*//// *//// 5 ມາດຕະຖານທີ່ຕ້ອງມີ ຖ້າຕ້ອງການໃບຢັ້ງຢືນ Lao Safe – Vte9 *//// *////

5 ມາດຕະຖານທີ່ຕ້ອງມີ ຖ້າຕ້ອງການໃບຢັ້ງຢືນ Lao Safe

ແບ່ງປັນຂ່າວນີ້

ປັດຈຸບັນ ທຸລະກິດໂຮງແຮມ, ຮ້ານອາຫານ, ພະນັກງານນໍາທ່ຽວ ແລະ ພະນັກງານຂົນສົ່ງນັກທ່ອງທ່ຽວ ທີ່ຈະສາມາດບໍລິການແຂກໄດ້ຕ້ອງມີໃບຢັ້ງຢືນ Lao Safe ແລະ ຜູ້ທີ່ຈະໄດ້ຕ້ອງມີ 5 ມາດ ຕະຖານ.

ມາດຕະຖານ Lao Safe ຈະຢັ້ງຢືນໃຫ້ແກ່ທຸລະກິດທ່ອງທ່ຽວ ຄື: ທຸລະກິດໂຮງແຮມ, ຮ້ານອາຫານ, ພະນັກງານນໍາທ່ຽວ ແລະ ພະນັກງານຂົນສົ່ງນັກທ່ອງທ່ຽວ ເຊິ່ງອອກໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບັນດາສະມາຄົມທຸລະກິດການທ່ອງທ່ຽວຕ່າງໆໃນລາວ ແລະ ຜ່ານການຮັບຮອງມາດຕະຖານໂດຍ ກະ ຊວງສາທາລະນະສຸກ, Lao Safe ແມ່ນໂຄງການທີ່ອອກໃບຢັ້ງຢືນໃຫ້ແກ່ທຸລະກິດທ່ອງທ່ຽວ ທີ່ໄດ້ມາດຕະຖານຄວາມປອດໄພ ແລະ ສະອາດ ຕາມມາດຕະຖານສາກົນ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການທັກສະເພື່ອການທ່ອງທ່ຽວ ລາວ/029, ເພື່ອຕອບສະໜອງມາດຕະຖານທາງດ້ານສຸຂະ ນະໄມ ແລະ ການຮັບມືກັບຄວາມສ່ຽງຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ສະພາບແວດລ້ອມມີຄວາມປອດໄພທີ່ເພີ່ມຂຶ້ນ, ທັງເປັນການຍົກລະດັບມາດຕະຖານໃຫ້ແກ່ທຸລະກິດການທ່ອງທ່ຽວ. ສະນັ້ນ, ຫົວໜ່ວຍທຸລະກິດ, ລວມໄປເຖິງພະນັກງານທີ່ຈະໃຫ້ບໍລິການດ້ານນີ້ຕ້ອງມີ 5 ມາດຕະຖານ ຖ້າຕ້ອງການໃບຢັ້ງຢືນ Lao Safe ເປັນຕົ້ນແມ່ນ ການແຕ່ງກາຍສຸພາບ ແລະ ສຸຂະອະນາໄມສ່ວນບຸກຄົນ, ສຸຂະອະນາໄມສິ່ງແວດລ້ອມ, ຄວາມປອດໄພຂອງພະນັກງານ, ຄວາມປອດໄພຂອງລູກຄ້າ ແລະ ແຜນການຈັດການກັບຄວາມສ່ຽງ

ປັດຈຸບັນ ໂຄງການ Lao Safe ແມ່ນໄດ້ອອກໃບຢັ້ງຢືນໃຫ້ແກ່ຫຼາຍພາກສ່ວນແລ້ວ ເປັນຕົ້ນທຸລະກິດທ່ອງທ່ຽວ, ຮ້ານອາຫານ, ພະນັກງານນຳທ່ຽວ ແລະ ພະນັກງານຂັບລົດຂົນສົ່ງນັກທ່ອງທ່ຽວສ່ວນໜຶ່ງໄປແລ້ວ.

ທີ່ມາພາບ: ເພສ Lao Safe