ເປັນຄັ້ງທຳອິດທີ່ຜົນຜະລິດກະສິກຳຂອງໄທ ຈຳນວນ 60 ໂຕນ ຖືກຂົນສົ່ງຈາກນະຄອນຫຼວງວຽງຈັນ ໄປຍັງພາກຕາເວັນຕົກສຽງໃຕ້ຂອງຈີນ ໂດຍຜ່ານທາງລົດໄຟລາວ-ຈີນ.
ໝາກທຸລຽນ 40 ໂຕນ ແລະ ໝາກພ້າວອີກ 20 ໂຕນ ຖືກຂົນສົ່ງຈາກໄທມາເຖິງນະຄອນຫຼວງວຽງຈັນ ແລະ ຖືກຂົນສົ່ງຈາກສະຖານີລົດໄຟວຽງຈັນໃຕ້ ຂອງເສັ້ນທາງລົດໄຟລາວ-ຈີນ ໄປຍັງສະຖານີນາເຕີຍ ແຂວງຫຼວງນໍ້າທາ, ຊຶ່ງມີຊາຍແດນຕິດກັບມົນທົນຢູນນານ ທາງຕາເວັນຕົກສຽງໃຕ້ຂອງຈີນ ເມື່ອວັນສຸກ ທີ 1 ເມສາ ຜ່ານມາ.
ມີລາຍງານ ໂດຍອ້າງຂໍ້ມູນຈາກສຳນັກຂ່າວຊິນຫົວ ເມື່ອວັນທີ 3 ເມສາ 2022 ວ່າ ໝາກໄມ້ຊຸດນີ້, ຖືກເຄື່ອນຍ້າຍຈາກລົດໄຟໄປໃສ່ລົດບັນທຸກໃນສະຖານີນາເຕີຍ ຊຶ່ງຢູ່ຫ່າງຈາກວຽງຈັນ ໄປທາງເໜືອປະມານ 360 ກິໂລແມັດ ແລະ ຂ້າມຊາຍແດນໄປຍັງປະເທດຈີນ ໂດຍຜ່ານທາງຖະໜົນ. ທັງນີ້, ນັບເປັນຄັ້ງທຳອິດທີ່ສິນຄ້າກະສິກຳຂອງໄທ ຖືກຂົນສົ່ງໄປສູ່ ສປ ຈີນ ໂດຍຜ່ານລົດໄຟລາວ-ຈີນ.
ລາຍງານດຽວກັນໃຫ້ຮູ້ຕື່ມວ່າ ບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ທີ່ຮັບຜິດຊອບການບໍລິການທາງລົດໄຟລາວ-ຈີນ ໃນສ່ວນຂອງລາວ, ຄາດການວ່າຈະໄດ້ຂົນສົ່ງສິນຄ້າຈາກໄທ ໄປຍັງ ຈີນ, ລວມເຖິງ ຢຸໂຣບ ຜ່ານທາງລົດໄຟຂ້າມຊາຍແດນໃນອະນາຄົດ ແລະ ຢໍ້າເຖິງຄວາມສຳຄັນຂອງທາງລົດໄຟລາວ-ຈີນ ທີ່ມີບົດບາດຕໍ່ການຂັບເຄື່ອນການພັດທະນາເສດຖະກິດໃນລະດັບພູມີພາກ.
ບກ: ຮຽບຮຽງ