*//// *//// ລົດໄຟລາວ-ຈີນ ບໍລິການຂົນສົ່ງຜູ້ໂດຍສານໄດ້ 244.400 ເທື່ອຄົນ, ສະເລ່ຍ 3 ພັນກວ່າຄົນຕໍ່ວັນ – Vte9 *//// *////

ລົດໄຟລາວ-ຈີນ ບໍລິການຂົນສົ່ງຜູ້ໂດຍສານໄດ້ 244.400 ເທື່ອຄົນ, ສະເລ່ຍ 3 ພັນກວ່າຄົນຕໍ່ວັນ

ແບ່ງປັນຂ່າວນີ້

ລົດໄຟລາວ-ຈີນ ຖືເປັນທາງເລືອກໜຶ່ງທີ່ປະຊາຊົນລາວ ໃຊ້ໃນການເດີນທາງກັບບ້ານເຮືອນໄລຍະບຸນປີໃໝ່ລາວ ພສ 2565, ໂດຍຂໍ້ມູນເປີດເຜີຍວ່າ ຕາມການເກັບກຳມາຮອດວັນທີ 10 ເມສາ 2022 ນີ້ ສາມາດຂົນສົ່ງຜູ້ໂດຍສານໄດ້ 244.400 ເທື່ອຄົນ, ສະເລ່ຍ 3 ພັນກວ່າຄົນຕໍ່ວັນ

ກຸ່ມບໍລິສັດ ທາງລົດໄຟແຫ່ງຊາດຈີນຈຳກັດແຈ້ງໃຫ້ຮູ້ວ່າ: ເນື່ອງໃນໂອກາດທີ່ປະຊາຊົນລາວ ກຳລັງເດີນທາງກັບບ້ານເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ, ລົດໄຟຄວາມໄວທຳມະດາ 120 ກິໂລແມັດຕໍ່ຊົ່ວໂມງ ໄດ້ເລີ່ມໃຫ້ບໍລິການຈາກນະຄອນຫຼວງວຽງຈັນ ຫາ ສະຖານີບໍ່ເຕັນ, ພ້ອມນັ້ນ, ຍັງໄດ້ເພີ່ມຖ້ຽວລົດໄຟ CRH ລະຫວ່າງ ນະຄອນຫຼວງວຽງຈັນ ຫາ ນະຄອນຫຼວງພະບາງ 2 ຖ້ຽວ ແລະ ລົດໄຟລະຫວ່າງ ນະຄອນຫຼວງວຽງຈັນ ຫາ ສະຖານີເມືອງໄຊ 2 ຖ້ຽວ, ປັດຈຸບັນ, ການໃຫ້ບໍລິການລົດໄຟ CRH 8 ຖ້ຽວ ແລະ ລົດໄຟຄວາມໄວທຳມະດາ 2 ຖ້ຽວຕໍ່ມື້ ນີ້ເປັນຂີດໝາຍວ່າ, ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວ ໄດ້ກ້າວເຂົ້າສູ່ໄລຍະແລ່ນລົດໄຟ CRH ແລະ ລົດໄຟຄວາມໄວທຳມະດາ ໄປພ້ອມກັນນັ້ນ ເປັນການເພີ່ມຄວາມສາມາດໃນການຂົນສົ່ງຜູ້ໂດຍສານໃຫ້ໄດ້ຫຼາຍກວ່າເກົ່າ ແລະ ເປັນທາງເລືອກໃຫ້ແກ່ປະຊາຊົນຫຼາຍກວ່າເກົ່າ.

ຂໍ້ມູນຍັງໃຫ້ຮູ້ອີກວ່າ: ນັບແຕ່ລົດໄຟລາວ-ຈີນ ໃຫ້ບໍລິການເປັນຕົ້ນມາ, ລົດໄຟ CRH ຂະບວນ“ລ້ານຊ້າງ” ໄດ້ແລ່ນ, ຂົນສົ່ງສິນຄ້າທັງພາຍໃນປະເທດ ແລະ ຂ້າມປະເທດໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຈົນຮອດວັນທີ 10 ເມສານີ້, ທາງລົດໄຟຕອນຢູ່ປະເທດລາວ ສາມາດແລ່ນລົດໄດ້ທັງໝົດ 468 ຖ້ຽວ, ຂົນສົ່ງຜູ້ໂດຍສານໄດ້ 244.400 ເທື່ອຄົນ, ຂົນສົ່ງຜູ້ໂດຍສານຫຼາຍສຸດຕໍ່ມື້ແມ່ນ 3.160 ຄົນ ແລະ ໄດ້ແລ່ນລົດຂົນສົ່ງສິນຄ້າຂ້າມປະເທດໄດ້ 589 ຖ້ຽວ, ລວມຂົນສົ່ງສິນຄ້າໄດ້ທັງໝົດ 365.400 ໂຕນ.

ຂໍ້ມູນ-ພາບ: ກຸ່ມບໍລິສັດ ທາງລົດໄຟ