*//// *//// ລັດຖະມົນຕີ ກະຊວງ ຖວທ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື – Vte9 *//// *////

ລັດຖະມົນຕີ ກະຊວງ ຖວທ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື

ແບ່ງປັນຂ່າວນີ້

ເມື່ອວັນທີ 5 ເມສາ 2022 ນີ້ທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອັດຕະປື,ພິທີການຕ້ອນຮັບໄດ້ມີຂື້ນທີ່ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງອັດຕະປື,ໂດຍໃຫ້ກຽດຕ້ອນຂອງທ່ານ ກົງຈັກ ສີສະຫວາດ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ພ້ອມຄະນະ ພ້ອມດ້ວຍພະນັກການຫຼັກແຫຼງໃນຂົງເຂດຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງກໍ່ໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ໄດ້ຮັບຟັງການລາຍງານໂດຍສັງເຂບຕໍ່ວຽກງານຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວພາຍໃນແຂວງອັດຕະປື,ຈາກນັ້ນທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດໂອ້ລົມ ຕໍ່ຄະນະນໍາ ແລະ ພະນັກງານຫຼັກແຫຼງພາຍໃນພະແນກ ຖວທ ແຂວງ ເພື່ອເປັນທິດຊີ້ນໍາໃຫ້ວຽກງານຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ພາຍໃນແຂວງອັດຕະປື ມີການຫັນປ່ຽນຢ່າງແຂງແຮງ,ເຊິ່ງທ່ານໄດ້ເນັ້ນໜັກວ່າ: ຄະນະນໍາພະແນກ ຖວທ ຕ້ອງໄດ້ເພີ່ມທະວີສຶກສາອົບຮົມດ້ານການເມືອງ ແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈດ້ານແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍຄືມະຕິຄໍາສັງຕ່າງໆທີ່ຂັ້ນເທິງວາງອອກ ໃຫ້ເປັນປົກກະຕິ ຕໍ່ເນື່ອງ,ເອົາໃຈໃສ່ການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມກະທັດຫັດ, ມີຄຸນນະພາບ ເພື່ອການຫັນປ່ຽນຢ່າງແຂງແຮງຂອງວຽກງານ, ເພີ່ມທະວີການຕິດຕາມ ກວດກາວຽກງານ ເພື່ອຊອກໃຫ້ເຫັນຈຸດດີ,ຈຸດອ່ອນຂອງການຊີ້ນໍາ-ນໍາພາ ກໍ່ຄືກວດກາການປະຕິບັດໜ້າທີ່ຂອງພະນັກງານລັດຖະກອນ,ເອົາໃຈໃສ່ໂຄສະນາບັນດາກົດໝາຍ ແລະ ນິຕິກໍາໃນຂົງເຂດຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ໄດ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ,ເພີ່ມທະວີການຄຸ້ມຄອງສື່ສັງຄົມອອນລາຍ ທີ່ເຄື່ອນໄຫວໂຄສະນາຕ້ານແນວທາງນະໂຍບາຍຂອງພັກ-ລັດ ໃຫ້ໄດ້ດີ,ເອົາໃຈໃສ່ປົກປັກຮັກສາ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວັດທະນະທໍາທ່ອງຖິ່ນໃຫ້ມີການເຄື່ອນໄຫວຢ່າງແຂງແຮງ,ພັດທະນາບັນດາແຫຼ່ງທ່ອງທ່ຽວໃຫ້ມີຄວາມໂດດເດັ່ນ ເພື່ອກຽມຮອງຮັບນັກທ່ອງທ່ຽວ ພາຍຫຼັງທີ່ສະພາບການຂອງພະຍາດໂຄວິດ 19 ຜ່ອນຄາຍລົງ.

ໃນໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ຍັງໄດ້ເຄື່ອນໄຫວ ເບິ່ງເຂດຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ,ພ້ອມທ່ຽວຊົມເບິ່ງສະຖານທີ່ທ່ອງທ່ຽວຕາດແຊພະ ແລະ ຢ້ຽມຢາມສະຖານີວິທະຍຸ-ໂທລະພາບຂອງຢູ່ແຂວງອັດຕະປື ຕື່ມອີກ.


ຂ່າວ: ໄຊຈະເລີນ ຂ.ອັດຕະປື