*//// *//// Meta ມີສ່ວນຮ່ວມໃນການສະເຫຼີມສະຫຼອງປີໃໝ່ລາວ. – Vte9 *//// *////

Meta ມີສ່ວນຮ່ວມໃນການສະເຫຼີມສະຫຼອງປີໃໝ່ລາວ.

ແບ່ງປັນຂ່າວນີ້

ມື່ອເວົ້າເຖິງ ໜຶ່ງໃນບັນດາວັນທີ່ສຳຄັນທີ່ສຸດໃນປະຕິທິນລາວເຮົາ, ປີໃໝ່ລາວ ແມ່ນໜຶ່ງໃນເທດສະການ ທີ່ມີຄວາມໝາຍທີ່ສຸດສຳລັບຄົນລາວທຸກຄົນໃນທົ່ວໂລກ. ພາລະກິດຂອງ Meta ແມ່ນການສ້າງ Metaverse ໃຫ້ປະກົດຜົນເປັນຈິງ ແລະ ຊ່ວຍໃຫ້ຜູ້ຄົນສາມາດເຊື່ອມຕໍ່ກັນໄດ້, ຊອກຫາຊຸມຊົນ ແລະ ເຕີບໂຕໄປພ້ອມໆກັນ.

Meta ໄດ້ເນັ້ນໜັກເຖິງບາງກະແສນິຍົມ ທີ່ກໍາລັງຈະເກີດຂຶ້ນໃນໂລກອອນລາຍ ເນື່ອງຈາກບໍລິສັດກຳລັງສ້າງເສັ້ນທາງໄປສູ່ໂລກ Metaverse. ເຊິ່ງສິ່ງເຫຼົ່ານີ້ ລວມໄປເຖິງກະແສນິຍົມທີ່ກຳລັງມາແຮງ ແລະ ການຮັບຮອງເອົາເຕັກໂນໂລຊີ AR ແລະ VR ອີກດ້ວຍ. ມີຜູ້ສ້າງເນື້ອຫາ ຫຼາຍກວ່າ 6 ແສນຄົນ ໄດ້ເຜີຍແຜ່ພາບເອັບເຟັກ ທີ່ມີຫຼາຍກວ່າ 2.5 ລ້ານພາບ ທົ່ວແພັດຟອມຂອງ Meta ແລະ ຍັງມີຫຼາຍກວ່າ 700 ລ້ານຄົນ ທີ່ນໍາໃຊ້ພາບເອັບເຟັກ AR ໃນທົ່ວແອັບ Facebook ແລະ ເຄື່ອງມືຕ່າງໆໃນທຸກໆເດືອນ.

ໃນປີນີ້, Meta ໄດ້ໂອ້ລົມກັບ ບັນດາຜູ້ສ້າງເນື້ອຫາ ແລະ ຜູ້ທີ່ມີອິດທິພົນໃນໂລກອອນລາຍພາຍໃນປະເທດ ພ້ອມທັງຖາມພວກເຂົາ ເຖິງວິທີການໃນການເຊື່ອມຕໍ່ ແລະ ໃກ້ຊິດກັບກອງເຊຍ ລວມເຖິງຊຸມຊົນຂອງພວກເຂົາ. ຊຶ່ງຜູ້ສ້າງເນື້ອຫາທີ່ເປັນທີ່ນິຍົມໃນປະເທດລາວ ເພຈ Una Studio ກ່າວວ່າ: “ປີໃໝ່ລາວປີນີ້ກໍ່ບໍ່ມີຫຍັງຫຼາຍເນາະ ເພາະເປັນອີກປີໜຶ່ງທີ່ງຽບໆ. ເຮົາຂໍໃຊ້ພື້ນທີ່ Facebook ນີ້ ອວຍໄຊໃຫ້ພອນ ໃຫ້ທຸກຄົນມີແຕ່ໂຊກລາບ, ຫຼິ້ນປີໃໝ່ຢ່າງມີສະຕິ, ປະຕິບັດຕາມຄຳແນະນຳທີ່ ພັກ-ລັດ ວາງອອກ. ໂຊກດີປີໃໝ່ອອນລາຍເດີ້!.”

ອີກໜຶ່ງເພຈຣີວິວອາຫານທີ່ມີຊື່ສຽງໃນປະເທດ, ເພຈ ທ້ອງແຕກ Thong Taek ໄດ້ອວຍພອນວ່າ: “ປີໃໝ່ນີ້, ພວກເຮົາຂໍໃຫ້ທຸກຄົນປອດໄພ, ຫຼິ້ນປີໃໝ່ແບບ New Normal ນຳກັນ, ຮັກສາສຸຂະພາບ ແລະ ລະວັງໂຕ. ມີຄວາມຮັບຜິດຊອບຕໍ່ສັງຄົມເດີ້ທຸກຄົນ.” ແລະ ສຸດທ້າຍ, ໜຶ່ງໃນບັນດາຜູ້ສ້າງເນື້ອຫາທີ່ມີຄວາມຄິດສ້າງສັນທີ່ສຸດໃນຕອນນີ້, ເພຈ ReeRiew ຫຼີລຽວ ທ່ຽວລາວ ຍັງໄດ້ກ່າວຕື່ມວ່າ: “ເນື່ອງຈາກພວກເຮົາຍັງຕ້ອງເຝົ້າລະວັງ ແລະ ຕິດຕາມສະຖານະການໂຄວິດ-19 ຢູ່ໃນຊ່ວງນີ້, ພວກເຮົາຂໍອວຍພອນໃຫ້ລູກເພຈທີ່ໜ້າຮັກທຸກຄົນປອດໄພ, ສະຫຼອງແບບນ້ອຍໆແຕ່ອົບອຸ່ນເດີ້. ສຳລັບພວກເຮົາ ຖ້າຢາກອວຍພອນໃຫ້ໃຜ ກໍອວຍພອນຜ່ານ Facebook ນີ້ ແລ້ວແທັກພວກເຂົາເລີຍ ຢ່າງນ້ອຍກໍເຮັດໃຫ້ຮູ້ສຶກໃກ້ຊິດກັນຍິ່ງຂຶ້ນ.”

ໂດຍໄດ້ຮັບແຮງບັນດານໃຈຈາກ Theme Metaverse, Meta ຍັງໄດ້ສ້າງພາບກຣາບຟິກ “ສະຫຼອງປີໃໝ່ລາວນໍາກັນ” ຂຶ້ນ ເພື່ອເຮັດໃຫ້ຜູ້ຄົນໃນຊຸມຊົນສາມາດແບ່ງປັນຄວາມສຸກ ແລະ ຄວາມມ່ວນຊື່ນທົ່ວເທິງແພັດຟອມ ພ້ອມທັງເຊື່ອມຕໍ່ກັບຄົນທີ່ພວກເຂົາຮັກອີກດ້ວຍ.

ວິທີການຮ່ວມມ່ວນຊື່ນໄປກັບການສາດນໍ້າທາງອອນລາຍ ໃນແບບຂອງ Metaverse:

  1. ແຊຣພາບກຣາບຟິກສາດນໍ້ານີ້ ແລ້ວ ແທັກໝູ່ເພື່ອນ ຫຼື ຄົນທີ່ທ່ານຮັກ ເທິງ Facebook ພ້ອມໃສ່ Hashtag: #ສະຫຼອງປີໃໝ່ລາວນຳກັນ.
  2. ດາວໂຫຼດພາບກຣາບຟິກນີ້ ແລ້ວ ລົງ Story ໃນ Instagram ແລະ Facebook ພ້ອມໃສ່ Hashtag: #ສະຫຼອງປີໃໝ່ລາວນຳກັນ ແລ້ວແທັກໝູ່ເພື່ອນ ຫຼື ຄົນທີ່ທ່ານຮັກ.
  3. ດາວໂຫຼດພາບກຣາບຟິກນີ້ ແລ້ວແບ່ງປັນກັບໝູ່ເພື່ອນ ຫຼື ຄົນຮັກຂອງທ່ານເທິງແອັບສົນທະນາເຊັ່ນ Whatsapp ແລະ Messenger.
    ມາສະແດງໃຫ້ຄອບຄົວ ແລະ ໝູ່ເພື່ອນຂອງທ່ານໄດ້ຮັບຮູ້ ວ່າທ່ານກຳລັງຄິດຮອດພວກເຂົາຢູ່ ໃນໄລຍະເທດສະການ ປີໃໝ່ລາວນີ້. ໂຊກດີປີໃໝ່ລາວ 2022 ເດີ້!
    ………………………
    ໂທລະພາບນະຄອນຫຼວງວຽງຈັນ VTE9
    ຕິດຕໍ່ນັກຂ່າວ ແລະ ສົນໃຈລົງໂຄສະນາ
    ໂທລະສັບ : 030 523 6376
    030 523 6126
    020 2222 5899
    Email: VTE9channel@gmail.com.