*//// *//// ເບນເຊມາ ກົດແຮັດທຣິກ Real Madrid ບຸກຍັດ chelsea ໃນເສິກ UCL ຮອບ 8 ທີມສຸດທ້າຍ ຮອບທຳອິດ. – Vte9 *//// *////

ເບນເຊມາ ກົດແຮັດທຣິກ Real Madrid ບຸກຍັດ chelsea ໃນເສິກ UCL ຮອບ 8 ທີມສຸດທ້າຍ ຮອບທຳອິດ.

ແບ່ງປັນຂ່າວນີ້

Karim Benzema ແຫ່ງ ສະໂມສອນ ເຣອັນ ມາດຣິກ ບຸກອັດ ເຊວຊີ ສ່ວນ Villarreal ຊະນະ Bayern Munich ແບບວຸດວິດ ໃນເສິກ ບານເຕະຢູຟ້າ ແຊັມປ້ຽນຫຼີກ ຮອບ 8 ທີມສຸດທ້າຍ ໃນຮອບທຳອິດ.

ການແຂ່ງຂັນບານເຕະຢູຟ້າ ແຊັມປ້ຽນຫຼີກ ລະດູການປີ 2021-2022 ຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມສຸດທ້າຍ ນັດທຳອິດ ເມື່ອວັນທີ 6 ເມສ “ສິງໂຕນ້ຳເງິນຄາມ’ ເຊລຊີ ຈາກອັງກິດ ແລະ ຖານະແຊັມເກົ່າ ເປີດສະໜາມສະແຕນຟອດ ບຣິດ ຮັບການມາຢ້ຽມຂອງ “ລາຊັນຊຸດຂາວ” ເຣອັລ ມາດຣິດ ຈາກສະເປນ.

ເກມນີ້ ເຈົ້າບ້ານວາງ ຄຣິດຕຽນ ພູລິຊິຊ, ເມສັນ ເມາຕ໌ ແລະ ໄຄ ຮາເວິດຣ໌ ລົງສະໜາມ ສ່ວນທີມ ເຢືອນ ມີ ລູກາ ໂມດຣິຊ, ວິນິຊິອຸສ ຈູເນຍ ແລະ ຄາຣິມ ເບນເຊມາ ນຳທັບ.

ການແຂ່ງຂັນພຽງແຕ່ນາທີ ທີ 10 ທີມເຢືອນເກືອບຂຶ້ນນຳກ່ອນຈາກຈັງຫວະສວນກັບແລ້ວ ເຟເດຣິໂກ ບັນເບຣ໌ເດ ຈ່າຍໃຫ້ ວິນິຊິອຸສ ຈູເນຍ ຫຼຸດເຂົ້າກອບເຂດໂທດກ່ອນຍັດເຕັມຂໍ້ຕີນເບື້ອງຂວາໄປຕຳຄານ.

ໃນນາທີ 21 ເຣອັລ ມາດຣິດ ຂຶ້ນນຳ 1-0 ຈາກຈັງຫວະທີ່ ຄາຣິມ ເບນເຊມາ ແທງທະລຸຊ່ອງວ່າງໃຫ້ ວິນິຊິອຸສ ຈູເນຍ ຫຼຸດເຂົ້າກອບເຂດໂທດຂອງເຈົ້າຖິ່ນທາງຝັ່ງຊ້າຍ ກ່ອນເປີດເຂົ້າກາງໃຫ້ ເບນເຊມາ ທີ່ແລ່ນສອດເຂົ້າມາຫົວຖັ່ງສຽບຄານຢ່າງອັດສະຈັນ.

ຕໍ່ມາພຽງແຕ່ 3 ນາທີ ລາຊັນຊຸດຂາວ ເຮັດໄດ້ອີກ 1 ປະຕູເປັນ 2-0 ຈາກຈັງຫວະທີ່ ລູກາ ໂມດຣິດ ຈ່າຍບານຈາກຝັ່ງຂວາເຂົ້າກອບເຂດໂທດໃຫ້ ຄາຣິມ ເບນເຊມາ ຄົນເກົ່າເຈົ້າເດີມ ຫົວຖັ່ງ ອີກແລ້ວ ຜ່ານມື ເອດູອາຣີ ເມນດີ ເປັນປະຕູທີ 2 ຂອງ ເບນເຊມາ ໃນນັດນີ້.

ນາທີ 40 ເຊລຊີ ໄລ່ມາເປັນ 2-1 ຈາກຈັງຫວະທີ່ ຣີຊ ເຈມສ໌ ຈ່າຍຄືນໃຫ້ ຈອຣ໌ຈິນໂຢ້ ເຄາະຈັງຫວະດຽວເຂົ້າກອບເຂດໂທດຢ່າງສຽບຂາດໃຫ້ ໄຄ ຮາເວີຣ໌ດ ໂດດຫົວຖັ່ງ ເຊິ່ງ ທິໂບດ໌ ກູລ໌ຕັວ ພະຍາຍາມປັດຖິ້ມ ແຕ່ບໍ່ອອກ ກ່ອນຈົບເຄິ່ງເວລາທຳອິດ ຄະແນນຢູ່ທີ່ 2-1

ກັບເຂົ້າມາເຄິ່ງເວລາທີ 2

ເລີ່ມມາພຽງ 1 ນາທີ ທີມເຢືອນຖິ້ມຫ່າງເປັນ 3-1 ຈາກຈັງຫວະທີ່ ເອດູອາລ໌ ເມນດີ ຈ່າຍບານໃຫ້ ອັນໂຕນິໂອ ຣູດິເກີ້ ແຕ່ຈ່າຍສັ້ນໄປ ເຮັດໃຫ້ ຄາຣິມ ເບນເຊມາ ຢາດມາໄດ້ ແລະ ຍິງເຂົ້າໄປແບບໂລ່ງໆ ພ້ອມເປັນແຮັດທຣິກຂອງເຂົາໃນເກມນີ້.

ຫລັງຈາກນັ້ນ ເຖິງແມ່ນວ່າ ສິງໂຕນ້ຳເງິນຄາມ ຈະມີໂອກາດຫຼາຍຄັ້ງ ໃນການຢາດປະຕູເພີ່ມ ແຕ່ເຮັດບໍ່ໄດ້ ໃນທີ່ສຸດ ຈົບເກມ ເຣອັລ ມາດຣິກ ບູກຊະນະ ເຊລຊີໄປ ກ່ອນໃນ ນັດທຳອິດ (ຂາໄປ) 3-1

ຂະນະທີ່ຜົນບານອີກຄູ່ ເຮືອດຳນ້ຳສີເຫຼືອງ ບີຍາຣ໌ເຣອັລ ຈາກສະເປນ ເປີດສະໜາມ ເອສຕາດິໂດ ເດ ລາ ເໍຣາມິກາ ເອົາຊະນະ ເສືອໃຕ້ ບາເຍິຣ໌ນ ມິວນິກ ຈາກເຢຍລະມັນ 1-0 ຈາກປະຕູໄຊຂອງ ອາເນົາຕ໌ ດັນຈູມາ ນາທີ ທີ 8 ໂດຍເກມນັດທີ 2 ຂອງທັງຄູ່ ຈະແຂ່ງຂັນໃນວັນທີ 12 ເມສາ 2022 ນີ້.