*//// *//// ແອບອ້າງວ່າເປັນເຈົ້າໜ້າທີ່ ໄປຕົວະເອົາຊັບສິນນຳປະຊາຊາຊົນ – Vte9 *//// *////

ແອບອ້າງວ່າເປັນເຈົ້າໜ້າທີ່ ໄປຕົວະເອົາຊັບສິນນຳປະຊາຊາຊົນ

ແບ່ງປັນຂ່າວນີ້

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສືບສວນສວບ-ສວນປກສ ແຂວງຈໍາປາສັກ ໄດ້ໃຫ້ຮູ້ວ່າ ໃນວັນທີ 22 ພະຈິກ 2021 ເວລາ 11:00 ໂມງ ໄດ້ຮັບແຈ້ງຄວາມຈາກນາງ ເຫຼືອງ ກິ່ງແກ້ວ ອາຍຸ 53 ປີ ຢູ່ບ້ານ ໂຄກກ່ອງ ແລະ ນາງ ອ່ອນດີ ອາຍຸ 34 ປີ ຢູ່ບ້ານປາກຊ້າງ ທັງສອງຄົນແມ່ນອາຊີບເຮັດນາ ຢູ່ເມືອງສຸຂຸມາ ແຂວງຈຳປາສັກ ວ່າ ໄດ້ມີຜູ້ຊາຍບໍ່ຮູ້ຊື່ແອບອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈຳປາສັກ ໄດ້ໂທລະສັບມາຫາ ແລ້ວບອກໃຫ້ໂອນເງິນໃຫ້ຄ່ານຳສົ່ງ ທ. ເຫຼືອງ ແລະ ທ. ລາດ ທີ່ຖືກກັກຕົວຢູ່ຄ້າຍຄຸມຂັງນາສ້າງ ປກສ ແຂວງຈຳປາສັກ ໂດຍບອກວ່າ ທ. ເຫຼືອງ ແລະ ທ. ລາດ ປ່ວຍແຮງໄດ້ນຳໂຕອອກມາປິ່ນປົວ ຈາກນັ້ນ ນ. ເຫຼືອງ ຈຶ່ງໂອນເງິນໃຫ້ຈຳນວນ 2 ລ້ານກີບ ແລະ ນ. ອ່ອນດີ ໂອນເຂົ້າບັນຊີດຽວກັນຈຳນວນ 3 ລ້ານກີບ.

ຈາກກໍລະນີດັ່ງກ່າວທາງເຈົ້າໜ້າທີ່ວິຊາສະເພາະໄດ້ມີການສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນຫຼັກຖານຕິດຕາມເປົ້າໝາຍ ຈົນຕົກມາຮອດວັນທີ 31 ທັນວາ 2021 ຈຶ່ງສາມາດກັກຕົວຜູ້ຖືກຫາຊື່ ທ. ເພ້ຍ ປັນຍາມາ ອາຍຸ 35 ປີ ສັນຊາດລາວ ອາຊີບເຮັດນາ ບ້ານໜອງແຕ້ ເມືອງ ຈຳປາສັກ ແຂວງຈຳປາສັກ ຜ່ານການສືບສວນສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບ ວ່າ ໃນປີ 2019 ຜູ້ກ່ຽວໄດ້ຖືກກັກຕົວມາດຳເນີນຄະດີຂໍ້ຫາສໍ້ໂກງຊັບມາແລ້ວ 1 ຄັ້ງ ຖືກສານຕັດສິນລົງໂທດຕັດອິດສະລະພາບ 1 ປີ 6 ເດືອນ ພາຍຫຼັງພົ້ນໂທດອອກມາຈຶ່ງສ້າງຄອບຄົວກັບ ນ. ຄຳ ອາຍຸ 45 ປີ ອາຊີບເຮັດນາ ບ້ານ ໂນນແດງ ເມືອງ ສຸຂຸມາ ແຂວງ ຈຳປາສັກ ຕົກມາຮອດຕົ້ນເດືອນທັນວາ 2021 ຜູ້ກ່ຽວບໍ່ມີເງິນໃຊ້ຈຶ່ງວາງແຜນຕົວະເອົາເງິນນຳພີ່ນ້ອງຂອງ ທ. ສາຍ ອາຍຸ 28 ປີ ອາຊີບ ເຮັດນາ ເມືອງຈຳປາສັກ ແຂວງ ຈຳປາສັກ ຄົນທີ່ຂັງນຳກັນຢູ່ຄ້າຍຄຸມຂັງນາສ້າງເມືອງຈຳປາສັກ ໂດຍຜູ້ກ່ຽວໄດ້ຂໍເບີໂທລະສັບຂອງແມ່ ທ. ສາຍ ກ່ອນອອກຈາກຄ້າຍຄຸມຂັງແລ້ວໂທຫາແມ່ ທ. ສາຍ ໂດຍອ້າງວ່າຕົນເອງເປັນເຈົ້າໜ້າທີ່ອອກຊື່ ທ່ານ ສີລາວົງ ຫຼື ນ້ອຍ ຢູ່ຄ້າຍຄຸມຂັງນາສ້າງ ປກສ ແຂວງຈຳປາສັກ ແລ້ວຕົວະວ່າໃຫ້ພົວພັນເອົາ ທ. ສາຍ ອອກຈາກຫ້ອງຂັງຕ້ອງໃຊ້ເງິນຈຳນວນ 2 ພັນບາດ ຈາກນັ້ນແມ່ຂອງ ທ. ສາຍ ໄດ້ເອົາເງິນໃຫ້ຜູ້ກ່ຽວຈຳນວນ 6 ແສນກີບ ແລະ ເຂົ້າສານ 1 ກະສອບ ພາຍຫຼັງທີ່ໄດ້ເຂົ້າສານ ແລະ ເງິນມາແລ້ວຜູ້ກ່ຽວໄດ້ຂີ່ລົດກັບເມືອເຮືອນ ຈາກນັ້ນຜ່ານໄປ 2 ວັນ ແມ່ຂອງ ທ. ສາຍ ຈຶ່ງໂທມາຫາຜູ້ກ່ຽວອີກແລ້ວບອກວ່າ ມີພີ່ນ້ອງຢາກແລ່ນເອົາລູກອອກຈາກຫ້ອງຂັງ ເຊິ່ງຜູ້ກ່ຽວບອກວ່າແລ່ນເອົາອອກຈາກຄ້າຍຄຸມຂັງຕ້ອງໃຊ້ເງິນຈຳນວນ 6 ລ້ານກີບ ຈາກນັ້ນຜູ້ກ່ຽວໄດ້ໂທບອກຜູ້ທີ່ຈະແລ່ນເອົາລູກອອກຈາກຫ້ອງຂັງ ໂອນເງີນໃຫ້ກ່ອນ 3 ລ້ານກີບໂດຍຜ່ານບັນຊີຂອງ ທ. ຊົງ ສີສົມຫວັງ ອາຍຸ 52 ປີ ອາຊີບ ເຮັດນາ ບ້ານ ງົວບ່າ ເມືອງ ແລະ ແຂວງ ຈຳປາສັກ ເວລານັ້ນຜູ້ກ່ຽວຈຶ່ງໄປເອົາເງິນຈຳນວນດັ່ງກ່າວນຳ ທ. ຊົງ ແລ້ວເອົາມາໃຊ້ຈ່າຍຈົນໝົດ ຫຼັງຈາກນັ້ນກໍໄດ້ສືບຕໍ່ເຄື່ອນໄຫວຕົວະພີ່ນ້ອງຂອງຄົນຜູ້ທີ່ຖືກກັກຂັງຢູ່ຄ້າຍຄຸມຂັງນາສ້າງ ຈຳນວນຫຼາຍຄົນທີ່ຫຼົງເຊື່ອ ແລະ ໂອນເງິນໃຫ້ຜູ້ກ່ຽວ ລວມທັງໝົດ 9.100.000 ກີບ ຕົກມາຮອດວັນທີ 31 ທັນວາ 2021 ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ ຜ່ານການສືບສວນສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ສາມາດສັງເກດຕີລາຄາໄດ້ວ່າການກະທຳຜິດຂອງຜູ້ກ່ຽວແມ່ນເປັນ ອະຈິນ ເຊິ່ງຜິດຕໍ່ມາດຕາ 233 ຂອງປະມວນກົດໝາຍອາຍາ ເຊິ່ງແຕະຕ້ອງເຖິງກຳມະສິດຊັບສິນຂອງບຸກຄົນອື່ນ ນອກນັ້ນຍັງສ້າງຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມນຳອີກ ປັດຈຸບັນ ຄະດີດັ່ງກ່າວຢູ່ໃນຂັ້ນຕອນສຳນວນ ສຳເນົາເອກະສານສົ່ງຟ້ອງອາຍາການປະຊາຊົນແຂວງຈຳປາສັກ ເພື່ອດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.