*//// *//// ປູກຈິດສຳນຶກໃຫ້ເດັກນ້ອຍລາວ ຮຽນຮູ້ ແລະ ສືບສານປະເພນີດັ່ງເດີມຂອງລາວ – Vte9 *//// *////

ປູກຈິດສຳນຶກໃຫ້ເດັກນ້ອຍລາວ ຮຽນຮູ້ ແລະ ສືບສານປະເພນີດັ່ງເດີມຂອງລາວ

ແບ່ງປັນຂ່າວນີ້

ພາບທີ່ເຫັນຢູ່ນີ້ ຄວາມໜ້າຮັກຂອງນ້ອງໆໂຮງຮຽນອະນຸບານ-ປະຖົມ-ມັດທະຍົມ ຟ້າສີຄາມ ທີ່ຄູອາຈານ ໄດ້ນຳພານ້ອງໆນັກຮຽນຝຶກແອບການເຮັດໝາກເບັງ ເພື່ອນຳໃຊ້ເຂົ້າໃນພິທີສູ່ຂວັນຕ້ອນຮັບປີໃໝ່ລາວ ພສ 2565.

ກ່ອນຈະເຖິງປີໃໝ່ລາວຂອງທຸກໆປີ ຫຼື ໄລຍະບຸນປີໃໝ່ລາວ ກິດຈະກຳ ທີ່ປະກົດໃຫ້ເຫັນຫຼາຍກວ່າໝູ່ແມ່ນການສູ່ຂວັນ ອວຍພອນໄຊ ເຊິ່ງກັນ ແລະ ກັນ ດ້ວຍການສູ່ຂວັນ ຫຼື ຈັດພາເຂົ້າສາມັຄີ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ແຕ່ວ່າ ພາບກິດຈະກຳດັ່ງກ່າວນີ້ ເປັນຄວາມໜ້າຮັກຂອງນ້ອງໆນັກຮຽນໂຮງຮຽນອະນຸບານ-ປະຖົມ-ມັດທະຍົມ ຟ້າສີຄາມ ທີ່ຄູອາຈານໄດ້ນຳພານ້ອງໆນັກຮຽນພາຍໃນໂຮງ ຮຽນ ຈັດກິດຈະກຳ ຝຶກແອບໃຫ້ນ້ອງໆນັກຮຽນ ຮຽນຮູ້ໃນການເຮັດໝາກເບັງ ເພື່ອນຳໃຊ້ເຂົ້າໃນພິທີສູ່ຂວັນ, ເຊິ່ງກິດຈະກຳດັ່ງກ່າວນີ້ ແມ່ນກິດຈະກຳໜຶ່ງທີ່ສອນໃຫ້ນ້ອງໆໄດ້ຮຽນຮູ້ຮີດຄອງປະເພນີ ທີ່ບັນພະບູລຸດຂອງພວກເຮົາສືບ ຕໍ່ປະຕິບັດການມາແຕ່ດຶກດຳບັນ ກໍຄື ພິທີສູ່ຂວັນ ແລະ ສິ່ງທີ່ຂາດບໍ່ໄດ້ແມ່ນ ໝາກເບັງ, ດັ່ງນັ້ນ ການຈັດກິດຈະກຳນີ້ ນອກຈາກຈະໄດ້ຮຽນຮູ້ຂັ້ນຕອນຂອງການຫຍີບໝາກເບັງ ນ້ອງໆນັກຮຽນ ຍັງໄດ້ຮຽນຮູ້ຄວາມສາມັກຄີພາຍໃນຫ້ອງ, ຮູ້ຈັກປະເພນີສູ່ຂວັນ, ການອວຍ ພອນເຊິ່ງກັນ ແລະ ກັນ ຜ່ານການຜູກແຂນ ພ້ອມກັບການຮ່ວມພາຂວັນກັບໝູ່ເພື່ອນ ແລ້ວ ຍັງເປັນການປູກຈິດສຳນຶກໃຫ້ເດັກນ້ອຍລາວ ຮູ້ຈັກຂະນົບທຳນຽມ, ຮີດຄອງຂອງລາວ, ເນື່ອງຈາກວ່າ ເດັກນ້ອຍໃນວັນນີ້ ຈະກາຍເປັນຮຸ່ນສືບທອດໃນອະນາຄົດ.

ກິດຈະກຳດັ່ງກ່າວ ສາມາດສື່ຄວາມໝາຍ ແລະ ຄວາມສຳຄັນທີ່ດີໃນດ້ານການອະນຸຮັກຮີດຄອງປະເພນີອັນດີງານຂອງລາວ, ທັງເປັນການຝຶກຝົນຫຼໍ່ຫຼອມນ້ອງໆເຍົາວະຊົນລາວ ໄດ້ຮຽນຮູ້ ແລະ ປະຕິ ບັດຕາມຮີດຄອງປະເພນີດັ່ງກ່າວ ໂດຍຜ່ານກິດຈະກຳ ການຫຍີບໝາກເບັງ ເພື່ອນຳໃຊ້ເຂົ້າໃນພິທີບາ ສີສູ່ຂວັນ ບໍ່ສະເພາະແຕ່ ການສະເຫຼີມສະຫຼອງບຸນປີໃໝ່ລາວເທົ່ານັ້ນ, ການບາສີສູ່ຂວັນ ແມ່ນຈັດເປັນງານໜຶ່ງທີ່ກ່ຽວຂ້ອງກັບຮີດຄອງຂອງລາວມາຫຼາຍເຊັ່ນຄົນແລ້ວ

ພາບ: ໂຮງຮຽນ ຟ້າສີຄາມ