*//// *//// ວັດຖ້ຳພຣະຍານາກ ມີຫຼາຍສີ່ງໃຫ້ກາບໄຫວ້ບູຊາ ແລະ ທຳບຸນ – Vte9 *//// *////

ວັດຖ້ຳພຣະຍານາກ ມີຫຼາຍສີ່ງໃຫ້ກາບໄຫວ້ບູຊາ ແລະ ທຳບຸນ

ແບ່ງປັນຂ່າວນີ້

ວັດຖ້ຳພຣະຍານາກ ເປັນວັດຫນື່ງ ຕັ້ງຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນ.ວ ແລະ ເປັນວັດທີ່ບໍ່ຫ່າງໄກຈາກຕົວເມືອງຫຼາຍປານໃດ, ໄລຍະທີ່ຜ່ານມາ ແມ່ນມີມວນຊົນ ຫຼື ຊາວພຸດທະສາສະນິ ກະຊົນທັງຫຼາຍ ທີ່ເຫຼື້ອມໄສສັດທາ ແລະ ເດີ່ນທາງມາກາບໄຫວ້ບູຊາ, ທຳບຸນຫຼວງຫຼາຍຢ່າງບໍ່ຂາດສາຍ ໃນແຕ່ລະວັນ, ເຊີ່ງສ່ວນໃຫຍ່ມວນຊົນ ທີ່ເຂົ້າມາເຮັດບຸນຢູ່ໃນວັດແຫ່ງນີ້້ ແມ່ນມັກຈະເຂົ້າມາກາບໄຫວ້ບູຊາ ຂໍພອນ ເອົາໂຊກ ເອົາລາບ ນຳພຣະທອງດຳ ນຳໂຊກ ທີ່ເປັນພຣະໃຫຍ່ປະຈຳວັດ ພ້ອມທັງ ເປັນພຣະ ທີ່ຄ້າຍຄືກັບພຣະເຈົ້າສິງຄຳ ແຂວງອຸດົມໄຊ ທີ່ຄົນລາວຊາວພຸດ ເຫຼື້ອມໄສສັດທາ ເດີນທາງໄປກາບໄຫວ້ຢ່າງຫຼວງຫຼາຍ ແລະ ນອກຈາກ ກາບໄຫວ້ ພຣະທອງທອງດຳ ນຳໂຊກແລ້ວ ປວງຊົນຜູ້ທີ່ເຫຼື້ອມໄສໃນເລື່ອງພຣະຍານາກ ແມ່ນຈະລົງໄປກາບໄຫວ້ ຂໍພອນ, ສ່ຽງໂຊກສ່ຽງຊີ ນຳຖ້ຳພຣະຍານາກເກົ່າ ແຄມນ້ຳຂອງ ທີ່ຍັງຄົງເປັນສະຖານທີ່ກາບໄຫວ້ ຕາມຄວາມເຊື່ອຖື ແລະ ອິີກຈຸດໜື່ງ ທີ່ຖືກສ້າງຂື້ນມາໃໝ່ ເຮັດມີມວນຊົນໃຫ້ຄວາມສົນໃຈ ກໍ່ຄື ເຮັດບຸນ ປ່ອຍປາ, ເກືອປາ ຢູ່ແຄມນ້ຳຂອງ ຈົນເຮັດມີປາມາເຕົ້າໂຮມເປັນຈຳນວນຫຼາຍ ຢູ່ໃນບໍລິິເວນດັ່ງກ່າວ.

ຮອດປັດຈຸບັນ ວັດຖ້ຳພຣະ ແມ່ນໄດ້ກາຍເປັນວັດແຫ່ງຫນື່ງ ຂອງ ນ.ວ ທີ່ໄດ້ຮັບຄວາມນິຍົມ ແລະ ມີປວງຊົນທີ່ເຫຼື້ອມໄສສັດທາ ຈຳນວນຫຼາຍ ເດີນທາງເຂົ້າມາຢ່າງໜາແໜ້ນ ແລະ ບໍ່ຂາດສາຍ ໂດຍສະເພາະ ໃນວັນສີນ, ວັນພັກທາງລັດທະການ ແລະ ວັນສຳຄັນຕ່າງໆ, ສະນັ້ນ ຈື່ງເຮັດໃຫ້ປະຊາຊົນ ໃນຂອບເຂດອ້ອມຂ້າງວັດ ໂດຍສະເພາະ ປະຊາຊົນ ບ້ານຫ້ວຍຮ້ອມ ເມືອງສີໂຄດຕະບອງ ໄດ້ມີລາຍຮັບເພີ່ມຂື້ນ ຈາກອາຊີບໃຫມ່ ຄື ເປັນແມ່ຄ້າຊາວຂາຍເຄື່ອງກາບໄຫວ້ ແລະ ເຄື່ອງຕ່າງໆ ໃຫ້ແກ່ຄົນທີ່ເດີນທາງມາວັດໃນແຕ່ວັນ.