*//// *//// ເອກອັກຄະລັດຖະທູດສະຫະລັດປະຈຳລາວ ລົງຕິດຕາມການປົກປັກຮັກສາຊ້າງທີ່ແຂວງໄຊຍະບູລີ – Vte9 *//// *////

ເອກອັກຄະລັດຖະທູດສະຫະລັດປະຈຳລາວ ລົງຕິດຕາມການປົກປັກຮັກສາຊ້າງທີ່ແຂວງໄຊຍະບູລີ

ແບ່ງປັນຂ່າວນີ້

ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ພ້ອມກັບຄະນະ ແລະ ທີມງານຈາກສູນອະນຸລັກຊ້າງ ໄດ້ລົງເຄື່ອໄຫວ ແລະ ຕິດຕາມການອະນຸລັກໃນການປົກປັກຮັກສາຊ້າງບ້ານ ແລະ ຊ້າງປ່າ ທີ່ແຂວງໄຊຍະບູລີ

ເມື່ອບໍ່ດົນມານີ້ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ພ້ອມກັບຄະນະ ແລະ ທີມງານຈາກ ສູນອະນຸລັກຊ້າງ ແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຕິດຕາມ ກວດກາເບິ່ງ ທີມງານອະນຸລັກໃນການປົກປັກຮັກສາ ຊ້າງບ້ານ ແລະ ຊ້າງປ່າ. ເຊິ່ງໂອກາດນີ້ ທ່ານ ປີເຕີເຮມ໋ອນ ໄດ້ສະແດງຄວາມຮູ້ສຶກດີໃຈ ທີ່ໄດ້ຮັບຮູ້ເຖິງການເຮັດວຽກຢ່າງໃກ້ຊິດ ລະຫວ່າງ ທີມງານ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດການທ່ຽວຊົມແກ່ນັກທ່ອງທ່ຽວ ທີ່ໄດ້ມາສຳພັດ ແລະ ເຂົ້າ ໃຈ, ພ້ອມຮັບຮູ້ເຖິງທີ່ຢູ່ອາໄສ ແລະ ພຶດຕິກຳຂອງຊ້າງ, ພ້ອມນີ້ ທາງສູນກໍ່ໄດ້ເຮັດບົດບາດອັນສຳຄັນໃນການຄົ້ນຄວ້າ ແລະ ປູກຈິດສຳນຶກໃຫ້ພົນລະເມືອງຊ້າງ ພ້ອມທັງ ໄພຂົ່ມຂູ່ທີ່ຊ້າງປະເຊີນ.

ທ່ານ ປີເຕີ ເຮມ໋ອນ ຍັງເວົ້າຕື່ມວ່າ: ເຖິງແມ່ນວ່າພົນລະເມືອງຂອງຊ້າງ ຈະໄດ້ຫຼຸດລົງກໍ່ຕາມ ແຕ່ຊ້າງເຫລົ່ານີ້ ຍັງໂຊກດີທີ່ໄດ້ຮັບການປົກປັກຮັກສາຈາກສູນແຫ່ງນີ້ ແລະ ຊ້າງແມ່ນມີຄວາມສຳຄັນທາງດ້ານປະຫວັດສາດ ແລະ ວັດທະນະທຳລາວ, ດັ່ງນັ້ນ ຈຳເປັນຕ້ອງປົກປັກຮັກສາຊ້າງ ເພື່ອບໍ່ໃຫ້ສູນ ຫາຍ ແລະ ໃຫ້ລູກຫຼານໄດ້ເບິ່ງຊົມໃນອະນາຄົດ ພ້ອມທັງ ຢູ່ຄູ່ກັບຄົນເຮົາຕະຫຼອດໄປ.

ຂ່າວ-ພາບ: ເບັງ