*//// *//// ແຫ່ຊ້າງຮຽງເກີຍ ເອກະລັກຂອງເມືອງມໍລະດົກໂລກ ຫຼວງພະບາງ ບົ່ງບອກຄວາມເປັນຊາດລາວ – Vte9 *//// *////

ແຫ່ຊ້າງຮຽງເກີຍ ເອກະລັກຂອງເມືອງມໍລະດົກໂລກ ຫຼວງພະບາງ ບົ່ງບອກຄວາມເປັນຊາດລາວ

ແບ່ງປັນຂ່າວນີ້

ແຫ່ຊ້າງຮຽງເກີຍ ອີກໜຶ່ງປະເພນີທີ່ສຳຄັນຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ຂອງຊາວເມືອງມໍລະດົກໂລກ ຫຼວງພະບາງ ທີ່ສືບຕໍ່ປະຕິບັດກັນມາ ອັນໄດ້ກາຍເປັນເອກະລັກແຫ່ງຄວາມເປັນຊາດລາວ

ກ່ອນທີ່ບໍ່ທັນມີການລະບາດຂອງພະຍາດໂຄວິດ-19, ຫຼວງພະບາງ ຈະເປັນແຂວງໜຶ່ງທີ່ນັກທ່ອງທ່ຽວເລືອກທີ່ຈະໄປຢ້ຽມເຢືອນ, ເນື່ອງຈາກເປັນເມືອງມໍລະດົກໂລກ ແຫ່ງທຳອິດຂອງປະເທດລາວ, ເຊິ່ງເມືອງດັ່ງກ່າວຈະຂຶ້ນຊື່ດ້ານສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກແລ້ວ ຍັງມີຮີດຄອງປະເພນີ ທີ່ເປັນຈຸດສົນໃຈຂອງແຂກບ້ານແຂກເມືອງ ລວມໄປເຖິງກິດຈະກຳແຫ່ຊ້າງຮຽງເກີຍ ທີ່ຈັດຂຶ້ນທຸກໆໃນງານເທດສະການສະເຫຼີມສະຫຼອງບຸນປີໃໝ່ລາວ ໂດຍໄດ້ເລີ່ມຂະບວນແຕ່ໜ້າວັດທາດນ້ອຍໄປຕາມເສັ້ນທາງສີຫວ່າງວົງ ຫາ ວັດໃໝ່ ສຸວັນນະພູມ ກົງກັນຂ້າມ ກັບຫໍພິພິທະພັນ ແຂວງຫຼວງພະບາງ ເພື່ອທໍາພິທີຮຽງເກີຍຂ້າງວັດໃໝ່ສຸວັນນະພູມ, ຈາກນັ້ນ ກໍແຫ່ໄປວັດຊຽງທອງ ທໍາພິທີສູ່ຂວັນຊ້າງ, ການຈັດແຫ່ຊ້າງຮຽງເກີຍ ເປັນໜຶ່ງໃນກິດຈະກໍາ ສົ່ງເສີມການທ່ອງທ່ຽວຂອງລາວ ທີ່ແຂວງຫຼວງພະບາງ, ທັງສືບທອດປະເພນີຂອງຊາວເມືອງຫຼວງພະບາງ ທີ່ມີມາແຕ່ກ່ອນ ແລະ ກ່ອນຈະຫຼີ້ນບຸນປີໃໝ່ລາວຂອງທຸກໆປີ, ໂດຍອົງການປົກຄອງເມືອງຫຼວງພະບາງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີດັ່ງ ກ່າວນີ້ຂຶ້ນ.

ສຳລັບ ການແຫ່ຊ້າງຮຽງເກີຍ ແມ່ນການນໍາເອົາຊ້າງມາທໍາບາສີສູ່ຂວັນ ເພື່ອເປັນສີລິມຸງຄຸນໃຫ້ແກ່ບ້ານເມືອງ ໃຫ້ມີສຸກຊຸ່ມຄຸ່ມເຢັນ, ມີຄວາມຈະເລີນສີວິໄລ ແລະ ການແຫ່ຊ້າງຮຽງເກີຍ ເປັນປະເພນີທີ່ໄດ້ສືບທອດກັນມາໄດ້ຫຼາຍຊົ່ວຄົນແລ້ວ, ເພາະ ຄໍາວ່າ ຮຽງເກີຍ ແມ່ນການນໍາເອົາຊ້າງມາທຽບ ມາຮຽງ ເພື່ອສັ່ງສອນ ແລະ ເຮັດພິທີສູ່ຂວັນສັດຄູ່ບ້ານຄູ່ເມືອງ ໃຫ້ເປັນສີລິມຸງຄຸນ ມີສຸຂະພາບແຂງແຮງ, ນອກນີ້ ຍັງເຮັດໃຫ້ຊ້າງຮູ້ຟັງຄວາມ ແລະ ຮູ້ເຈົ້າຮູ້ນາຍ.

ແຫຼ່ງທີ່ມາຂໍ້ມູນ: ແຂວງຫຼວງພະບາງ