້າພຣະ ທີ່ປະພືດກັນມາ ເຊິ່ງອັນເປັນສິ່ງເອກອ້າງກໍແມ່ນການນຸ່ງຖື ໃຫ້ເໝາະສົມ

ເພື່ອເປັນການອະນຸຮັກ ຮີດຄອງປະເພນີການນຸ່ງຖື ອັນເປັນເອກກະລັກຂອງລາວເຮົາມາແຕ່ດຶກດຳບັນ ແລະ ການນຸ່ງຖືໃຫ້ຖືກຕາມປະເພນີໃນໄລຍະຫຼີ້ນບຸນປີໃໝ່ກຸດສົງການປີນີ້, ພຣະອາຈານ ສີທົນ ໄຊຍະວົງສອນ ຄະນະບໍລິຫານງານປະຈຳສູນກາງ ອພສ, ເຈົ້າອະທິການວັດປ່ານາຄູນນ້ອຍ ໄດ້ໃຫ້ສໍາພາດກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ວ່າ: ການສະເຫຼີມສະຫຼອງບຸນປີໃໝ່ລາວ ຕາມຮີດ ຄອງປະເພນີລາວແລ້ວ ບໍ່ວ່າ ການທຳບຸນສິນກິນທານ ຫຼືແມ່ນແຕ່ ການຫົດສົງພຣະພຸດທະຮູບ ຕາມວັດວາອາຣາມຕ່າງໆນັ້ນ ກໍແມ່ນປະເພນີອັນໜຶ່ງ ທີ່ປະຕິບັດສືບທອດການມາແຕ່ດົນນານຈົນມາຮອດປັດຈຸ ບັນ, ສິ່ງສໍາຄັນໃນການໄປເຮັດບຸນ ແມ່ນຕ້ອງແຕ່ງຕົວ ແລະ ນຸ່ງຖືໃຫ້ເປັນລະບຽບຮຽບຮ້ອຍ ໃຫ້ເໝາະສົມກັບສະຖານະການນັ້ນໆ ອັນເປັນການອະນຸລັກຮັກສາວັດທະນະທໍາການນຸ່ງປະເພນີລາວໃຫ້ຄົງໄວ້.

ພຣະອາຈານ ສີທົນ ໄຊຍະວົງສອນ ຍັງໃຫ້ຮູ້ອີກວ່າ: ການສົງນໍ້າພຣະ ບໍ່ຈໍາເປັນຕ້ອງກໍານົດເອົາ 3 ວັດ 5 ວັດ 7 ວັດ ຫຼື 9 ວັດ, ຈຶ່ງຈະໄດ້ບຸນ, ເພາະນັ້ນຄື ຄວາມເຊື່ອສ່ວນບຸນຄົນ, ແຕ່ຄວາມຖືກຕ້ອງຕາມທາງພຣະພຸດທະສາສະໜາ ແມ່ນ ບໍ່ໄດ້ກໍານົດວ່າຕ້ອງສົງນໍ້າພຣະໃຫ້ໄດ້ 3 ວັດ 5 ວັດ 7 ວັດ ແລະ 9 ວັດ, ແຕ່ຖ້າບຸກຄົນໃດມີຄວາມສັດທາແຮງກ້າ ໃນພຣະພຸດທະສາສະໜາ ໄປສົງຫຼາຍວັດກໍ່ເປັນການດີ, ເພື່ອເປັນການສຶກສາ, ຮຽນຮູ້ ແລະ ເຫັນໄດ້ຄວາມແຕກຕ່າງຂອງແຕ່ລະວັດ ໃນການປະຕິບັດຮີດ ຄອງປະເພນີຂອງລາວເຮົາ ແລະ ເພື່ອປະຕິບັດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໃນປັດຈຸບັນ ກໍຄື ການດຳລົງຊີວິດແບບໃໝ່ ໃນຍຸກໂຄວິດ-19, ການສະເຫຼີມສະຫຼອງປີໃໝ່ລາວ ດ້ວຍຄວາມປອດໄພ ປະສະຈາກເຊື້ອພະຍາດໂຄວິດ-19 ແລະ ສິ່ງສໍາຄັນການໄປເຮັດບຸນສິນກິນທານຕ່າງໆ ກໍໃຫ້ປະຕິບັດ ຮັກສາວັດທະນະທໍາອັນດີງາມຂອງຊາດລາວເຮົາ ຕົ້ນຕໍ ແມ່ນການນຸ່ງຖື ເພື່ອໃຫ້ຮຸ່ນລູກ-ຫຼານ ໄດ້ສືບທອດກັນຕໍ່ໄປ.

ຂ່າວ: ຈັນດອນ

ພາບ: ແສງອາລຸນ